ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທົ່ວໂລກບໍ່ສະໜັບສະໜູນການສ້າງສົງ​ຄາມ​ພາ​ສີ ແລະ ສົງ​ຄາມ​ການ​ຄ້າ

Apr 10, 2025

 

ວັນທີ 3 ເມສານີ້, ອາເມລິກາ ໄດ້ປະກາດນະໂຍບາຍເພີ່ມພາສີນໍາເຂົ້າສິນຄ້າຈາກ 180 ກວ່າປະເທດ ແລະ ເຂດແຄວ້ນທົ່ວໂລກ ໂດຍໄດ້ກໍານົດການເກັບພາສີຂັ້ນພື້ນຖານ (baseline) 10% ສໍາລັບສິນຄ້ານໍາເຂົ້າທັງໝົດ ເຊິ່ງມີຜົນບັງຄັບໃຊ້ໃນວັນທີ 5 ເມສານີ້ ແລະ ເພີ່ມພາສີສູງ ຂຶ້ນເປັນພິເສດ ເອີ້ນວ່າ: ການເພີ່ມພາສີເທົ່າທຽມກັນ (reciprocal tariffs) ກັບປະເທດ 60 ປະເທດທີ່ເກີນດຸນການຄ້າກັບອາເມລິກາ ເຊິ່ງມີຜົນບັງຄັບໃຊ້ໃນວັນທີ 9 ເມສານີ້. ນີ້ຖືເປັນການປ່ຽນ ແປງຄັ້ງໃຫຍ່ທີ່ສຸດຂອງມາດຕະຖານການຄ້າໂລກນັບແຕ່ສົງຄາມໂລກ ຄັ້ງທີ 2.

ນະໂຍບາຍດັ່ງກ່າວ ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ຄູ່ການຄ້າຂອງອາເມຣິກາ ເຊິ່ງບໍ່ສະເພາະແຕ່ຄູ່ຄ້າໃຫຍ່ ເຊັ່ນ: ຈີນ, ສະຫະພາບເອີຣົບ ແລະ ອື່ນໆ ເທົ່ານັ້ນ, ແຕ່ຍັງລວມເຖິງປະເທດສະມາຊິກອາຊຽນ, ໃນນັ້ນ ລວມເຖິງປະເທດລາວທີ່ອັດຕາພາສີເພີ່ມຂຶ້ນເປັນ 48% ແລະ ບັນດາປະເທດທຸກຍາກທີ່ສຸດໃນໂລກ ເຊັ່ນ: ມາດາກາສະກາ ຢູ່ອາຟຼິກາຕາເວັນອອກທີ່ເປັນປະເທດທຸກຍາກທີ່ສຸດອັນດັບທີ 9 ຂອງໂລກ ຖືກເພີ່ມພາສີ 47% ແລະ ເລໂຊໂທ ຢູ່ອາຟຼິກາໃຕ້ ທີ່ເປັນປະເທດທຸກຍາກທີ່ສຸດອັນດັບທີ 22 ຂອງໂລກ ຖືກເພີ່ມພາສີ 50%. ແນ່ນອນວ່າ ນີ້ຈະເປັນການຊໍ້າຕື່ມການພັດທະນາຢູ່ປະເທດທຸກຍາກເຫຼົ່ານີ້ຫຼາຍຂຶ້ນຕື່ມອີກ.

