ທ່ານສີຈິ້ນຜິງ: “ບໍ່ມີການສຳຫຼວດຄົ້ນຄວ້າ ກໍບໍ່ມີສິດອອກຄຳເຫັນ, ຍິ່ງບໍ່ມີສິດກຳນົດນະໂຍບາຍ.”
ທ່ານ ສີຈິ້ນຜິງ ໄດ້ເວົ້າຢູ່ເລື້ອຍໆໃນເວລາລົງສຳຫຼວດຄົ້ນຄວ້າຢູ່ຮາກຖານ ຕອນທີ່ເພິ່ນເຮັດວຽກຢູ່ແຂວງເຈີ້ຈ່ຽງວ່າ: “ຄັນບໍ່ກິນໝາກຈອງ ຊິຮູ້ລົດຊາດຂອງໝາກຈອງໄດ້ແນວໃດ?” ເພິ່ນໄດ້ຍົກໃຫ້ເຫັນດ້ວຍຄຳປຽບທຽບວ່າ: “ການສຳຫຼວດຄົ້ນຄວ້າກໍປຽບເໝືອນ ‘ການຖືພາ’ ເປັນເວລາ 10 ເດືອນ, ສ່ວນການກຳນົດນະໂຍບາຍກໍປຽບເໝືອນ ‘ການເກີດລູກ’. ການສຳຫຼວດຄົ້ນຄວ້າເປັນຂະບວນການກຳນົດນະໂຍບາຍຢ່າງມີວິທະຍາສາດ, ມັນຂາດບໍ່ໄດ້ ແລະປະໝາດບໍ່ໄດ້ເດັດຂາດ.”

ຄຳເວົ້າອັນລຽບງ່າຍນີ້ໄດ້ບົ່ງບອກເຖິງແບບແຜນວິທີການເຮັດວຽກ ຢ່າງສະເໝີຕົ້ນສະເໝີປາຍຂອງຊາວຄອມມູນິດຈີນຄື: “ບໍ່ມີການສຳຫຼວດຄົ້ນຄວ້າ ກໍບໍ່ມີສິດອອກຄຳເຫັນ, ຍິ່ງບໍ່ມີສິດກຳນົດນະໂຍບາຍ.”
“ການສຳຫຼວດຄົ້ນຄວ້າເປັນມໍລະດົກອັນປະເສີດຂອງພັກຄອມມູນິດຈີນ ແລະ ເປັນຄວາມສາມາດພື້ນຖານອັນໜຶ່ງໃນການເຮັດວຽກທຸກດ້ານໃຫ້ດີ” ເດືອນທັນວາ 2012, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ໄດ້ ເປັນປະທານກອງປະຊຸມກົມການເມືອງສູນກາງພັກຄອມມູນິດຈີນ ໂດຍໄດ້ຄົ້ນຄວ້າພິຈາລະນາ ແລະຮັບຮອງເອົາ “ກົດເຫຼັກ 8 ຂໍ້ ຂອງກົມການເມືອງສູນກາງພັກຄອມມູນິດຈີນສະໄໝທີ 18 ວ່າດ້ວຍການປັບປຸງແບບແຜນວິທີເຮັດວຽກ ແລະຕິດພັນກັບປະຊາຊົນຢ່າງແໜ້ນແຟ້ນ”. ໃນນັ້ນ, “ການປັບປຸງວຽກງານສຳຫຼວດຄົ້ນຄວ້າ” ໄດ້ຖືກກຳນົດເປັນຂໍ້ທຳອິດ. ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ເມື່ອປີ 2012 ເປັນຕົ້ນມາ, ທ່ານ ສີຈິ້ນຜິງ ໄດ້ສະເໜີມາຫຼາຍເທື່ອໃຫ້ດຳເນີນການສຳຫຼວດຄົ້ນຄວ້າຢ່າງເປັນຂະບວນຟົດຟື້ນ, ໂດຍໄດ້ຊີ້ແຈງຢ່າງເລິກເຊິ່ງກ່ຽວກັບການທີ່ຄວນດຳເນີນສຳຫຼວດຄົ້ນຄວ້າໃຫ້ມີປະສິດທິຜົນຄືແນວໃດ.
