ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 22 ມີນາ 2023 ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄໍາມ່ວນ ໂດຍໃຫ້ການຕ້ອນຮັບຈາກທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ພ້ອມດ້ວຍບັນດາການນໍາຂອງແຂວງ, ການນໍາຂອງເມືອງເຂົ້າຮ່ວມ.
ພ້ອມນີ້ຄະນະທ່ານປະທານປະເທດໄດ້ເດີນທາງໄປຢ້ຽມຢາມ ແລະ ພົບປະພໍ່ແມ່ປະຊາຊົນບ້ານຜັກອີ່ຕູ່ ເມືອງ ໜອງບົກ ເຊິ່ງໄດ້ຮັບຟັງການລາຍງານສະ ພາບການພັດທະນາ ແລະ ບາງວຽກງານທີ່ໄດ້ຮັບການຈັດຕັ້ງປະຕິບັດຢູ່ໃນເມືອງໜອງບົກ ໃນໄລຍະຜ່ານມາ ແລະ ສະພາບການພັດທະນາບ້ານຜັກອີ່ຕູ່. ເຊິ່ງຄະພັກ, ຄະນະການຈັດຕັ້ງບ້ານ ໄດ້ສຸມໃສ່ນໍາພາປະຊາຊົນພັດທະນາພື້ນຖານໂຄງລ່າງ ໂດຍສະເພາະເສັ້ນທາງເຊື່ອມຕໍ່ລະຫວ່າງບ້ານ, ເສັ້ນທາງໄປສູ່ພື້ນທີ່ການຜະລິດຂອງປະຊາຊົນ ໃຫ້ສາມາດທຽວໄດ້ທັງສອງລະດູ. ບ້ານຜັກອີ່ຕູ່ ມີເນື້ອທີ່ທັງໝົດ 190 ເຮັກຕາ, ໃນນີ້ເນື້ອທີ່ການຜະລິດ 187 ເຮັກຕາ, ມີ 81 ຄອບຄົວ, ພົນລະເມືອງ 409 ຄົນ. ໃນປີ 2022 ປະຊາຊົນພາຍໃນບ້ານໄດ້ສຸມໃສ່ຜະລິດເຂົ້ານາປີໄດ້ 149 ເຮັກຕາ, ນາແຊງ 139 ເຮັກຕາ, ຜົນຜະລິດລວມໄດ້ 1.152 ໂຕ່ນ, ສະເລ່ຍໄດ້ 1.816 ກິໂລຕໍ່ຄົນຕໍ່ປີ ແລະ ໄດ້ຂາຍເປັນສິນຄ້າ 868 ໂຕ່ນ ລວມມູນຄ່າ 5,4 ຕື້ກວ່າກີບ ພ້ອມນີ້ຍັງໄດ້ປູກສາລີ ແລະ ພືດຜັກອື່ນໆຢ່າງເປັນຂະບວນຟົດຟື້ນ. ຈາກນັ້ນຄະນະຂອງທ່ານປະທານປະເທດກໍ່ໄດ້ເດີນທາງຢ້ຽມຢາມການລ້ຽງປາໃສ່ກະຊັງ ທີ່ບ້ານຈອມແຈ້ງ ເມືອງທ່າແຂກ ແລະ ເຂົ້າກາບໄຫວ້ຫໍຈາລຶກປະຫວັດສາດ ບັ້ນຮົບປ້ອງກັນຕົວເມືອງທ່າແຂກ 21 ມີນາ 1946 ພ້ອມຊົມງານວາງສະແດງ ແລະ ຈໍາໜ່າຍສິນຄ້າຢູ່ບໍລິເວນຫໍຈາລຶກດັ່ງກ່າວ.