ຫຼັງຈາກອາເມຣິກາປະກາດນະໂຍບາຍດັ່ງກ່າວ, ບໍ່ພໍເທົ່າໃດວັນໄດ້ສົ່ງຜົນກະທົບຢ່າງໜັກໜ່ວງ ເພາະເຮັດໃຫ້ຕະຫຼາດຫຼັກຊັບປັ່ນປ່ວນໄປໃນທາງລົບທົ່ວໂລກ, ນັບຕັ້ງແຕ່ອາຊີ, ເອີຣົບຈົນຮອດອາເມຣິກາ. ສະເພາະຢູ່ອາເມຣິກາ, ລາ​ຄາສິນ​ຄ້າ​ທີ່​ຊື້​ຂາຍ​ລ່ວງ​ໜ້າ​ໃນ​ຕະຫຼາດຫຼັກ​ຊັບ​ອາ​ເມ​ຣິ​ກາ​ໄດ້ຫຼຸດ​ລົງ​ຢ່າງຫຼວງຫຼາ​ຍ, ສິນ​ຄ້າ​ທີ່​ຊື້​ຂາຍ​ລ່ວ​ງ​ໜ້າ​ຂອງ​ຕົວ​ຊີ້​ວັດ​ໂດ​ວ​ຈອນ​ສ, ສິນ​ຄ້າ​ທີ່​ຊື້​ຂາຍ​ລ່ວ​ງ​ໜ້າ​ຂອງຕົວ​ຊີ້​ວັດນາ​ສ​​ດັກ 100, ສິນ​ຄ້າ​ທີ່​ຊື້​ຂາຍ​ລ່ວ​ງ​ໜ້າ​ຂອງ​ຕົວ​ຊີ້​ວັດ S&P 500 ລ້ວນ​ແຕ່​ໄດ້ຫຼຸດ​ລົງຫຼາຍກວ່າ 3% ແລະ ນັກລົງທຶນຍັງສືບຕໍ່ຂາຍອອກຢ່າງຕໍ່ເນື່ອງ.

ສໍານັກຂ່າວ Bloomberg ລາຍງານວ່າ: ພຽງ 2 ມື້ ຫຼັງຈາກການປະກາດນະໂຍບາຍ ພາສີຂອງອາເມຣິກາ ເຮັດໃຫ້ມູນຄ່າຊັບສິນຂອງມະຫາເສດຖີໂລກຫຼຸດລົງລວມກັນເຖິງ 536 ຕື້ໂດລາ ເຊິ່ງເປັນການເສຍຫາຍຫຼາຍທີ່ສຸດໃນປະຫວັດສາດ. ໃນນີ້, ທ່ານ ອີລອນມັສ, ປະທານຜູ້ບໍລິ ຫານຂອງ Tesla ແລະ SpaceX ເສຍຫາຍ 31 ຕື້ໂດລາ ເນື່ອງຈາກລາຄາຫຸ້ນຂອງ Tesla ຕົກຕໍ່າລົງ. ທ່ານ ມາກ ຊັກເຄີເບີກ, ຜູ້ກໍ່ຕັ້ງ, ທັງເປັນປະທານຜູ້ບໍລິຫານຂອງ Meta ເສຍຫາຍ 27 ຕື້ໂດລາ ເພາະຫຸ້ນຂອງ Meta ຕົກຕໍ່າລົງເກືອບ 14% ແລະ ທ່ານ ເຈັຟ ເບໂຊສ, ຜູ້ກໍ່ຕັ້ງ Amazon ແລະ ເຈົ້າຂອງ Washington Post ເສຍຫາຍ 23,5 ຕື້ໂດລາ.

