ວັນທີ 25 ມິຖຸນາ 2025 ເປັນວັນທີ່ດິນແຫ່ງຊາດຈີນ ຄົບຮອບ 35 ປີ, ໃນໄລຍະປະຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີຄັ້ງທີ 14, ຄຳຂວັນຂອງວັນທີ່ດິນແຫ່ງຊາດຈີນແມ່ນ “ການນຳໃຊ້ທີ່ດິນແບບປະຢັດ ແລະ ມີປະສິດທິພາບສູງ, ຮັກສາເສັ້ນຕ້ອງຫ້າມດ້ານດິນປູກຝັງຢ່າງເຂັ້ມງວດ ”
ຄວາມໝັ້ນຄົງດ້ານສະບຽງອາຫານ ເປັນສິ່ງສຳຄັນຂອງຊາດ, ທ່ານ ສີຈິ້ນຜິງປະທານປະເທດຈີນໄດ້ຖືເອົາດິນປູກຝັງເປັນສິ່ງສຳຄັນທີ່ສຸດໃນການຮັກສາຄວາມໝັ້ນຄົງດ້ານສະບຽງອາຫານຢ່າງສະເໝີຕົ້ນສະເໝີປາຍ. ເພິ່ນເນັ້ນໜັກວ່າ: “ການອະນຸລັກດິນປູກຝັງຕ້ອງປະຕິບັດຄືກັບການອະນຸລັກວັດຖຸບູຮານ ແລະ ຕ້ອງປະຕິບັດຄືກັບອະນຸລັກໝີແພນດາ.”
ເຖິງວ່າ ຈີນມີດິນແດນອັນກວ້າງໃຫຍ່ໄພສານກໍຕາມ, ແຕ່ວ່າເນື້ອທີ່ດິນ ແລະ ເນື້ອທີ່ດິນປູກຝັງສະເລ່ຍຕໍ່ຫົວຄົນແມ່ນມີໜ້ອຍທີ່ສຸດ. ສະນັ້ນ ຈຶ່ງຕ້ອງອາໄສເນື້ອທີ່ດິນປູກຝັງກວມພຽງ 9% ຂອງໂລກ ເພື່ອລ້ຽງຊີບປະຊາກອນກວມເກືອບ 20% ຂອງໂລກ.
ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກຄອມມູນິດຈີນເມື່ອປີ 2012 ເປັນຕົ້ນມາ, ທ່ານສີຈິ້ນຜິງໄດ້ເພີ່ມການໃຫ້ຄວາມສຳຄັນຫຼາຍຂຶ້ນຢ່າງບໍ່ຢຸດຢັ້ງຕໍ່ດິນປູກຝັງ.
ໃນໄລຍະເຂົ້າຮ່ວມກອງປະຊຸມສະພາປະຊາຊົນແຫ່ງຊາດຈີນ ແລະ ກອງປະຊຸມສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນປະຈຳປີ2022, ທ່ານສີຈິ້ນຜິງໄດ້ເນັ້ນໜັກວ່າ: “ເດັດຂາດບໍ່ອະນຸຍາດໃຫ້ບຸກຄົນໃດໆດຳເນີນການປັບປ່ຽນສວຍໂອກາດ, ມີເລ່ລ່ຽມ ແບບ ‘ຫຼານຂາຍນາປູ່ໂດຍບໍ່ເສຍດາຍຫຍັງເລີຍ’ ໃນການປົກປັກຮັກສາດິນປູກຝັງ”.
