ທ່ານ ອາຄົມເດດ ວົງໄຊ ຜູ້ອໍານວຍການໃຫຍ່ ບໍລິສັດລັດ ວິສາຫະກິດໄຟຟ້າລາວ (ຟຟລ) ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສື ພິມປະຊາຊົນ ວັນທີ 2 ທັນວາ 2024 ຜ່ານມານີ້ວ່າ: ຟຟລ ໄດ້ສ້າງຕັ້ງຂຶ້ນ ໃນປີ 1960 ໃນເບື້ອງຕົ້ນມີເຂື່ອນຂະໜາດນ້ອຍ ເຊັ່ນ: ເຂື່ອນເຊລະບຳ ແລະ ສ່ວນໃຫຍ່ ແມ່ນໃຊ້ເຄື່ອງຈັກປັ່ນໄຟຟ້າ, ຢູ່ວຽງຈັນກໍເຊັ່ນດຽວກັນ ນໍາໃຊ້ໂຮງປັ່ນໄຟທີ່ໃຊ້ນໍ້າມັນ, ເມື່ອຕົກມາຮອດ ປີ 1970 ຈຶ່ງມີເຂື່ອນໄຟຟ້າແຫ່ງທໍາອິດ ຄື: ເຂື່ອນ ໄຟຟ້ານໍ້າງື່ມ 1 ມີກຳລັງຕິດຕັ້ງ 30 ເມກາວັດ.
ຂະບວນວິວັດແຫ່ງການສ້າງສາປະເທດຊາດ, ເພື່ອສະໜອງຄວາມຕ້ອງການໃຫ້ປະຊາຊົນ, ເພື່ອສະໜອງກະແສໄຟຟ້າລົງສູ່ຊົນນະບົດ, ສະໜອງໄຟຟ້າໃຫ້ແກ່ຊົນລະປະທານການກະເສດ, ການຜະລິດອຸດສາຫະກຳ ແລະ ສະໜອງນະໂຍບາຍ ເປັນແບັດເຕີຣີ (ໝໍ້ໄຟ) ອາຊຽນ. ພັກ-ລັດຖະບານໄດ້ ລົງທຶນໃສ່ຢ່າງມະຫາ ສານ ເພື່ອຄວາມສົມບູນພູນສຸກຂອງປະຊາຊົນ; ຈາກລະບອບ ເກົ່າ ປະຊາຊົນ ໄດ້ຊົມໃຊ້ໄຟຟ້າພຽງ 3% ປັດຈຸບັນ ປະຊາຊົນໄດ້ໃຊ້ໄຟຟ້າ ຈໍານວນ 1,346,677 ຄອບຄົວ ເທົ່າກັບ 95.57% ໃນທົ່ວປະເທດ ໃນນັ້ນ ເມືອງທີ່ຊົມໃຊ້ໄຟຟ້າ ຈໍານວນ 148 ເມືອງ ເທົ່າກັບ 100%, ບ້ານ ທີ່ຊົມໃຊ້ໄຟຟ້າ ຈໍານວນ 8,040 ບ້ານ ເທົ່າກັບ 94.51% ຊຶ່ງທຽບໃສ່ ໃນປະເທດ ອາຊຽນ ແລະ ໃນໂລກ ປະເທດລາວເຮົາ ຖືວ່າຈັດໃນລະດັບດີພໍສົມຄວນ ອັນນີ້ແມ່ນຢັ້ງຢືນວ່ານະໂຍບາຍ ພັກ-ລັດ ແມ່ນແກ້ໄຂຄວາມທຸກຍາກ ໃຫ້ປະຊາຊົນຢ່າງແທ້ຈິງ. ພາຍໃຕ້ການນໍາພາຂອງການນໍາແຕ່ລະສະໄໝ.