ກ່ຽວກັບວິທີການສຳຫຼວດຄົ້ນຄວ້າ, ທ່ານ ສີຈິ້ນຜິງ ໄດ້ເນັ້ນໜັກໃຫ້ “ຊອກຮູ້ສະພາບການໃຫ້ຄັກແນ່, ຊອກເຫັນເຄົ້າເຫດຂອງບັນຫາ, ເຮັດຢ່າງມີຄວາມໝັ້ນໃຈ, ບໍ່ໃຫ້ກຳນົດນະໂຍບາຍແບບຫຼັບຫູຫຼັບຕາຢ່າງອັດຕະວິໄສ”
ເມື່ອ 20 ກວ່າປີກ່ອນ, ທ່ານ ສີຈິ້ນຜິງ ຫາກໍໄປເຮັດວຽກຢູ່ແຂວງເຈີ້ຈ່ຽງບໍ່ດົນ, ມີຄົນຂໍໃຫ້ເພິ່ນເລົ່າແຜນປະຕິບັດຕາມໜ້າທີ່ຕຳແໜ່ງສູ່ຟັງ. ທ່ານ ສີຈິ້ນຜິງ ເວົ້າດ້ວຍຮອຍຍິ້ມວ່າ ຂ້າພະເຈົ້າຫາກໍມາໃໝ່ໆ, ຍັງບໍ່ທັນມີສິດອອກຄຳເຫັນເທື່ອ. ຮອດເວລາແລ້ວຂ້າພະເຈົ້າຈະເວົ້າສູ່ຟັງແນ່ນອນ.
“ການສຳຫຼວດຄົ້ນຄວ້າເປັນພື້ນຖານແຫ່ງການພັດທະນາພາລະກິດ ແລະວິທີການອັນຖືກຕ້ອງ ຕໍ່ການປະສົບຜົນສຳເລັດ ບໍ່ມີການສຳຫຼວດຄົ້ນຄວ້າ ກໍບໍ່ມີສິດອອກຄຳເຫັນ, ຍິ່ງບໍ່ມີສິດກຳນົດນະໂຍບາຍ”. ຜ່ານການສຳຫຼວດຄົ້ນຄວ້າເພື່ອເກັບກຳສະພາບຕົວຈິງ, ກຳໄດ້ເຄົ້າເຫດເພື່ອແກ້ໄຂບັນຫາ ເຊິ່ງເປັນມູນເຊື້ອ ແລະແບບແຜນທີ່ດີງາມຂອງພັກຄອມມູນິດຈີນ ແລະຍັງເປັນວິທີການເຮັດວຽກຂອງ ທ່ານ ສີຈິ້ນຜິງ ຢ່າງສະເໝີຕົ້ນສະເໝີປາຍ.
“ຖ້າຢາກຮັບຮູ້ສະພາບຄວາມເປັນຈິງ ກໍຕ້ອງກຳກັບການສຳຫຼວດຄົ້ນຄວ້າ ເຊິ່ງເປັນຄວາມສາມາດພື້ນຖານ”. ຕອນເຮັດວຽກຢູ່ເມືອງເຈີ້ງຕິ້ງ ແຂວງເຫີເປີຍ ເປັນເວລາ 3 ປີປາຍ, ທ່ານ ສີຈິ້ນຜິງ ໄດ້ໄປຮອດໄປເຖິງ 25 ຕາແສງ ແລະ 221 ບ້ານໃນທົ່ວເມືອງ. ຕອນເຮັດວຽກຢູ່ເຂດນິງເຕີ ແຂວງຟູຈ້ຽນ, ທ່ານ ສີຈິ້ນຜິງ ໄດ້ສົ່ງເສີມລະບຽບການ “ລົງຮາກຖານ 4 ດ້ານ”, ພາຍຫຼັງຂຶ້ນດຳລົງຕຳແໜ່ງໄດ້ບໍ່ຮອດ 3 ເດືອນ, ເພິ່ນໄດ້ໄປຮອດໄປເຖິງທົ່ວທັງ 9 ເມືອງພາຍໃນເຂດນິງເຕີ. ຕອນເຮັດວຽກຢູ່ແຂວງເຈີ້ຈ່ຽງ, ເພິ່ນໃຊ້ເວລາພຽງແຕ່ປີປາຍເທົ່ານັ້ນ ໄດ້ໄປເຄື່ອນໄຫວສຳຫຼວດຄົ້ນຄວ້າຢູ່ທັງໝົດ 90 ເມືອງໃນທົ່ວແຂວງ; ຕອນເຮັດວຽກຢູ່ກຳແພງນະຄອນຊຽງໄຮ, ເພິ່ນໄດ້ໄປຮອດໄປເຖິງທັງ19 ເມືອງໃນທົ່ວນະຄອນ…
