ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທ່າການຄ້າເສລີໄຫຫຼໍາ ຈະມອບໂອກາດໃໝ່ທີ່ອຸດົມສົມບູນໃນການພັດທະນາໃຫ້ແກ່ໂລກ

Nov 28, 2025

ທ່າການຄ້າເສລີໄຫຫຼໍາ ຈະມອບໂອກາດໃໝ່ທີ່ອຸດົມສົມບູນໃນການພັດທະນາໃຫ້ແກ່ໂລກ

 

ປັດຈຸບັນ,  ທ່າການຄ້າເສລີໄຫຫຼຳຂອງຈີນ ພວມຢູ່ໃນໄລຍະນັບຖອຍຫຼັງເພື່ອກຽມເຂົ້າສູ່ການເປີດນຳໃຊ້ລະບົບດ່ານພາສີອິດສະຫຼະທົ່ວເກາະ ເຊິ່ງຍັງເຫຼືອເວລາບໍ່ຮອດໜຶ່ງເດືອນເພາະດ່ານພາສີດັ່ງກ່າວຈະເລີ່ມເປີດບໍລິການຢ່າງເປັນທາງການໃນວັນທີ 18 ທັນວາ 2025 ເປັນຕົ້ນໄປ. ການນໍາໃຊ້ນະໂຍບາຍດ່ານພາສີອິດສະຫຼະທົ່ວເກາະ ບໍ່ແມ່ນການປິດເກາະໄຫຫຼຳ, ແຕ່ແມ່ນນຳໃຊ້ມາດຕະຖານສູງສຸດຂອງສາກົນເພື່ອເຮັດໃຫ້ການໄປມາຫາສູ່ກັນລະຫວ່າງໄຫຫຼຳກັບສາກົນມີຄວາມສະດວກສະບາຍ ແລະ ເສລີກວ່າເກົ່າ, ມີການພົວ ພັນກັບເຂດແຜ່ນດິນໃຫຍ່ຈີນສະດວກສະບາຍຍິ່ງຂຶ້ນ ແລະ ມີປະສິດທິພາບສູງກວ່າເກົ່າ ຈຶ່ງເຮັດໃຫ້ສາຍຕາກົນຕ່າງເລັງມາທີ່ເກາະໄຫຫຼໍາຂອງຈີນເປັນພິເສດ ເພາະພາຍຫຼັງນຳໃຊ້ນະໂຍບາຍດັ່ງກ່າວ, ທົ່ວເກາະໄຫຫຼຳຈະກາຍເປັນເຂດພິເສດໃນການຕິດຕາມຄຸ້ມຄອງດ່ານພາສີ, ປະຕິບັດນະໂຍບາຍລະບຽບການທີ່ເສລີກວ່າເກົ່າ, ນຳໃຊ້ນະໂຍບາຍທີ່ໃຫ້ບຸລິມະສິດຫຼາຍກວ່າເກົ່າ ເຊັ່ນ: ຫຼຸດພາສີສິນຄ້າລົງເປັນສູນ, ນຳໃຊ້ມາດຕະການຄຸ້ມຄອງການຄ້າທີ່ຜ່ອນຄາຍກວ່າເກົ່າ, ການຜ່ານດ່ານສະດວກສະບາຍກວ່າເກົ່າ ແລະ ອື່ນໆ. 

