ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທົ່ວປະເທດ ສ້າງບ້ານປອດຢາເສບຕິດ ໄດ້ແລ້ວ 3,222 ບ້ານ

Nov 20, 2024

ໃນບົດລາຍງານຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄລຍະແຕ່ເດືອນມັງກອນ ຫາ ເດືອນຕຸລາ 2024 ທີ່ພົນເອກ ວິໄລ ຫລ້າຄໍາຟອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສະເໜີຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ສະພາແຫ່ງຊາດ ຊຸດທີ IX ໃນຕອນບ່າຍວັນທີ 20 ພະຈິກ 2024 ໄດ້ຍົກໃຫ້ເຫັນວ່າ: ປະຈຸບັນ ສາມາດສ້າງບ້ານປອດຢາເສບຕິດ ໄດ້ 3.222 ບ້ານ, ສ້າງບ້ານຄູ່ຂະໜານສີຂາວປອດຢາເສບຕິດ ໄດ້ 20 ບ້ານ (ກັບປະເທດໄທ ໄດ້ 17 ບ້ານ, ກັບປະເທດ ກຳປູເຈຍ ໄດ້ 3 ບ້ານ).
ນອກຈາກນີ້ ສາມາດສ້າງບ້ານປອດຄະດີ ໄດ້ 2.899 ບ້ານ; ສ້າງໂຮງຮຽນ, ສະຖາບັນການສຶກສາປອດຢາເສບຕິດ ໄດ້ 9.163 ໂຮງຮຽນ; ສ້າງສະຖານທີ່ປອດຢາເສບຕິດ ໄດ້ 38 ກົມກອງ/ຂະແໜງການ; ໄດ້ສ້າງຫ້ອງການປະສານງານຊາຍແດນເພື່ອຄວບຄຸມຢາເສບຕິດ (BLO) ຈຳນວນ 24 ແຫ່ງ, ສູນປະສານງານແມ່ນ້ຳຂອງປອດໄພ ແລະ ສູນປະສານງານແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ 01 ແຫ່ງ ເພື່ອເປັນບ່ອນແລກປ່ຽນຂໍ້ມູນ-ຂ່າວສານການສະກັດກັ້ນບັນຫາຢາເສບຕິດຮ່ວມກັນ; ສ້າງຈຸດສະກັດກັ້ນກວດກາຢາເສບຕິດຂຶ້ນຢູ່ 04 ແຂວງຄື: ແຂວງບໍ່ແກ້ວ, ຫຼວງນ້ຳທາ, ອຸດົມໄຊ ແລະ ບໍລິຄໍາໄຊ ລວມທັງໝົດ 06 ຈຸດ; ພ້ອມນີ້, ກໍ່ເອົາໃຈໃສ່ສ້າງຂະບວນແຂ່ງຂັນໃຫ້ຟົດຟື້ນຢ່າງຕໍ່ເນື່ອງ; ມີການເຂົ້າຮ່ວມຂອງທຸກອົງການຈັດຕັ້ງ, ພັກ-ລັດ ແລະ ທຸກພາກສ່ວນໃນສັງຄົມຢ່າງກວ້າງຂວາງ; ໃນ 09 ເດືອນ ປີ 2024 ໄດ້ລົງໂຄສະນາຜົນຮ້າຍ ແລະ ພິດໄພອັນຕະລາຍຈາກຢາເສບຕິດ 505 ຄັ້ງ, ມີຜູ້ເຂົ້າຮ່ວມຮັບຟັງ79.149 ຄົນ.
May be an image of 1 person and text