ວັນທີ 4 ຕຸລາ 2024 ທ່ານ ໄພວີ ສີບົວລິພາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງຍຸຕິທຳ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານຍຸຕິທໍາ ແລະ ມອບເຄື່ອງຊ່ວຍເຫຼື່ອໃຫ້ກັບຜູ້ປະສົບໄພນໍ້າຖ້ວມຢູ່ແຂວງຫຼວງນໍ້າທາ ຊຶ່ງການລົງມາເຄື່ອນໄຫວໃນຄັ້ງນີ້ທ່ານໄດ້ເຂົ້າພົບ ທ່ານ ວຽງສະຫວັດ ສີພັນດອນ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງຫຼວງນໍ້າທາ ຢູ່ທີ່ຫ້ອງວ່າການແຂວງ ເພື່ອລາຍງານບາງວຽກງານໃນການເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານຍຸຕິທຳ ຢູ່ພະແນກຍຸຕິທຳ ແລະ ມອບເຄື່ອງຊ່ວຍເຫຼື່ອໃຫ້ກັບຜູ້ປະສົບໄພນໍ້າຖ້ວມ, ເຊິ່ງໃນນັ້ນມີເຄື່ອງນຸ່ງຫົ່ມ, ວັດຖຸປັດໃຈ ແລະ ເງິນສົດຈໍານວນໜຶ່ງ ລວມເປັນມູນຄ່າທັງໝົດ 130.000.000 ກີບ. ໃຫ້ກັບແຂວງຫຼວງນໍ້າທາ ເຊິ່ງຕາງໜ້າຮັບໂດຍ ທ່ານ ວຽງສະຫວັດ ສີພັນດອນ ເພື່ອໄປມອບຕໍ່ໃຫ້ກັບຜູ້ປະສົບໄພນໍ້າຖ້ວມໃນຄັ້ງນີ້. ຈາກນັ້ນ, ທ່ານ ໄພວີ ສີບົວລິພາ ລັດຖະມົນຕີກະຊວງຍຸຕິທຳ ພ້ອມດ້ວຍຄະນະໄດ້ລົງພົບປະໂອ້ລົມ ຄະນະພັກ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນ ພະແນກຍຸຕິທພ ທີ່ຫ້ອງປະຊຸມພະແນກຍຸຕິທຳແຂວງ.
ໃນກອງປະຊຸມທ່ານ ນາງ ມາລີພອນ ນາບຸນແພງ ກໍາມະການພັກແຂວງ ຫົວໜ້າພະແນກຍຸຕິທຳ ກໍໄດ້ລາຍງານສະພາບການເຄື່ອນໄຫວວຽກງານຍຸຕິທໍາ ໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ. ຊຶ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ບັນດາຂໍ້ຄົງຄ້າງທີ່ຈະຕ້ອງໄດ້ເອົາໃຈໃສ່ປັບປຸງແກ້ໄຂໃນຕໍ່ໜ້າ. ໃນໂອກາດນີ້ກໍໄດ້ຮັບຟັງການໂອ້ລົມຂອງ ທ່ານ ລັດຖະມົນຕີກະຊວງຍຸຕິທໍາ ຊຶ່ງທ່ານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ພະແນກຍຸຕິທໍາແຂວງຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງເນັ້ນໜັກໃຫ້ຄະນະພັກ, ຄະນະນຳ, ເອົາໃຈໃສ່ເພີ່ມທະວີສຶກສາອົບຮົມການເມືອງແນວຄິດ ໃຫ້ກວ້າງຂວາງ, ເລິກເຊິ່ງ, ຄົ້ນຄວ້າ, ເຊື່ອມຊຶມ, ກໍາແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ, ເອົາໃຈໃສ່ເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຂອງຕົນ ເປັນຕົ້ນແມ່ນ ວຽກງານການໂຄສະນາເຜີຍແຜ່ກົດໝາຍ, ການຈັດຕັ້ງປະຕິບັດຄຳຕັດສິນຂອງສານ, ວຽກງານຍຸຕິທຳຮາກຖານ ແລະ ການປັບປຸງກົງຈັກການຈັດຕັ້ງຂອງຂະແໜງການຍຸຕິທຳ. ວຽກງານກວດກາ, ວຽກງານສ້າງ ແລະ ປັບປຸງກົດໝາຍ, ວຽກງານໂຄສະນາເຜີຍແຜ່ກົດໝາຍ, ວຽກງານສ້າງບຸກຄະລາກອນທາງດ້ານກົດໝາຍ, ວຽກງານບໍລິການທາງດ້ານກົດໝາຍ ແລະ ໃຫ້ເພີ່ມທະວີຄວາມສາມັກຄີ ແລະ ເປັນເອກະພາບພາຍໃນ, ຍົກສູງສະຕິຕໍ່ການຈັດຕັ້ງ, ຄວາມເປັນເຈົ້າການ, ຄວາມເປັນແບບຢ່າງ ແລະ ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ຂອງຕົນໃຫ້ສຳເລັດຕາມລະດັບຄາດໝາຍ ແລະ ທິດທາງແຜນການທີ່ໄດ້ກຳນົດໄວ້.
ໃນໂອກາດການລົງເຄື່ອນໄຫວໃນຄັ້ງນີ້, ທ່ານ ລັດຖະມົນຕີ ພ້ອມດ້ວຍຄະນະ ຍັງໄດ້ລົງຢ້ຽມຢາມ ຫ້ອງການຍຸຕິທໍາເມືອງຫຼວງນໍ້າທາ ທີ່ຖືກໄພພິບັດນໍ້າຖ້ວມໃນຄັ້ງວັນທີ 9 ກັນຍາ 2024 ແລະ ໃນນັ້ນ, ກໍມີຄອບຄົວຂອງພະນັກງານຂະແໜງຍຸຕິທໍາ ຈໍານວນ 19 ຄອບຄົວ ທີ່ຖືກຜົນກະທົບຕໍ່ໄພນໍາຖ້ວມໃນຄັ້ງນີ້ອີກດ້ວຍ.
ຂຽນຂ່າວ ແລະ ພາບຖ່າຍ: ສົມຊາຍ ໄຊຍະວົງສໍ