ອີງຕາມຂໍ້ມູນທີ່ ທ່ານ ຫວາງ ປິນ (Wang Bin) ໂຄສົກຄະນະພັກຄອມມູນິດຈີນແຂວງໄຫຫຼໍາ ລາຍງານໃນໂອກາດຈັດກອງປະຊຸມບັນຍາຍກ່ຽວກັບທ່າການຄ້າເສລີໄຫຫຼໍາຕໍ່ສື່ມວນຊົນຈາກປະເທດໃນເຂດໂລກໃຕ້ໃນວັນທີ 24 ພະຈິກ 2025, ຢູ່ນະຄອນໄຫໂຂ່ວ ໃຫ້ຮູ້ວ່າ: ລະບົບດ່ານພາສີອິດສະຫຼະທົ່ວເກາະໄຫຫຼໍາຈະເລີ່ມຢ່າງເປັນທາງການໃນວັນທີ 18 ທັນວາ 2025 ເປັນຕົ້ນໄປ ຫຼັງຈາກທີ່ມີການປະກາດໃຊ້ແຜນແມ່ບົດສໍາລັບການພັດທະນາເຂດການຄ້າເສລີດັ່ງກ່າວໃນເດືອນມິຖຸນາ 2020 ເຊິ່ງທາງການໄຫຫຼໍາຈະດໍາເນີນນະໂຍບາຍປອດພາສີ, ອັດຕາພາສີຕໍ່າ, ການຊໍາລະພາສີທີ່ສະດວດສະບາຍກວ່າເກົ່າ ເພື່ອອໍານວຍຄວາມສະດວກໃນການລົງທຶນ, ການເດີນທາງເຂົ້າເກາະໄຫຫຼໍາໂດຍບໍ່ຕ້ອງຂໍວິຊ່າຈໍານວນ 86 ປະເທດ ແລະ ການແລກປ່ຽນຂໍ້ມູນທີ່ປອດໄພ ໂດຍໄດ້ອອກກົດໝາຍກ່ຽວກັບການຫຼຸດຂັ້ນຕອນການບໍລິການຂອງທ່າການຄ້າເສລີໄຫຫຼໍາ ເຊິ່ງຈັດຕັ້ງກົນໄກແກ້ໄຂຂໍ້ຂັດແຍ້ງທາງການຄ້າສາກົນຢ່າງຮອບດ້ານທີ່ເຊື່ອມໂຍງລະຫວ່າງການໄກ່ເກ່ຍ, ການຊີ້ຂາດ ແລະ ດໍາເນີນຄະດີ. 

ນອກນີ້ ຍັງໄດ້ພັດທະນາພື້ນຖານໂຄງລ່າງຂອງເກາະ, ໃນນີ້, ໂຄງ ການສະໜາມບິນຂະໜາດໃຫຍ່ໄດ້ກໍ່ສ້າງສໍາເລັດ ແລະ ເປີດໃຊ້ບໍລິການແລ້ວ ເຊັ່ນ: ໄລຍະທີສອງຂອງສະໜາມໄຫໂຂ່ວເໝີຍຫລານ, ໄລຍະທີສາມຂອງສະໜາມບິນສາກົນຊານຢ່າຟິນິກ ແລະ ໄລຍະທີສາມຂອງສະໜາມບິນສົງໄຫ່ໂບອ່າວ, ສ່ວນນະໂຍບາຍຍົກເວັ້ນພາສີນໍາເຂົ້າສິນຄ້າທີ່ມີມູນຄ່າເພີ່ມຫຼັງຈາກການແປຮູບບໍ່ຕໍ່າກວ່າ 30% ໄດ້ຂະຫຍາຍໃຫ້ກວມເອົາທົ່ວເກາະແລ້ວ. ອີງຕາມຂໍ້ມູນໃນເດືອນກັນຍາປີນີ້ ສະແດງໃຫ້ເຫັນວ່າ ນະໂຍບາຍດັ່ງກ່າວໄດ້ສ້າງປະໂຫຍດໃຫ້ວິສາຫະກິດ 565 ແຫ່ງ, ກວມເອົາສິນຄ້າທີ່ມີມູນຄ່າ 27,06 ລ້ານຢວນ ແລະ ເຮັດໃຫ້ຫຼຸດພາສີນໍາເຂົ້າ ຫຼື ຍົກເວັ້ນພາສີມູນຄ່າ 5,09 ລ້ານຢວນ.

