ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທົບທວນໂຄງການສ້າງຄວາມເຂັ້ມແຂງ ເພື່ອຫຼຸດຜ່ອນຜົນກະທົບຕໍ່ໄພພິບັດ

Sep 18, 2024

ອົງການສະຫະປະຊາຊາດ ດ້ານເຄຫາສະຖານ (UN-Habitat) ຮ່ວມກັບກະຊວງໂຍທາທິການ ແລະ ຂົນສົ່ງ (MPWT) ແລະ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (MoNRE) ປະສົບຜົນສຳເລັດໃນການໄດ້ຮັບທຶນຈາກກອງທຶນປັບຕົວເຂົ້າກັບດິນຟ້າອາກາດ (Adaptation Fund) ໄດ້ຈັດກອງປະຊຸມທົບທວນຄວາມຄືບໜ້າໄລຍະກາງຂອງໂຄງການສ້າງຄວາມເຂັ້ມແຂງ ເພື່ອຫຼຸດຜ່ອນຜົນກະທົບຕໍ່ໄພພິບັດ ໃນບັນດາຕົວເມືອງນ້ອຍທີ່ມີຄວາມສ່ຽງໃນ ສປປ ລາວ ຂຶ້ນໃນວັນທີ 17 ກັນຍາຜ່ານມາ ທີ່ແຂວງສະຫວັນນະເຂດ ໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ຄຳຜອງ ສົມວິຈິດ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງສະຫວັນນະເຂດ, ທ່ານ ບົວຮົມ ແສງຄຳຢອງ ຫົວໜ້າຊ່ຽວຊານອົງການ ສປຊ ດ້ານເຄຫະສະຖານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ປະຊຸມຄັ້ງນີ້, ໄດ້ຮັບຟັງປະຫວັດຄວາມເປັນມາຂອງໂຄງການ ແລະ ຄວາມຄືບໜ້າໂດຍລວມຂອງໂຄງການຈາກຫົວໜ້າຊ່ຽວຊານ ອົງການ ສປຊ ດ້ານເຄຫະສະຖານ ຊຶ່ງໂຄງການໄລຍະທີ 1 (2018-2021) ເພື່ອຈັດຕັ້ງປະຕິບັດໂຄງການປັບຕົວເຂົ້າກັບດິນຟ້າອາກາດໃນ 3 ແຂວງພາກໃຕ້ຂອງລາວ (ສາລະວັນ, ເຊກອງ ແລະ ອັດຕະປື) ໃນການພັດທະນາລະບົບໂຄງລ່າງ ການສະໜອງນ້ຳ ແລະ ສຸຂະພິບານ ໃຫ້ທົນທານເພື່ອປັບຕົວເຂົ້າກັບສະພາບອາກາດ ແລະ ໄພພິບັດທ່ີມີຄວາມສ່ຽງຫຼາຍທີ່ສຸດໃນຖິ່ນຖານຊົນນະບົດ ແລະ ຕົວເມືອງຂອງ ສປປ ລາວ; ໂຄງການໄລຍະທີ 2 (2021-2024) ເພື່ອຈັດຕັ້ງປະຕິບັດໂຄງການປັບຕົວເຂົ້າກັບດິນຟ້າອາກາດ ຢູ່ເມືອງໄຊພູທອງ ແລະ ເຂດເຊທ່າມວກ ເມືອງພີນແຂວງສະຫວັນນະເຂດ ໃນການສ້າງຄວາມເຂັ້ມແຂງ ເພື່ອຫຼຸດຜ່ອນຜົນກະທົບຕໍ່ໄພພິບັດໃນບັນດາຕົວເມືອງນ້ອຍ ທີ່ມີຄວາມສ່ຽງໃນ ສປປ ລາວ ທີ່ມີພູມລໍາເນົາຕັ້ງຢູ່ຕາມແລວທາງເສດຖະກິດຕາເວັນອອກ ໃນເຂດພາກກາງຂອງ ສປປ ລາວ, ເພື່ອສ້າງພື້ນຖານໂຄງລ່າງດ້ານນໍ້າ ໃຫ້ມີຄວາມທົນທານ ແລະ ປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ແລະ ມີຄວາມເຊື່ອມໂຍງເຂົ້າໃນການວາງແຜນຕົວເມືອງເພື່ອຫຼຸດຜອນໄພພິບັດ.
ຂ່າວ: ສະຫວັນ