ສໍາລັບບັນດາປະເທດທີ່ຖືກອາເມລິກາເພີ່ມພາສີໃນຄັ້ງນີ້ ຕ່າງສະແດງຄວາມບໍ່ເຫັນດີ ແລະ ຊອກຫາວິທີແກ້ໄຂ ຫຼື ຕອບໂຕ້ຕາມຄວາມເໝາະສົມ. ໃນນີ້ ເຫັນໄດ້ຢ່າງຈະແຈ້ງ ແລະ ປະຕິບັດໄດ້ຢ່າງເດັດຂາດກວ່າໝູ່ ແມ່ນປະເທດຈີນທີ່ຄູ່ຄ້າທີ່ສໍາຄັນຂອງອາເມຣິກາ ແລະ ເປັນປະເທດທີ່ມີເສດຖະກິດຂະໜາດໃຫຍ່ເປັນອັນດັບ 2 ຂອງໂລກ. ເບື້ອງຕົ້ນອາເມຣິກາໄດ້ປະກາດເພີ່ມພາສີຕໍ່ຈີນ 54% ຕໍ່ມາໄດ້ເພີ່ມຂຶ້ນເປັນ 104% ແລະ 125%. ຈີນ ໄດ້ປະຕິບັດຫຼາຍມາດຕະການເພື່ອຕອບໂຕ້ຄືນ ເຊັ່ນ: ການເພີ່ມພາສີຕໍ່​ສິນ​ຄ້າ​ນຳ​ເຂົ້າ​ທັງ​ໝົດຈາກ​ອາ​ເມ​ຣິ​ກາ, ເບື້ອງຕົ້ນກໍານົດເພີ່ມພາສີ 34% ຕໍ່ມາໄດ້ເພີ່ມເປັນ 84%, ໄດ້ກ່າວ​ຟ້ອງ​ການ​ກະ​ທຳ​ທີ່​ກ່ຽວ​ຂ້ອງ​ຂອງ​ອາ​ເມ​ຣິ​ກາ​ພາຍ​ໃຕ້​ກົນ​ໄກ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ຂອງ​ອົງ​ການ​ການ​ຄ້າ​ໂລກ, ປະກາດຄວບຄຸມການສົ່ງອອກແຮ່ຫາຍາກຫຼາຍຊະນິດໄປອາເມຣິກາ, ​ເພີ່ມ​ຫົວ​ໜ່ວຍ​ທຸ​ລະ​ກິດ​ຫຼາຍ​ແຫ່ງ​ຂອງ​ອາ​ເມ​ຣິ​ກາ​ເຂົ້າ​ໃນ​ບັນ​ຊີ​ຄວບ​ຄຸມ​ການ​ສົ່ງ​ອອກ ແລະ​ ອື່ນໆ.

ສ່ວນສະຫະພາບເອີຣົບ ຫຼື EU ທີ່ອາເມຣິກາເພີ່ມພາສີນໍາເຂົ້າສິນຄ້າ 20%. ທ່ານ​ ນາງ​ອູ​ຊຸ​ລາ ວອນ​ເດີ​ເລ​​ເອິນ, ປະ​ທານ​ຄະ​ນະ​ກຳ​ມາ​ທິ​ການ​ສະ​ຫະ​ພາບ​ເອີ​ຣົ​ບ​ກ່າວ​ວ່າ:​ EU ​ພວມສຸມທຸກຄວາມ​ພະ​ຍາ​ຍາມ​ເພື່ອ​ເຈ​ລະ​ຈາ​ກ່ຽວກັບກັບ​ອາ​ເມ​ຣິ​ກາ​, ແຕ່​ຖ້າ​ມີ​ຄວາມ​ຈຳ​ເປັນ, EU ໄດ້​ກຽມ​ພ້ອມ​ແລ້ວທີ່​ຈະນໍາ​ໃຊ້​ມາດ​ຕະ​ການ​ຕອບ​ໂຕ້​ຄືນ​ເພື່ອ​ປົກ​ປ້ອງ​ຜົນ​ປະ​ໂຫຍດ​ຂອງ​ຕົນ.