ແຂວງໄຫຫຼໍາ ດຶງດູດການຄ້າ ແລະ ການລົງທຶນເພີ່ມຂຶ້ນຢ່າງຕໍ່ເນື່ອງ, ໃນນີ້ ມູນຄ່າການຄ້າຂອງແຂວງໄຫຫຼໍາ ໄດ້ເພີ່ມຂຶ້ນຈາກ 93,33 ຕື້ຢວນໃນປີ 2020 ເປັນ 277,89 ຕື້ ຢວນໃນປີ 2024, ມີອັດຕາການເຕີບໂຕຕໍ່ປີຢູ່ທີ່ 31,3% ໃນການຄ້າສິນຄ້າ ແລະ 32,3% ໃນການຄ້າການບໍລິການ. ນອກນີ້, ຍັງມີການລົງທຶນຈາກຕ່າງປະເທດ ລວມ 166,7 ຕື້ ຢວນ ຈາກນັກລົງທຶນ 185 ປະເທດ, ສ່ວນການລົງທຶນດ້ານການຄົ້ນຄວ້າ ແລະ ພັດທະນາມີອັດຕາການເຕີບໂຕສູງເປັນອັນດັບໜຶ່ງຂອງປະເທດເປັນເວລາສາມປີຕິດຕໍ່ກັນ. ຕະຫຼອດໄລຍະແຜນພັດທະນາ 5 ປີ ຄັ້ງທີ 14 ຂອງຈີນ, ມີໂຄງການດ້ານວິທະຍາສາດ ແລະ ເຕັກໂນໂລຊີລະດັບຊາດທີ່ຜ່ານການອະນຸມັດຈໍານວນ 2,168 ໂຄງການ. ຂະນະດຽວກັນ ແຂວງໄຫຫຼໍາ ຍັງຕິດອັນດັບເຂດພື້ນທີ່ທີ່ມີຄຸນນະພາບສິ່ງແວດລ້ອມດີທີ່ສຸດຂອງຈີນ, ໂດຍມີວັນທີ່ມີຄຸນນະພາບອາກາດດີຢູ່ໃນລະດັບດີເລີດສູງເຖິງ 99,4% ແລະ ມີພື້ນທີ່ທີ່ນ່ານນ້ຳແຄມຝັ່ງທີ່ມີຄຸນນະພາບນ້ຳຢູ່ໃນລະດັບດີເລີດສູງເຖິງ 99.87% ອີກດ້ວຍ.

ອີງຕາມຂໍ້ມູນຍັງສະແດງໃຫ້ເຫັນວ່າພາຍຫຼັງໄຫຫຼໍາເປີດນຳໃຊ້ລະບົບດ່ານພາສີອິດສະຫຼະທົ່ວເກາະໄຫ, ປະເພດສິນຄ້າທີ່ພາສີເປັນສູນຈະຂະຫຍາຍວົງກວ້າງອອກ ໂດຍເພີ່ມຂຶ້ນຈາກ 1.900 ຊະນິດໃນປັດຈຸບັນຂຶ້ນເປັນປະມານ 6.600 ຊະນິດ ເຊິ່ງຈະເຮັດໃຫ້ຕົ້ນທຶນການນຳເຂົ້າຫຼຸດລົງຢ່າງຫຼວງຫຼາຍ ແລະ ເຮັດໃຫ້ຕະຫຼາດມີຊີວິດຊີວາຍິ່ງຂຶ້ນ, ສ້າງຜົນປະໂຫຍດໃຫ້ແກ່ຜູ້ບໍລິໂພກ ແລະ ກຸ່ມເສດຖະກິດຕົ້ນຕໍໃນຕະຫຼາດ.

ໄຫຫຼໍາ ຕັ້ງຢູ່ລະຫວ່າງມະຫາສະໝຸດປາຊີຟິກ ແລະ ມະຫາສະໝຸດ ແລະ ມະຫາສະໝຸດອິນເດຍ, ເປັນພື້ນທີ່ທີ່ເຊື່ອມຕໍ່ແຜ່ນດິນໃຫຍ່ຈີນ ແລະ ພາກພື້ນອາຊຽນ, ລວມທັງປະເທດເຂດໂລກໃຕ້ໃນພາກພື້ນອື່ນໆ ເຮັດໃຫ້ກາຍເປັນເຂດເສດຖະກິດພິເສດທີ່ໃຫຍ່ທີ່ສຸດຂອງຈີນ ແລະ ກາຍເປັນສູນກາງສໍາຄັນສໍາລັບການຂົນສົ່ງສິນຄ້າ ແລະ ການຜະລິດລະ ດັບໂລກອີກດ້ວຍ. 