ອີງຕາມຕົວເລກສະຖິຕິສະແດງໃຫ້ເຫັນວ່າ: ຈີນມີປະຊາກອນຈຳນວນ 1,4 ຕື້ກວ່າຄົນ, ແຕ່ລະມື້ຕ້ອງບໍລິໂພກສະບຽງອາຫານ 700.000 ໂຕນ, ນ້ຳມັນປຸງແຕ່ອາຫານ 98.000 ໂຕນ, ພືດຜັກ 1.920.000 ໂຕນ, ຊີ້ນ 230.000 ໂຕນ. ຖ້າຢາກຕອບສະໜອງຄວາມຮຽກຮ້ອງຕ້ອງການດ້ານບໍລິໂພກຈຳນວນຫຼວງຫຼາຍປານນີ້, ແຕ່ລະປີ, ເນື້ອທີ່ປູກພືດພັນທັນຍາຫານ, ຝ້າຍ, ພືດຜະລິດນ້ຳມັນ, ພືດຜະລິດນ້ຳຕານ ແລະ ພືດຜັກ ແມ່ນຕ້ອງຮັກສາໃຫ້ຢູ່ໃນລະດັບປະມານ153-160 ລ້ານເຮັກຕາ ຢ່າງໝັ້ນທ່ຽງ. ຖ້າຄິດໄລ່ຕາມດັດຊະນີການປູກຝັງໃນລະດັບ 1,3% ແລ້ວສາມາດໄດ້ຜົນວ່າ: ເນື້ອທີ່ດິນປູກຝັງຕ້ອງຮັກສາໃຫ້ຢູ່ໃນລະດັບ 120 ລ້ານເຮັກຕາ ເຊິ່ງເປັນຕົວເລກຕ່ຳສຸດ ໂດຍບໍ່ໃຫ້ຫຼຸດຕ່ຳລົງກວ່ານີ້ອີກ, ນີ້ກໍແມ່ນ ເສັ້ນຕ້ອງຫ້າມດ້ານດິນປູກຝັງທີ່ທ່ານສີຈິ້ນຜິງໄດ້ເນັ້ນໜັກຢູ່ເລື້ອຍໆ.
ຈີນໄດ້ປັບປຸງ ແລະ ປະກາດໃຊ້ກົດໝາຍວ່າດ້ວຍການຄຸ້ມຄອງທີ່ດິນ ແລະ ຂໍ້ກຳນົດວ່າດ້ວຍການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຄຸ້ມຄອງທີ່ດິນຕາມລຳດັບ, ທ້ອງຖິ່ນຕ່າງໆໄດ້ເພີ່ມທະວີການຕິດຕາມວັດແທກດິນ, ປະຕິບັດລະບຽບການ “ຫົວໜ້າກຸ່ມດິນນາ” ໂດຍໄດ້ແບ່ງຄວາມຮັບຜິດຊອບດິນທຸກຕອນໃຫ້ບຸກຄົນຢ່າງລະອຽດ ແລະອື່ນໆ. ນັບແຕ່ປີ2012ເປັນຕົ້ນມາ, ຈີນໄດ້ປະຕິບັດລະບຽບການອະນຸລັກດິນປູກຝັງຢ່າງເຂັ້ມງວດທີ່ສຸດ. ບໍ່ພຽງແຕ່ໄດ້ປະຕິບັດລະບຽບການທີ່ພັກ-ລັດມີຄວາມຮັບຜິດຊອບແບບດຽວກັນຕໍ່ການອະນຸລັກດິນປູກຝັງເທົ່ານັ້ນ, ຍັງໄດ້ນຳໃຊ້ມາດຕະການໄມ້ແຂງນຳອີກ, ໂດຍສາມາດຮັກສາດິນປູກຝັງ 120 ລ້ານເຮັກຕາໃຫ້ໄດ້ຢ່າງໜັກແໜ້ນ ແລະ ໄດ້ຮັດແໜ້ນພື້ນຖານຂອງ “ອູ່ເຂົ້າ” ຊາດໃຫຍ່.
ການອະນຸລັກດິນປູກຝັງ ບໍ່ພຽງແຕ່ຕ້ອງຮັບປະກັນດ້ານປະລິມານເທົ່ານັ້ນ ຍັງຕ້ອງຍົກສູງດ້ານຄຸນນະພາບອີກດ້ວຍ. ຈີນໄດ້ຖືເອົາການປັບປຸງດິນປູກຝັງໃຫ້ມີຄຸນນະພາບສູງຂຶ້ນເປັນນະໂຍບາຍແກ້ໄຂບັນຫາຢ່າງເຖິງກົກເຖິງຮາກໃນການເປີດກວ້າງຊ່ອງທາງການຜະລິດກະສິກຳ ແລະ ຍົກສູງຄວາມສາມາດສັງລວມດ້ານການຜະລິດກະສິກຳ ເພື່ອເລັ່ງຊຸກຍູ້ການສ້າງດິນນາທີ່ມີສະມັດຕະພາບສູງ.