ຄຽງຄູ່ກັນນີ້, ຫຼາຍປະເທດ ເຊັ່ນ: ຍີ່ປຸ່ນ, ການາດາ, ອິນເດຍ, ອົດສະຕຣາລີ, ນີວຊີແລນ ແລະ ອື່ນໆ ຕ່າງພວມຊອກຫາມາດຕະການຕອບໂຕ້ທີ່ເໝາະສົມ. ເຊັ່ນດຽວກັບບາງປະເທດສະ ມາຊິກອາຊຽນໄດ້ພະຍາຍາມປຶກສາຫາລືກັບອາເມຣິກາເພື່ອຫຼຸດຜ່ອນອັດຕາພາສີ. ຂະນະທີ່ ມາເລເຊຍ, ໃນຖານະປະເທດປະທານໝູນວຽນອາຊຽນ ໄດ້ເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີເສດຖະກິດອາຊຽນໃນວັນທີ 10 ເມສານີ້ ເພື່ອປຶກສາຫາລືກ່ຽວກັບວິທີຮັບມືກັບການເພີ່ມພາສີຂອງອາເມຣິກາ. ແລະ ກ່ອນໜ້ານີ້, ທ່ານ​ ດາ​ໂຕ ເຊ​ຣີ ອັນ​ວາ ບິນ ອິບ​ບຣາ​ຮິມ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ ໄດ້ອອກມາຮຽກ​ຮ້ອງ​ໃຫ້​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ຈົ່ງ “ສາ​ມັກ​ຄີ​ເປັນ​ເອ​ກະ​ພາບ​ກັນ ຍຶດ​ໝັ້ນຫຼັກ​ໝັ້ນ​ຢ່າງ​ໜັກ​ແໜ້ນ” ເພື່ອ​ຮັບ​ມື​ກັບ​ນະ​ໂຍ​ບາຍ​ເພີ່ມ​ພາ​ສີ​ຂອງ​ລັດ​ຖະ​ບານ​ອາ​ເມ​ຣິ​ກາ.

ການປະກາດນະໂຍບາຍເພີ່ມພາສີຂອງອາເມຣິກາ ໄດ້ສ້າງຄວາມປັ່ນປ່ວນ ແລະ ສະ ເທືອນໄປທົ່ວໂລກ ເຮັດໃຫ້ບຸກຄົນສໍາຄັນຕ່າງໆ ຕ່າງສະແດງຄວາມເປັນຫວ່ງຕໍ່ຜົນກະທົບທີ່ຈະຕາມມາ. ທ່ານ ເຈີໂຣມ ພາວເວລ, ປະທານທະນາຄານກາງອາເມຣິກາ ກ່າວວ່າ: ກໍາແພງພາສີຄັ້ງໃໝ່ຂອງອາເມຣິກາໃຫຍ່ກວ່າທີ່ຄາດຄິດໄວ້ ແລະ ຈະກະທົບຕໍ່ເສດຖະກິດ, ອັດຕາເງິນເຟີ້ຈະເພີ່ມສູງຂຶ້ນ ແລະ ການຂະຫຍາຍຕົວຂອງເສດຖະກິດໂລກທີ່ຊ້າລົງກວ່າທີ່ຄາດໄວ້.

ທ່ານ ​ລູ​ອິ​ສ ອີ​ນາ​ຊິ​ໂອ ລູ​ລາ ດາຊິນ​ວາ, ປະ​ທາ​ນາ​ທິ​ບໍ​ດີບ​ຣາ​ຊິນ ກ່າວ​ວ່າ: ​ລະ​ບຽບການ​ຄ້າ​ໃໝ່​ທີ່​ອາ​ເມ​ຣິ​ກາປະກາດ​ນັ້ນ “ຈະ​ບໍ່​ປະ​ສົບ​​ຜົນ​ສຳ​ເລັດ​ຢ່າງ​ແນ່ນອນ” ແລະ ມີ​ເຈ​ຕະ​ນາ “​ວາງ​ກົດ​ລະ​ບຽບ​ໃຫ້​ແກ່​ທົ່ວ​ໂລກ” ໂດຍ​ຜ່ານ​​ນະ​ໂຍ​ບາຍ​ທີ່​ທຳ​ລາຍລັດ​ທິຫຼາຍ​ຝ່າຍ.