ເມື່ອບໍ່ດົນມານີ້, ທ່ານ ສີຈິ້ນຜິງ ປະ​ທານ​ປະ​ເທດ​ຈີນ ໄດ້ເດີນທາງໄປຢ້ຽມຢາມແຂວງໄຫຫຼໍາ ແລະ ໄດ້ໃຫ້ທິດຊີ້ນໍາເພື່ອໃຫ້ແຂວງດັ່ງກ່າວຖືເອົາການຄ້າ ແລະ ການລົງ ທຶນຫັນເປັນແບບເສລີ ແລະ ສະດວກເປັນຈຸດສຸມ, ຕັ້ງໜ້າຊຸກຍູ້ການໄຫຼວຽນຂ້າມຊາດຂອງທຶນ, ການເຂົ້າອອກເຂດການຄ້າເສລີຂອງບຸກຄະລາກອນ, ການຂົນສົ່ງໃຫ້ມີຄວາມເສລີ ແລະ ສະດວກ ກໍຄືຊຸກຍູ້ຂໍ້ມູນໃຫ້ສາມາດເຄື່ອນໄຫວຢ່າງເປັນລະບຽບ ແລະ ປອດໄພ. ທັງເຮັດໃຫ້ທ່າການຄ້າເສລີໄຫຫຼໍາເປັນປະຕູສໍາຄັນອີກແຫ່ງໜຶ່ງສໍາລັບປະເທດອື່ນໆໃນໂລກເຊື່ອມຈອດຕະຫຼາດຈີນ ທັງເປັນມາດຕະການອັນແຂງແຮງຂອງຈີນເພື່ອຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງ.

ໃນກອງປະຊຸມຄົບຄະນະ ຄັ້ງທີ 4 ຂອງຄະນະກໍາມະການສູນກາງພັກຄອມມູນິດຈີນ ສະໄໝທີ 20 ທີ່ຫາກໍສໍາເລັດເມື່ອບໍ່ດົນມານີ້ ໄດ້ເນັ້ນໜັກເປັນພິເສດໃຫ້ລັດຖະບານຈີນເປີດກວ້າງການປີດປະຕູສູ່ພາຍນອກໃນລະດັບສູງ ເພື່ອສ້າງສະພາບແວດລ້ອມໃໝ່ທີ່ຮ່ວມມືກັນແບບຕ່າງຝ່າຍຕ່າໄດ້ຮັບຜົນປະໂຫຍດ. ສະນັ້ນ ການຈະເປີດນຳໃຊ້ລະບົບດ່ານພາສີອິດສະ ຫຼະທົ່ວເກາະໄຫຫຼຳນັບແຕ່ວັນທີ 18 ທັນວາ 2025 ເປັນຕົ້ນໄປ ຈຶ່ງຖືເປັນຂີດໝາຍສໍາຄັນຂອງຈີນທີ່ມີຂະໜາດເສດຖະກິດໃຫຍ່ເປັນອັນດັບ 2 ຂອງໂລກໃນການເປີດກວ້າງການເປີດປະຕູສູ່ພາຍນອກໃນທ່າມກາງສະພາບເສດຖະກິດໂລກມີການຜັນແປຕະຫຼອດເວລາ ກໍຄື ການເພີ່ມມາດຕະການປ້ອງກັນຕົວເອງສູງຂຶ້ນກວ່າເກົ່າຂອງບັນດາປະເທດໃນໂລກ. ການເປີດນໍາໃຊ້ລະບົບດ່ານພາສີດັ່ງກ່າວບໍ່ພຽງແຕ່ສ້າງຜົນປະໂຫຍດມາໃຫ້ຈີນເທົ່ານັ້ນ ຍັງຈະມອບໂອກາດໃໝ່ທີ່ອຸດົມສົມບູນໃນການພັດທະນາໃຫ້ແກ່ໂລກ ຕື່ມອີກ.