ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ໃຫ້ຮູ້ໃນໂອກາດຕ້ອນຮັບ ທ່ານ ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໃນວັນທີ 19 ພະຈິກ 2024 ທີ່ຫ້ອງຮັບແຂກຫ້ອງວ່າການແຂວງໄຊຍະບູລີ ວ່າ: ການພັດທະນາເສດຖະກິດຂອງແຂວງ ແມ່ນອີງໃສ່ 3 ທ່າແຮງຕົ້ນຕໍ ທີ່ເປັນເສົາຄໍ້າ ຄື: ການຜະລິດກະສິກໍາຮອບດ້ານຕິດພັນກັບການປຸງແຕ່ງ, ອຸດສາຫະກໍາພະລັງງານໄຟຟ້າ, ການບໍລິການ ແລະ ການຄ້າຊາຍແດນ ໂດຍອີງ ໃສ່ 3 ທ່າແຮງບົ່ມຊ້ອນດັ່ງກ່າວ ຄາດວ່າໝົດປີອັດຕາການເຕີບໂຕເສດຖະກິດຂອງແຂວງ ຈະບັນລຸໃນລະດັບ 5.5% ລວມຍອດຜະລິດຕະພັນພາຍໃນ 15,762 ຕື້ກີບ, ສະເລ່ຍຕໍ່ຫົວຄົນໃຫ້ໄດ້ 36.93 ລ້ານກີບ.
ສໍາລັບວຽກງານພະລັງງານ ແລະ ບໍ່ແຮ່ ປັດຈຸບັນມີໂຄງການພັດທະນາແຫຼ່ງຜະ ລິດໄຟຟ້າ ທີ່ຂັ້ນສູນກາງ ແລະ ຂັ້ນແຂວງອະນຸຍາດທັງໝົດມີ 16 ໂຄງການ, ໂຄງການດໍາເນີນການຜະລິດໄຟຟ້າມີ 3 ໂຄງການ, ໂຄງການດໍາເນີນການກໍ່ສ້າງມີ 4 ໂຄງການ, ໂຄງການດໍາເນີນສຶກສາຄວາມເປັນໄປໄດ້ເບື້ອງຕົ້ນ ມີ 7 ໂຄງການ.
ທົ່ວແຂວງ ໄດ້ຊົມໃຊ້ໄຟຟ້າຖາວອນໃນລະບົບ ຈໍານວນ 424 ບ້ານ ເທົ່າກັບ 98.60% ຂອງຈໍານວນບ້ານທັງໝົດ ແລະ ມີ 80,920 ຄອບຄົວ ເທົ່າກັບ 98,35% ຂອງຈໍານວນຄອບຄົວທັງໝົດ (ຍັງ 6 ບ້ານ) ປັດຈຸບັນພວມກໍ່ສ້າງຕາຂ່າຍໄຟຟ້າ 22kv, 0,4kv ແລະ ຕິດຕັ້ງໝໍ້ແປງເຂົ້າບ້ານໂພນສີດາ ແລະ ບ້ານຂອນແກ່ນ ເມືອງໄຊຍະບູລີ ສໍາເລັດແລ້ວ 80%.