ທ່ານ ຄ​ຣີ​ສ​​ໂຕ​ເຟີ​ ລູ​ຊອນ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ນີວ​ຊີ​ແລນ​ ກ່າວ​ວ່າ: ການເພີ່ມ​ພາ​ສີ​ຂອງອາ​ເມ​ຣິ​ກາ​ເຮັດ​ໃຫ້​ທົ່ວ​ໂລກ​ຕົກ​ເຂົ້າ​ສູ່​ຄວາມ​ອັນ​ຕະ​ລາຍ​ທີ່​ອາດ​ຈະ​ເກີດ​ສົງ​ຄາມ​ທາງ​ການ​ຄ້າ. ​ສົງ​ຄາມ​ທາງ​ການ​ຄ້າບໍ່​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຂອງ​ຝ່າຍ​ໃດໆ, ຈະ​ຫຼຸດຜ່ອນການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ, ທຳ​ລາຍ​ການ​ປະ​ກອ​ບ​ອາ​ຊີບ ​ແລະ​ລາຍ​ຮັບ​ຫຼຸດລົງ, ການ​ກະ​ທຳ​ດັ່ງ​ກ່າວ​ກໍາລັງ​ທຳ​ຮ້າຍ​ອະ​ນາ​ຄົດ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ໂລກ.

ສ່ວນ ທ່ານ​ໂລ​ເຣັນ​ສ໌ ຊຳ​ເມີ​ສ, ອະ​ດີດ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ອາ​ເມ​ຣິ​ກາ ໄດ້​ຕຳ​ໜິ​ນະ​ໂຍ​ບາຍ​ເພີ່ມ​ພາ​ສີ​ຂອງ​ອາ​ເມ​ຣິ​ກາ​ວ່າ: ນີ້​ເປັນ​ການ​ທຳ​ຮ້າຍ​ຕົນ​ເອງ​ຢ່າງ​ຮ້າຍ​ແຮງ​ທີ່​ສຸດ​ຕໍ່​ເສດ​ຖະ​ກິດ​ຂອງ​ອາ​ເມ​ຣິ​ກາ​ໃນ​ປະ​ຫວັດ​ສາດ, ທັງຈະເຮັ​ດ​ໃຫ້​​ເກີດໄພ​ເງິນ​ເຟີ້ຮ້າຍ​ແຮງ​ຂຶ້ນ ແລະ ​​ຄວາມ​ສາ​ມາດ​​ໃນການ​ບໍ​ລິ​ໂພກ​ຂອງ​ປະ​ຊາຊົນຫຼຸດ​ຕ່ຳ​ລົງ.

ເວົ້າໄດ້ວ່າ, ບັນດາປະເທດທົ່ວໂລກ, ລວມເຖິງບັນດາອົງການຈັດຕັ້ງສາກົນ ຕ່າງບໍ່ເຫັນດີກັບນະໂຍບາຍຂຶ້ນພາສີສິນຄ້ານໍາເຂົ້າຂອງອາເມຣິກາໃນຄັ້ງນີ້ ເພາະເປັນຫ່ວງເຖິງຜົນກະທົບຕໍ່ເສດຖະກິດໂລກທີ່ຈະເກີດຂຶ້ນ ເນື່ອງຈາກການຂຶ້ນພາສີຊໍ້າແລ້ວຊໍ້າອີກຂອງອາເມຣິກາ ຈະເຮັດໃຫ້ເກີດສົງຄາມການຄ້າລະຫວ່າງປະເທດມະຫາອໍານາດສົ່ງຜົນກະທົບຕໍ່ເສດຖະກິດໂລກຢ່າງຫຼີກ ລ່ຽງບໍ່ໄດ້. ຈີນ ເນັ້ນຢໍ້າມາຕະຫຼອດວ່າ: ສົງ​ຄາມ​ພາ​ສີ ແລະ ສົງ​ຄາມ​ການ​ຄ້າ ​ຈະ​ບໍ່​ມີ​ຜູ້​ຊະ​ນະ ເຊິ່ງ​ເປັນ​ສັດ​ຈະ​ທຳ​ທີ່​ຈະ​ບໍ່​ມີ​ອັນ​ໃດ​ມາປ່ຽນແປງໄດ້, ການ​ພັດ​ທະ​ນາ​ແມ່ນ​ສິດ​ທິ​ທົ່ວ​ໄປ​ຂອງ​ບັນດາປະ​ເທດ​ທົ່ວ​ໂລກ, ຫາກ​ບໍ່​ແມ່ນ​ສິດ​ທິ​ພິ​ເສດ​ຂອງ​​ບາງປະ​ເທດ​. ຈີນ ​ຍິນ​ດີ​ຮ່ວມ​ກັບ​ຝ່າຍ​ຕ່າງໆ ຍຶດ​ໝັ້ນ​ລັດ​ທິຫຼາຍ​ຝ່າຍ​ທີ່​ແທ້​ຈິງ, ຮ່ວມ​ກັນ​ປົກ​ປັກ​ຮັກ​ສາ​ໂຄງ​ປະ​ກອບ​ດ້ານ​ການ​ຄ້າຫຼາຍ​ຝ່າຍ​ທີ່​ຖື​ເອົາ​ອົງ​ການ​ການ​ຄ້າ​ໂລກ​ເປັນ​ແກນ​ກາງ, ​ປົກປ້ອງ​ຄວາມ​ຍຸ​ຕິ​ກຳ ແລະ ຄວາມ​ເປັນ​ທຳ​ໃນ​ສາ​ກົນ.

