ອີງຕາມຕົວເລກຂໍ້ມູນຈາກໜ່ວຍງານສະເພາະກິດການຂົນສົ່ງສັງລວມໃນໄລຍະບຸນກຸດຈີນ 2025 ແຈ້ງໃຫ້ຮູ້ວ່າ: ໃນວັນທີ 1 ກຸມພານີ້ ເຊິ່ງເປັນມື້ທີ 19 ຂອງການຂົນສົ່ງຜູ້ໂດຍສານໃນໄລຍະບຸນກຸດຈີນ, ຄາດວ່າທົ່ວປະເທດຈີນມີປະຊາຊົນເດີນທາງຂ້າມເຂດແຄ້ວນເຖິງ 308.140.000 ເທື່ອຄົນ.
ໃນນັ້ນ, ຍອດຈໍານວນຂົນສົ່ງຜູ້ໂດຍສານຜ່ານທາງລົດໄຟມີເຖິງ 13.300.000 ເທື່ອຄົນ ແລະ ຍອດຈໍານວນຂົນສົ່ງຜູ້ໂດຍສານຜ່ານທາງຫຼວງມີເຖິງ 290.960.000 ເທື່ອຄົນ, ໂດຍແບ່ງອອກເປັນຈໍານວນຂົນສົ່ງຜູ້ໂດຍສານຜ່ານທາງດ່ວນທາງຫຼວງແຫ່ງຊາດ ແລະ ທາງຫຼວງແຂວງທົ່ວໄປແບບບໍ່ແມ່ນລັກສະນະທາງການຄ້າ ມີເຖິງ 264.390.000 ເທື່ອຄົນ ແລະ ຈໍານວນຂົນສົ່ງຜູ້ໂດຍສານຜ່ານທາງຫຼວງແບບລັກ ສະນະທາງການຄ້າ ມີເຖິງ 26.570.000 ເທື່ອຄົນ. ຂະນະທີ່ຍອດຈໍານວນຂົນສົ່ງຜູ້ໂດຍສານຜ່ານທາງນໍ້າ ມີເຖິງ 1.500.000 ເທື່ອຄົນ ແລະ ຍອດຈໍານວນຂົນສົ່ງຜູ້ໂດຍສານຜ່ານທາງການບິນພົນລະເຮືອນ ມີເຖິງ 2.380.000 ເທື່ອຄົນ.
ທີ່ມາ: CMG