ອີງຕາມຜົນການສຳຫຼວດສະພາບການປ່ຽນແປງດ້ານທີ່ດິນແຫ່ງລັດທົ່ວປະເທດຈີນປະຈຳປີ2023ສະແດງໃຫ້ເຫັນວ່າ: ທົ່ວປະເທດຈີນມີເນື້ອທີ່ດິນປູກຝັງ128 ລ້ານ 6 ແສນກວ່າເຮັກຕາ, ຍອດປະລິມານດິນປູກຝັງໃນທົ່ວປະເທດໄດ້ບັນລຸເປົ້າໝາຍການເພີ່ມຂຶ້ນເປັນເວລາ 3 ປີຕິດຕໍ່ກັນ.
ຕາມຕົວເລກສະຖິຕິສະແດງໃຫ້ເຫັນວ່າ: ນັບມາຮອດທ້າຍປີ 2024, ທົ່ວປະເທດຈີນໄດ້ສ້າງດິນນາທີ່ມີສະມັດຕະພາບສູງລວມທັງໝົດຫຼາຍກວ່າ 67 ລ້ານເຮັກຕາ. ເດືອນມີນາປີ2025, ລັດຖະບານຈີນໄດ້ເຜີຍແຜ່ “ແຜນປະຕິບັດການສ້າງດິນນາພື້ນຖານຖາວອນໃຫ້ເປັນດິນນາທີ່ມີສະມັດຕະພາບສູງເທື່ອລະກ້າວ” ໂດຍໄດ້ຕັ້ງເປົ້າໝາຍວ່າ: ເມື່ອຮອດປີ2035, ພະຍາຍາມສູ້ຊົນສ້າງດິນນາພື້ນຖານຖາວອນທີ່ໄດ້ບັນລຸເງື່ອນໄຂນັ້ນໃຫ້ເປັນດິນນາທີ່ມີສະມັດຕະພາບສູງທັງໝົດ.
ຊັບພະຍາກອນດິນປູກຝັງສຳຮອງເປັນແຫຼ່ງທີ່ມາອັນສຳຄັນຂອງດິນປູກຝັງເພີ່ມເຕີມ, ເປັນຂໍກຸນແຈສຳຄັນໃນການຮັກສາຄວາມດຸນດ່ຽງໂດຍລວມໃນດ້ານຍອດປະລິມານດິນປູກຝັງຂອງເຂດແຄວ້ນຕ່າງໆ, ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ກໍຄື ປົກປັກຮັກສາຄວາມໝັ້ນຄົງດ້ານສິ່ງແວດລ້ອມທຳມະຊາດ. ເດືອນພຶດສະພາປີ2023, ທ່ານສີຈິ້ນຜິງໄດ້ລົງເຄື່ອນໄຫວເຮັດວຽກຢູ່ທ່າມກາງທົ່ງນາຂອງນະຄອນຊ່າງໂຈ່ວແຂວງເຫີເປີຍ ເພື່ອສຳຫຼວດຊອກຮູ້ສະພາບການກ່ຽວກັບການເຜີຍແຜ່ການປູກເຂົ້າເບຣຢູ່ດິນເຄັມແຫ້ງ ກໍຄືການຫັນເປັນອຸດສາຫະກຳຂອງການປູກເຂົ້າເບຣດັ່ງກ່າວ. ເພິ່ນມີວິໄສທັດອັນຍາວໄກ: “ການດຳເນີນການນຳໃຊ້ດິນເຄັມແບບສັງລວມເປັນບັນຫາຍຸດທະສາດອັນໜຶ່ງ, ຈຳເປັນຕ້ອງວາງໄວ້ຢູ່ໃນຖານະອັນສຳຄັນ.”
ຊຸມປີຜ່ານມານີ້, ຈີນໄດ້ປະຕິບັດການຄຸ້ມຄອງຕາມຫຼັກວິທະຍາສາດ ແລະ ປັບປຸງໂດຍແບ່ງປະເພດ, ນຳໃຊ້ດິນເຄັມ, ດິນຫາດຊາຍຮົກເຮື້ອ ແລະອື່ນໆໃຫ້ສົມເຫດສົມຜົນ ໂດຍສາມາດເຮັດໃຫ້ຊັບພະຍາກອນດິນປູກຝັງທີ່ “ຫຼັບໄຫຼ” ຈຳນວນຫຼວງຫຼາຍໄດ້ຕື່ນຂຶ້ນ, ສ້າງ “ອູ່ເຂົ້າໃໝ່” ໃຫ້ສຳເລັດຜົນຢ່າງຕໍ່ເນື່ອງ.