ປັດ​ຈຸ​ບັນ​ນີ້, ໂລກໄດ້​ຫັນ​ເປັນຫຼາຍ​ຂົ້ວ​ ແລະ ເສດ​ຖະ​ກິດ​ໂລ​ກາ​ພິ​ວັດ​ໄດ້​ພັດ​ທະ​ນາ​ລົງ​ສູ່​ລວງ​ເລິກ, ລັດ​​ທິຝ່າຍ​ດຽວ ແລະ ລັດ​ທິ​ປົກ​ປ້ອງ​ການ​ຄ້າ​ທີ່​ຖິ້ມ​ຜົນ​ກະ​ທົບ​ໃສ່​ປະ​ເທດ​ອື່ນ​ນັ້ນ​ບໍ່​ສອດ​ຄ່ອງ​ກັບ​ຈິດ​ໃຈ​ຂອງ​ຊາວ​ໂລກ. ສະນັ້ນ ທຸກປະເທດຕ້ອງຮ່ວມກັນປົກ​ປ້ອງ​ໂຄງ​ປະ​ກອບ​ການ​ຄ້າຫຼາຍ​ຝ່າຍ ແລະ ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈຶ່ງ​ເປັນ​ຄວາມ​ປາດ​ຖະ​ໜາ​ຮ່ວມ​ຂອງ​ປະ​ຊາ​ຊົນ​ທຸກປະ​ເທດທົ່ວໂລກ. ບາງປະເທດມະຫາອໍານາດຄວນປ່ຽນຄວາມຊິນເຄີຍກັບທັດສະນະທີ່ວ່າ: ການເສຍ​ສະ​ຫຼະ​ຜົນ​ປະ​ໂຫຍດ​ຂອງ​ທົ່ວ​ໂລກ​ເພື່ອ​ຮັບ​ໃຊ້​ຄວາມ​ເປັນ​ເຈົ້າ​ອຳ​ນາດ​ຂອງ​ຕົນ ເພາະນັ້ນມັນສົ່ງຜົນກະທົບໂດຍກົງຕໍ່​ເສດ​ຖະ​ກິດ​ໂລກ. ຂະນະທີ່ ສ່ວນການສ້າງສົງ​ຄາມ​ພາ​ສີ ແລະ ສົງ​ຄາມ​ການ​ຄ້າ ເປັນສິ່ງທີ່ບັນດາປະເທດທົ່ວໂລກບໍ່ສະໜັບສະໜູນ ແລະ ບໍ່ຕ້ອງ ການໃຫ້ເກີດຂຶ້ນທີ່ສຸດ.