ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທົ່ວເມືອງປາກກະດິງ ມີຄະດີອາຍາເກີດຂຶ້ນ 74 ເລື່ອງ ໃນປີ 2024

Feb 17, 2025

ພັທ ທົນທະວີ ໂພຄຳ ຮອງຫົວໜ້າກອງບັນຊາການ ປກສ ເມືອງ ໄດ້ລາຍງານຕໍ່ກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈຳປີ 2024 ວ່າ: ກອງບັນຊາການປ້ອງກັນຄວາມສະຫງົບເມືອງປາກກະດິງ ໄດ້ເອົາໃຈໃສ່ຜັນຂະຫາຍມະຕິກອງປະຊຸມໃຫຍ່ຂອງຂັ້ນເທິງຢ່າງຕັ້ງໜ້າ, ໂດຍສະເພາະແມ່ນ ການຈັດຕັ້ງປະຕິບັດ 4 ຄາດໝາຍ, 4 ແຜນງານ ແລະ 41 ໂຄງການຂອງກະຊວງ ປກສ ວາງອອກ, ຕິດພັນກັບການແກ້ໄຂບັນຫາ 4 ເຖື່ອນ, 9 ຫົວຂໍ້ວິທະຍາສາດ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ບັນດາວຽກງານຈຸດສຸມ. ໄລຍະຜ່ານມາ ມີຄະດີອາຍາເກີດຂຶ້ນ 74 ເລື່ອງ, ກັກຜູ້ຖືກຫາໄດ້ 99 ຄົນ, ຍິງ 2 ຄົນ. ມີຄະດີຢາເສບຕິດເກີດຂຶ້ນ 94 ເລື່ອງ, ກັກຜູ້ຖືກຫາໄດ້ 157 ຄົນ, ຍິງ 5 ຄົນ. ມີຄະດີຢາເສບຕິດເກີດຂຶ້ນ 94 ເລື່ອງ, ກັກຜູ້ຖືກຫາໄດ້ 157 ຄົນ, ຍິງ 5 ຄົນ, ຢຶດຂອງກາງໄດ້ ຢາບ້າ 51,713 ເມັດ, ໃບກະທ່ອມ 1.710 ໃບ, ຢາສູບໄຟຟ້າ 13 ອັນ, ຢາໄອ້ 1 ຫຼອດນ້ອຍ, ຄໍລາເຈ່ນ 2 ຊອງ, ນໍ້າຢາດີໄອ 96 ກວດນ້ອຍ. ມີອັກຄີໄພເກີດຂຶ້ນ: 12 ເລື້ອງ; ຜົນເສຍຫາຍ 5 ຕື້ກ່ວາກີບ. ມີອຸປະຕິເຫດເກີດຂຶ້ນໃນທົ່ວເມືອງ: 67 ເລື້ອງ, ມີພາຫະເປ່ເພ 120 ຄັນ, ຄົນໄດ້ຮັບບາດເຈັບ 132 ຄົນ; ເສຍຊີວິດ 13 ຄົນ.
ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້, ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມໃຫ້ທິດຊີ້ນຳຈາກ ທ່ານ ບຸນຄົບ ຈັນທະວົງ ເຈົ້າເມືອງປາກກະດິງ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນເມືອງ ແລະ ພົຈວ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄຳໄຊ, ເຊິ່ງທ່ານໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ໄຊຊະນະທີ່ ປກສ ເມືອງປາກກະດິງຍາດມາໄດ້ໃນໄລຍະຜ່ານມາ ແລະ ໄດ້ຍົກໃຫ້ເຫັນສະພາບການຂອງໂລກ ແລະ ພາກພື້ນ, ກົນອຸບາຍການເຄື່ອນໄຫວຂອງບັນດາອິດທິກຳລັງປໍລະປັກ ແລະ ສະພາບຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ. ພ້ອມທັງໄດ້ຮຽກຮ້ອງໃຫ້ອ້າຍນ້ອງກຳລັງ ປກສ ຈົ່ງໄດ້ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ກໍ່ສ້າງກຳລັງໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ບໍລິການປະຊາຊົນໃຫ້ມີຄວາມວ່ອງໄວ ແລະ ຍຸຕິທຳ.
ກອປະຊຸມສະຫຼຸບດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 13 ກຸມພາ 2025 ນີ້, ຢູ່ທີ່ສະໂມສອນຂອງເມືອງ ພາຍໃຕ້ການເປັນປະທານຂອງ ພັທ ຄຳໝັ້ນ ໄຂທະວີສຸກ ຫົວຫນ້າກອງບັນຊາການ ປກສ ເມືອງ, ເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນຄົບ ຈັນທະວົງ ເຈົ້າເມືອງປາກກະດິງ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນເມືອງ, ພົຈວ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄຳໄຊ, ມີແຂກຖືກເຊີນ ພ້ອມດ້ວຍນາຍ ແລະ ພົນຕຳຫຼວດພາຍໃນເມືອງເຂົ້າຮ່ວມ.
ຂ່າວ-ພາບ: ແສງທອງ