ທ່ານປະທານປະເທດ ແຫ່ງ ສປປ ລາວ ລົງຢ້ຽມຢາມ ຖານການຜະລິດຝຸ່ນໂປຕາສຂອງ ອາຊີ-ໂປຕາສ ສາກົນ ຢູ່ແຂວງ ຄໍາມ່ວນ.
———————

ວັນທີ 16 ມັງກອນ ປີ 2025 ໂອກາດທີ່ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ພອ້ມດວ້ຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ບໍລິສັດ ອາຊີ-ໂປຕາສ ສາກົນ ໄດ້ຮັບຟັງການລາຍງານ ຈາກຄະນະອໍານວຍການ ໃຫ້ຮູ້ວ່າ ບໍລິສັດດັ່ງກ່າວເປັນວິສາຫະກິດຜະລິດຝຸ່ນໂປຕາສທີ່ມີຂະໜາດໃຫຍ່ທີ່ສຸດໃນລາວ ແລະພາກພື້ນອາຊີຕາເວັນອອກສ່ຽງໃຕ້. ມາຮອດປະຈຸບັນໄດ້ ສ້າງວຽກເຮັດງານທໍາໃຫ້ທ້ອງຖິ່ນເກືອບ 20,000 ຄົນ.
ໃນນັ້ນ, ມີພະນັກງານລາວ 5,000 ຄົນເຮັດວຽກຢູ່ຖານການຜະລິດ; 6,000 ຄົນ ທີ່ໃຫ້ການບໍລິການດ້ານການກໍ່ສ້າງ ແລະການຜະລິດ; ນອກຈາກນັ້ນ, ບັນດາ ຮ້ານຄ້າທີ່ໃຫ້ບໍລິການໃນເມືອງນ້ອຍ ອາຊີ-ໂປຕາສ ມີຫຼາຍເຖິງ 300 ຮ້ານ ແລະ ພະນັກງານທີ່ໃຫ້ການບໍລິການໃນເມືອງນ້ອຍມີ 3.600 ຄົນ, ມູນຄ່າການຊື້ຂາຍປະຈຳເດືອນບັນລຸ 26.2 ຕື້ກີບ.
ບໍລິສັດ ຊີໂນ-ອາກຣີ ໂປຕາສ ໄດ້ເຂົ້າມາລາວຄັ້ງທໍາອິດໃນປີ 2009, ຮອດປີ 2020 ປະລິມານການຜະລິດຝຸ່ນໂປຕາສມີພຽງແຕ່ 220,000 ໂຕນ. ບໍລິສັດ, ໄດ້ຜ່ານຜ່າຄວາມຫຍຸ້ງຍາກ ແລະ ແກ້ໄຂສິ່ງທ້າທາຍຕ່າງໆ, ປັດຈຸບັນ ກໍາລັງການຜະລິດບັນລຸ 2 ລ້ານໂຕນ, ຜົນຜະລິດໃນປີ 2024 ແມ່ນ 1.8 ລ້ານ ໂຕນ, ເປົ້າໝາຍແຜນການແມ່ນຈະໃຫ້ບັນລຸກຳລັງການຜະລິດເຖິງ 10 ລ້ານໂຕນ/ປີ ແນໃສ່ ບັນລຸເປົ້າໝາຍຍຸດທະສາດເປັນຜູ້ສະໜອງຝຸ່ນໂປຕາສລະດັບໂລກ. ທ່ານເລຂາທິການໃຫຍ່, ປະທານປະເທດ ແລະຄະນະ ຍັງໄດ້ຢ້ຽມຊົມການຜະລິດ ແລະຜະລິດຕະພັນທີ່ໂຮງງານຜະລິດອອກ.




