ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທົ່ວປະເທດມີຄອບຄົວພົ້ນທຸກແລ້ວ 83%

Oct 25, 2024

ໃນໂອກາດມີຄໍາເຫັນໃນພິທີສະເຫຼີມສະຫຼອງວັນອາຫານໂລກ, ລະນຶກເຖິງວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ຈັດຂຶ້ນຢູ່ນະຄອນຫລວງວຽງຈັນ ໃນວັນທີ 23 ຕຸລາ 2024, ທ່ານ ລິນຄໍາ ດວງສະຫວັນ, ລັດຖະມົນຕີ ກະຊວງກະສີກຳ ແລະ ປ່າໄມ້ ໃຫ້ຮູ້ວ່າ: ສໍາລັບການພັດທະນາຊົນນະບົດ ໃນ ສປປລ າວ, ມາຮອດປັດຈະບັນ ອີງຕາມມາດຖານໃໝ່ຂອງດຳລັດ 348/ລບ ນັ້ນ, ມາຮອດປະຈຸບັນ ມີເມືອງພົ້ນທຸກ 71 ເມືອງ ເທົ່າກັບ 48%, ບ້ານພົ້ນທຸກປະມານ 5,800 (ຫ້າພັນແປດຮ້ອຍ) ກວ່າບ້ານ ເທົ່າກັບ 69.70% ແລະ ຄອບຄົວພົ້ນທຸກຫຼາຍກວ່າ 1,026,000 (ໜຶ່ງລ້ານຊາວຫົກພັນ) ຄອບຄົວ ເທົ່າກັບ 83%, ມີ ຄອບຄົວພັດທະນາ 841,400 (ແປດແສນສີ່ສິບເອັດພັນສີ່ຮ້ອຍ) ຄອບຄົວ ເທົ່າກັບ 68%, ບ້ານພັດທະນາ ປະມານ 2,800 (ສອງພັນແປດຮ້ອຍ) ບ້ານ ເທົ່າກັບ 34%, ບ້ານໃຫຍ່ເປັນຕົວເມືອງນ້ອຍໃນຊົນນະບົດ 31 ຈຸດ ແລະ ເມືອງເຂັ້ມແຂງຮອບດ້ານ 9 ເມືອງ ຊຶ່ງທັງໝົດເຫຼົ່ານັ້ນ ໄດ້ເປັນພື້ນ ຖານອັນສໍາຄັນໃນການນໍາເອົາ ປະເທດຫຼຸດພົ້ນອອກຈາກສະຖານະພາບ ປະເທດດ້ອຍພັດທະນາ ແລະ ບັນລຸເປົ້າໝາຍການພັດທະນາ ແບບຍືນຍົງ (SDGs).
May be an image of 1 person, dais and text