ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທົ່ວປະເທດມີສະມາຊິກກໍາມະບານທັງໝົດ 208.883 ຄົນ

Jan 29, 2025

ທົ່ວປະເທດມີສະມາຊິກກໍາມະບານທັງໝົດ 208.883 ຄົນ
ມາຮອດໃນປັດຈຸບັນ, ສະຫະພັນກໍາມະບານລາວ ປະກອບມີ 39 ສະຫະພັນກໍາມະບານກະ ຊວງ ແລະ ອົງການ, ມີ 18 ສະຫະ ພັນກໍາມະບານແຂວງ, ນະຄອນຫຼວງວຽງຈັນ, ມີ 3 ສະຫະພັນກໍາມະບານນະຄອນ ແລະ ມີ 145 ສະຫະພັນກໍາມະບານເມືອງ; ໃນທົ່ວປະເທດມີສະມາຊິກກໍາມະບານທັງໝົດ 208.883 ຄົນ.
ທ່ານ ພອນສານ ວິໄລເມັ້ງ, ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນກໍາມະບານລາວ ໃຫ້ຮູ້ວ່າ: ອົງການຈັດຕັ້ງກໍາມະບານ ເປັນອົງການຈັດຕັ້ງມະຫາຊົນຂອງພັກ ຍາມໃດກໍ່ມີຄວາມຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະ ຕໍ່ລະບອບໃໝ່ຂອງພວກເຮົາ ໂດຍບໍ່ຫວັ່ນໄຫວ ຄອນແຄນຕໍ່ສະພາບການຂອງໂລກທີ່ຜັນ ແປຢ່າງສະລັບຊັບຊ້ອນ ແລະ ມີຄວາມຫຍຸ້ງຍາກທາງດ້ານເສດຖະ ກິດ ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງກໍາມະກອນ.
ແຕ່ໃນໄລຍະຜ່ານມາ, ອົງການຈັດຕັ້ງກໍາມະບານໄດ້ຕັ້ງໜ້າຈັດ ຕັ້ງປະຕິບັດແນວທາງການປ່ຽນແປງໃໝ່ຢ່າງຮອບດ້ານຂອງພັກ ເປັນຕົວແທນແຫ່ງສິດ, ຜົນປະໂຫຍດອັນຊອບທໍາຂອງຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າ; ໄດ້ເຮັດ ໜ້າທີ່ໃນການສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກກໍາ ມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານ ໃຫ້ປະຕິບັດ ຕາມແນວທາງປ່ຽນແປງໃໝ່ຂອງພັກ, ມີຄວາມສາມັກຄີ ແລະ ມີລະບຽບວິໄນໃນການອອກແຮງງານ.
ທ່ານ ພອນສານ ວິໄລເມັ້ງ ໃຫ້ຮູ້ຕື່ມວ່າ: ສະຫະພັນກໍາມະບານລາວ ຍັງໄດ້ເອົາໃຈໃສ່ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງສະມາຊິກກໍາມະບານ, ກໍາມະກອນ ແລະ ຊາວຜູ້ອອກ ແຮງງານ; ກໍ່ສ້າງບໍາລຸງສະມາຊິກກໍາມະບານໃຫ້ມີຄຸນທາດການ ເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຮູ້, ຄວາມສາມາດທາງດ້ານເຕັກນິກວິທະຍາສາດ, ສີມືແຮງງານທີ່ດີ ເຂົ້າໃນການພັດທະນາຕາມທິດສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ; ປັບປຸງຂະຫຍາຍການຈັດຕັ້ງຂອງຕົນໃຫ້ໜັກແໜ້ນເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ ໂດຍມີເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ເພື່ອຝຶກຝົນຕົນເອງຢ່າງຕໍ່ເນື່ອງ.
BT, ວສລ