ໂອກາດດຽວກັນທ່ານປະທານປະເທດ ກໍ່ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳແກ່ພາກ ສ່ວນກ່ຽວຂ້ອງ ໃຫ້ເພີ່ມທະວີຄວາມເອົາໃຈໃສ່ບາງດ້ານເປັນຕົ້ນ: ເອົາໃຈໃສ່ຊຸກຍູ້ສົ່ງເສີມໃຫ້ພໍ່ແມ່ປະຊາຊົນບ້ານຜັກອີ່ຕູ່ ປູກພືດຜັກປອດສານຜິດ ເພື່ອສົ່ງຂາຍຕະຫຼາດທີ່ເຫັນວ່າສັງຄົມມີຄວາມຕ້ອງການສູງ ແລະ ໄດ້ລາຄາດີກວ່າ, ຫຼຸດຜ່ອນການນຳເຂົ້າພືດຜັກຈາກບ່ອນອື່ນ ຫຼື ຈາກປະເທດໃກ້ຄຽງ ພ້ອມທັງມີການຄົ້ນຄວ້າປູກພືດຜັກທີ່ໃຊ້ນໍ້າໜ້ອຍ ແຕ່ໄດ້ຜົນຕອບຮັບທີ່ສູງ ເພື່ອປະຢັດຕົ້ນທຶນການຜະລິດລົງ, ມອບໃຫ້ກະຊວງກ່ຽວຂ້ອງສຶກສາຄົ້ນຄວ້າ ເພື່ອເຮັດແນວໃດໃຫ້ພໍ່ແມ່ປະຊາຊົນໄດ້ເຂົ້າເຖິງສິ່ງອຳນວຍຄວາມສະດວກໃນການຜະລິດ ທີ່ມີຕົ້ນທຶນທີ່ຕໍ່າ ໂດຍສະເພາະເຄື່ອງກົນຈັກ, ລາຄາປຸ໋ຍ ແລະ ອື່ນໆ, ຄະນະນຳຂອງເມືອງ, ບ້ານ ໃຫ້ເອົາໃຈໃສ່ຮັກສາມູນເຊື້ອວິລະຊົນ, ມູນເຊື້ອປະຕິວັດ, ເຮັດໃຫ້ປະຊາຊົນມີຢູ່ມີກິນ ແລະ ເປັນເຈົ້າການປົກປ້ອງເຂດນໍ້າແດນດິນຂອງຕົນຢ່າງເປັນເຈົ້າການ, ເຮັດໃຫ້ປະຊາຊົນໄດ້ຮັບຮູ້, ເຂົ້າຮ່ວມ ແລະ ປະກອບສ່ວນຢ່າງຕັ້ງໜ້າຕໍ່ແນວທາງນະໂຍບາຍຂອງພັກ-ລັດ ແລະ ຮັກສາໄດ້ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ຕໍ່ຕ້ານບັນດາປະກົດການຫຍໍ້ທໍ້ ແລະ ກຸ່ມຄົນທີ່ບໍ່ດີ ທີ່ຫວັງມ້າງເພທຳລາຍ ສ້າງຄວາມແຕກແຍກໃນລະບົບການຈັດຕັ້ງຕ່າງໆ, ສຶກສາອົບຮົມລູກຫຼານ-ເຍົາວະຊົນ ຢ່າໃຫ້ຫຼົງມົວເມົານຳຢາເສບຕິດ ແລະ ສຶກສາອົບຮົມໃຫ້ເຂົາເຈົ້າເສບຂໍ້ມມູນຂ່າວສານຈາກສື່ອອນລາຍທີ່ມີຜົນປະໂຫຍດ, ມີການແຂ່ງຂັນພັດທະນາທາງດ້ານການຜະລິດໃຫ້ມີຄວາມແຂງແຮງ ແລະ ສ້າງໃຫ້ເປັນແບບຢ່າງໃຫ້ແກ່ບັນດາເມືອງ ແລະ ແຂວງອື່ນໆ, ມອບໃຫ້ກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງ ສົມທົບກັບຜູ້ປະກອບການ ສຶກສາຄົ້ນຄວ້າ ໃນການເພາະພັນລູກປາ ເພື່ອລ້ຽງຕອບສະໜອງໃຫ້ແກ່ຕະຫຼາດພາຍໃນ ແລະ ຫຼີກລ້ຽງການນຳເຂົ້າລູກປາຈາກບ່ອນອື່ນ ທັງເປັນການປະຢັດຕົ້ນທຶນ ແລະ ເພີ່ມກຳໄລໃຫ້ແກ່ຜູ້ປະກອບການ.
ໂອກາດດຽວກັນທ່ານປະທານປະເທດ ກໍ່ຍັງໄດ້ໂອ້ລົມໃຫ້ທິດຊີ້ນຳແກ່ການນຳຂອງແຂວງ ຢູ່ທີ່ເຮືອນຮັບແຂກ ເລກ 1 ເພື່ອເຮັດໃຫ້ການບໍລິຫານວຽກງານຕ່າງໆຢູ່ພາຍໃນແຂວງຄຳມ່ວນ ໄດ້ຮັບການພັດທະນາ ແລະ ມີບາດກ້າວຂະຫຍາຍຕົວສູງຂຶ້ນກວ່າເກົ່າ.
ຂ່າວ;ພາບ: ແຂວງຄຳມ່ວນ