ເດືອນກໍລະກົດ 2013, ທ່ານ ສີຈິ້ນຜິງ ໄດ້ເດີນທາງແຂ່ງຝົນໄປເຄື່ອນໄຫວຢ້ຽມຢາມຢູ່ເຂດທ່າກຳປັ່ນຕູ້ຄອນເທັນເນີຢາງໂລ ທ່າໃໝ່ອູຮັ້ນ ແຂວງຫູເປີຍ, ເພິ່ນກໍ້ຂາໂສ້ງຂຶ້ນ, ມືກັ້ງຄັນຮົ່ມຍ່າງຕາມນ້ຳອັ່ງ ທັງສຳຫຼວດກວດເບິ່ງ ທັງສອບຖາມສະພາບທີ່ກ່ຽວຂ້ອງ. ຫຼັງຈາກນັ້ນສອງມື້, ທ່ານ ສີຈິ້ນຜິງ ໄດ້ເປັນປະທານກອງປະຊຸມສົນທະນາກັບການນຳບາງແຂວງ ແລະກຳແພງນະຄອນທີ່ຈັດຂຶ້ນຢູ່ນະຄອນອູຮັ້ນ, ເພິ່ນໄດ້ເນັ້ນໜັກວ່າ: “ໃນເວລາສຶກສາຄົ້ນຄວ້າ, ຕຶກຕອງ ແລະກຳນົດ ຄວາມຄິດ ແລະມາດຕະການສຳຄັນກ່ຽວກັບການລົງເລິກການປະຕິຮູບຢ່າງຮອບດ້ານ, ການເຮັດແບບແນວຄິດກົນຈັກຕາຍຕົວແມ່ນບໍ່ໄດ້, ນັ່ງຢູ່ເທິງໂຕະຕັ່ງ ແລ້ວຄິດເອົາເອງ ແມ່ນບໍ່ໄດ້, ຫຼືເອົາແບບຈິນຕະນາເຟີ້ຝັນມັນແຮ່ງບໍ່ໄດ້, ຈຳຕ້ອງລົງເລິກສຳຫຼວດຄົ້ນຄວ້າຢ່າງຮອບດ້ານ. ”
ໃນໄລຍະກອງປະຊຸມສອງສະພາຂອງຈີນ ປະຈຳປີ 2023, ທ່ານ ສີຈິ້ນຜິງ ເຄີຍກ່າວເຖິງເລື່ອງທີ່ເພິ່ນເຄີຍໄດ້ອ່ານເອກະສານກ່ຽວກັບ “ການບົ່ມເພາະສ້າງຖານຈຸດສຸມ “ໜຶ່ງເມືອງໜຶ່ງອຸດສາຫະກຳ”ງວດໜຶ່ງ”: “ເມື່ອຂ້າພະເຈົ້າອ່ານແລ້ວກໍຄິ້ວສົນເລີຍ. ການພັດທະນາເມືອງໃດໜຶ່ງຈະອາໄສແຕ່ອຸດສາຫະກຳໃດໜຶ່ງໄດ້ຫຼືບໍ່ນັ້ນ ແມ່ນຕ້ອງລົງເລິກສຳຫຼວດຄົ້ນຄວ້າ, ບໍ່ໃຫ້ເຮັດແບບລົງນາມຕາມລຳພັງແລ້ວເບີກງົບປະມານໄປກ້ອນໜຶ່ງ, ທ້ອງຖິ່ນນີ້ພັດທະນາການລ້ຽງໄກ່, ປູກເຫັດສະເພາະ, ທ້ອງຖິ່ນນັ້ນພັດທະນາຂະແໜງການຕຳແຜ່ນສະເພາະ, ຄັນເຮັດແນວນີ້ແມ່ນຕ້ອງຫຼົ້ມເຫຼວແນ່ນອນ.”
ທ່ານ ສີຈິ້ນຜິງ ຍັງເນັ້ນໜັກວ່າ: “ຕ້ອງຖືເອົາການຫຼີກລ່ຽງລັດທິຮູບການ ແລະລັດທິອາຍາສິດຢ່າງເຄັ່ງຄັດ ເປັນໜ້າທີ່ສຳຄັນໃນການເພີ່ມທະວີການກໍ່ສ້າງແບບແຜນ”, “ຕ້ອງລົງເລິກດຳເນີນການສຳຫຼວດຄົ້ນຄວ້າ, ຊອກຮູ້ສະພາບການໃຫ້ຄັກແນ່, ຊອກເຫັນເຄົ້າເຫດຂອງບັນຫາ, ເຮັດຢ່າງມີຄວາມໝັ້ນໃຈ, ບໍ່ໃຫ້ກຳນົດນະໂຍບາຍແບບຫຼັບຫູຫຼັບຕາຢ່າງອັດຕະວິໄສ, ສຸມກຳລັງຢ່າງແທ້ຈິງເຂົ້າໃນການຊອກຮູ້ສະພາບຄວາມເປັນຈິງ, ວາງມາດຕະການທີ່ຕິດແທດຕົວຈິງ, ແກ້ໄຂບັນຫາຕົວຈິງ ແລະສະແຫວງຫາການໄດ້ຮັບປະສິດທິຜົນຕົວຈິງ. ”


