ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຄໍາເກີດ ເປັນອີກຫນື່ງເມືອງ ຂອງເເຂວງບໍລີຄໍາໄຊ ທີ່ມີການພົວພັນຮ່ວມມືຫລາຍດ້ານ ກັບ2ເມືອງ ທີ່ຂື້ນກັບເເຂວງຮ່າຕີງ ຂອງຫວຽດນາມ ເປັນຕົ້ນ: ເມືອງເຮືອງເຊີນ ແລະ ເມືອງວູ່ກວາງ ເພື່ອຊ່ວຍເຫລືອເຊີ່ງກັນເເລະກັນໃນດ້ານຕ່າງໆ ຄຽງຄູ່ກັນນີ້ ສອງເມືອງໄດ້ລົງນາມຮ່ວມກັນ ຕາມເນື້ອໃນບົດບັນທຶກຊ່ວຍຈໍາ ທີ່ໄດ້ເປັນເອະກພາບຮ່ວມກັນ ໃນກອງປະຊຸມພົບປະ ປະຈໍາປີ ຕື່ມອີກ.
ໃນໂອກາດໃຫ້ສໍາພາດຕໍ່ນັກຂ່າວວິທະຍຸກະຈາຍສຽງແຫ່ງຊາດລາວ ເເລະ ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ຫລື vov ທີ່ເດີນທາງມາເເຕ່ນະຄອນຫລວງຮ່າໂນ້ຍ ເມື່ອບໍ່ດົນມານີ້ ທ່ານຜາສຸກ ຈູມມະລາວົງ ຮອງເຈົ້າເມືອງໆຄໍາເກີດ ເເຂວງບໍລິຄໍາໄຊ ໃຫ້ຮູ້ວ່າ: ການພົວພັນຮ່ວມມືກັບເມືອງເເຮກສ່ຽວ ເເຂວງຮ່າຕີງຂອງຫວຽດນາມແຕ່ລະປີໄດ້ຜັດປ່ຽນກັນເປັນເຈົ້າພາບຈັດກອງປະຊຸມແລກປ່ຽນບົດຮຽນ, ໄດ້ອໍານວຍຄວາມສະດວກໃນການຂຸດຄົ້ນອັດຖິທະຫານ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມ ໂດຍໄດ້ຈັດພິທີສົ່ງກັບຄືນປະເທດໃນແຕ່ລະປີຢ່າງສົມກຽດ, ນອກຈາກນີ້ ເນື່ອງໃນໂອກາດວັນບຸນສໍາຄັນຕ່າງໆຂອງສອງປະເທດເຊັ່ນ: ວັນຊາດ, ວັນບຸນປີໃໝ່, ວັນສ້າງຕັ້ງພັກ, ງານເທດສະການ ແລະ ວັນສໍາຄັນອື່ນໆຂອງສອງເມືອງ, ສອງແຂວງ ແລະ ສອງປະເທດ ໄດ້ມີການແຕ່ງຕັ້ງຄະນະນໍາໄປ-ມາຢ້ຽມຢາມ, ອວຍພອນ, ພົບປະ, ຮ່ວມງານກິລາ ແລະ ເຂົ້າຮ່ວມກິດຈະກໍາອື່ນໆຢູ່ແຕ່ລະຝ່າຍຢ່າງເປັນປົກກະຕິຕໍເນື່ອງ..
ທ່ານຜາສຸກ ຈູມມະລາວົງ ໃຫ້ຮູ້ຕື່ມວ່າ: ຄຽງຄູ່ກັນນີ້ ສອງຝ່າຍໄດ້ສົ່ງສານອວຍພອນ, ສະແດງຄວາມຍິນດີ, ສານສະແດງຄວາມເສຍໃຈ ໃນເວລາຝ່າຍໜື່ງປະສົບໄພພິບັດທາງທໍາມະຊາດ ຫຼື ການນໍາບຸກຄົນສໍາຄັນເສຍຊິວິດ ເເລະ ອື່ນໆ ເພື່ອໃຫ້ກໍາລັງໃຈເຊິ່ງກັນ ແລະ ກັນຢ່າງເປັນປົກກະຕິ ເຊິ່ງສາມາດຮັກສາ ແລະ ເສີມຂະຫຍາຍມູນເຊື້ອຄວາມສາມັກຄີພິເສດລາວ-ຫວຽດນາມ ໄດ້ເປັນຢ່າງດີ, ນອກນັ້ນ ບັນດາຫ້ອງການ, ຂະແໜງການອ້ອມຂ້າງເມືອງ ໄດ້ໄປມາຢ້ຽມຢາມ, ຮ່ວມເຮັດວຽກ, ອວຍພອນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ພ້ອມດຽວກັນນັ້ນຢູ່ບ້ານທີ່ຢູ່ຕິດຊາຍແດນຈໍານວນໜື່ງ ກໍ່ໄດ້ມີການແຮກສ່ຽວກັບບ້ານທີ່ຕິດຊາຍ ຂອງແຂວງຮ່າຕິ່ງ.
ໂດຍ: ເດດອາລຸນ ແກ້ວວິໄລ