ສໍາລັບນະໂຍບາຍທີ່ຈະຟື້ນຟູ ຟຟລ ແລະ ເຮັດໃຫ້ ຟຟລ ເປັນລັດວິສາຫະກິດນໍາທາງ ຕາມນະໂຍບາຍຂອງພັກ ແລະ ລັດ ນັ້ນ ຊຶ່ງສະພາບປັດຈຸບັນ ຟຟລ ມີຄວາມຫຍຸ້ງຍາກຫຼາຍ ໂດຍ ສະເພາະ ທາງດ້ານການດໍາເນີນທຸລະກິດ ແລະ ຄວາມເຊື່ອໝັ້ນຈາກສັງຄົມ ແລະ ຄວາມເຊື່ອຖືຕໍ່ສະຖາບັນການເງິນບໍ່ສູງ. ແຕ່ເບິ່ງພາບລວມ ຖານະໜີ້ສິນຕໍ່ຊັບສິນຍັງບໍ່ເຖິງຂັ້ນວ່າແກ້ບໍ່ໄດ້.
ທັງໝົດນີ້ ແມ່ນໜ້າທີ່ທີ່ຂັ້ນເທິງໄດ້ມອບໝາຍໃຫ້ຕ້ອງຮ່ວມ ກັບໝູ່ຄະນະ ພະນັກງານໃນທຸກຂັ້ນ, ອົງການພັກ, ອົງການຈັດຕັ້ງມະຫາຊົນ ຈະພ້ອມກັນແກ້ໄຂ ຊຶ່ງກ່ອນອື່ນໝົດຈະໄດ້ເຮັດ 3 ວຽກໄປພ້ອມໆກັນຄື:
1. ຟື້ນຟູ ເສີມຂະຫຍາຍມູນເຊື້ອ ຂອງ ຟຟລ ມູນເຊື້ອການຕໍ່ສູ້ ຂອງພະນັກງານ-ກຳມະກອນ ມາຮ່ວມກັນຟື້ນຟູ ຟຟລ.
2. ຮັກສາສະຖຽນລະພາບຄວາມສະຫງົບພາຍໃນ ໃນທຸກຂະແໜງການ ທັງສູນກາງ ແລະ ທ້ອງຖິ່ນ, ພັກເປັນແກນນໍາ ສະມາຊິກພັກ ເປັນຕົວແບບ ແລະ ນໍາພາໃນທຸກຂະບວນການ. ຄວບຄຸມທຸກການໃຊ້ຈ່າຍ ຕາມນະໂຍບາຍປະຢັດ ມີປະສິດທິຜົນ, ຄວບຄຸມການຈັດຊື້ຈັດ-ຈັດຈ້າງ ໂປ່ງໃສກວດສອບໄດ້ ແລະ ເຄັ່ງຄັດຕາມລະບຽບການຂອງລັດ ທຸກປະການ, ຄວບຄຸມການຕົກເຮ່ຍຂອງກະແສໄຟຟ້າໃຫ້ຫຼຸດລົງ, ຫຼຸດຜ່ອນການນໍາເຂົ້າກະແສໄຟຟ້າ ດ້ວຍການຂະຫຍາຍກໍາລັງການຜະລິດ. ສະຫຼຸບແລ້ວຈະຕ້ອງຄວບຄຸມລາຍຈ່າຍ ແລະ ຊອກວິທີເພີ່ມລາຍຮັບ.
3. ໄດ້ມີມາດຕະການສະເໜີ ໃຫ້ລັດຖະບານ ແກ້ໄຂບາງນະໂຍບາຍ ທີ່ບໍ່ຢູ່ໃນສິດອຳນາດ ຂອງ ຟຟລ, ຖ້າພວກເຮົາແກ້ໄດ້ໃນ ຂໍ້ 2 ແລະ ລັດຖະບານ ແກ້ໄຂໃຫ້ ໃນຂໍ້ 3 ພວກເຮົາ ຈະຄອ່ຍແກ້ໄຂຂໍ້ຄົງຄ້າງທີ່ຜ່ານມານັ້ນໄດ້ ແລະ ເຊື່ອໝັ້ນວ່າ ໄຟຟ້າລາວມີມູນເຊື້ອທີ່ເຂັ້ມແຂງ ມີຄວາມເປັນເອກະພາບໃນທຸກຂັ້ນ ແນ່ນອນວ່າ ຟຟລ ຈະຜ່ານຜ່າໄດ້ ເຮັດໃຫ້ ຟຟລ ເຕີບໃຫຍ່ ແລະ ເປັນເຈົ້າພາທາງຂອງລັດວິສາຫະກິດ.



