ທ່ານສີຈິ້ນຜິງ: ແຂວງຢຸນນານ ຍັງມີເງື່ອນໄຂອີກຫຼາກຫຼາຍໃນການພັດທະນາ

ເມື່ອບໍ່ດົນມານີ້, ທ່ານສີຈິນຜິງ ເລຂາທິການໃຫຍ່ຄະນະກຳມູການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນໄດ້ລົງເຄື່ອນ ໄຫວວຽກງານຢູ່ແຂວງຢຸນນານ ໂດຍກ່າວເນັ້ນໜັກວ່າ: ແຂວງຢຸນນານຕ້ອງຕັ້ງໜ້າຈັດຕັ້ງປະຕິບັດຕາມການຈັດວາງທາງຍຸດທະ ສາດຂອງສູນກາງພັກກ່ຽວກັບການພັດທະນາພາກຕາເວັນຕົກຢ່າງຂະໜາດໃຫຍ່ ແລະ ການພັດທະນາແລວເສດຖະກິດແມ່ນ້ຳຢາງເຊ, ຜັນຂະຫຍາຍທັດສະນະໃໝ່ດ້ານການພັດທະນາຢ່າງສົມ ບູນ, ຖືກຕ້ອງ ແລະ ຮອບດ້ານ, ຍຶດໝັ້ນທິດທາງພື້ນຖານຂອງການປະຕິບັດທີ່ສະແຫວງຫາຄວາມຄືບໜ້າໃນສະພາບທີ່ມີຄວາມໝັ້ນທ່ຽງ, ສຸມໃສ່ຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງ, ປົດປ່ອຍແນວຄິດ, ປະຕິຮູບຢ່າງມີຫົວຄິດປະດິດສ້າງ, ບຸກໜ້າບືນຕົວ, ເຮັດແທ້ທຳຈິງ, ສ້າງເງື່ອນ ໄຂໃໝ່ຂອງການພັດທະນາແຂວງຢຸນນານ ໃນຂະບວນການຫັນເປັນທັນສະໄໝແບບຈີນ.
ທ່ານ ສີຈິ້ນຜິງ ກ່າວເນັ້ນໜັກວ່າ: ຢຸນນານມີເງື່ອນໄຂທາງພູມສາດທີ່ມີຈຸດພິ ເສດສະເພາະຕົວ, ຕ້ອງຕັ້ງໜ້າຊຸກຍູ້ການເປີດປະຕູສູ່ພາຍນອກໃນລະດັບສູງ, ສ້າງເປັນສູນກາງການແຜ່ຂະຫຍາຍອິດທິພົນສູ່ອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້. ຕ້ອງສ້າງເຂດທົດລອງການຄ້າເສລີທີ່ມີຄຸນນະພາບສູງ, ເພີ່ມທະວີການສ້າງຊ່ອງທາງໃຫຍ່ທາງດ້ານການຄົມມະນາຄົມ-ການຈໍລະຈອນສິນຄ້າ, ພະລັງງານ ແລະ ດີຈີຕອນຂໍ້ມູນຂ່າວສານເປັນຕົ້ນ, ເຮັດໃຫ້ເວທີເປີດກວ້າງປະເພດຕ່າງໆກາຍເປັນຈຸດເຕີບໂຕໃໝ່ ຂອງການພັດທະນາເສດຖະກິດ. ຕ້ອງເປີດກວ້າງການແລກປ່ຽນ ແລະ ການຮ່ວມມືກັບປະເທດອ້ອມຂ້າງທາງດ້ານເສດຖະກິດ, ວິທະຍາສາດ-ເຕັກໂນໂລຊີ, ຊັບ ພະຍາກອນມະນຸດ, ການແພດ, ວັດທະນະທຳ ແລະອື່ນໆ, ເຮັດໃຫ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງສາມາດເຂົ້າເຖິງໄດ້ ແລະ ໄດ້ຮັບຜົນປະໂຫຍດ.
ທ່ານ ສີຈິ້ນຜິງ ເນັ້ນໜັກຕື່ມວ່າ: ແຂວງຢຸນນານມີຫຼາຍຊົນເຜົ່າ, ຕ້ອງເພີ່ມທະວີການບໍລິຫານເຂດຊົນເຜົ່າທີ່ຢູ່ຕາມລຽບຊາຍແດນ, ເປີດກວ້າງຊ່ອງທາງພຶດຕິກຳຕົວຈິງທີ່ມີຊົນເຜົ່າຕ່າງໆເຂົ້າຮ່ວມຢ່າງຮອບດ້ານ, ຊຸກຍູ້ການເຄື່ອນໄຫວຂອງການພັດທະ ນາເຂດຊາຍແດນ ແລະ ສ້າງຄວາມຮັ່ງມີໃຫ້ແກ່ປະຊາຊົນທ້ອງຖິ່ນໃນຍຸກໃໝ່ໃຫ້ເຂົ້າສູ່ ລວງເລິກ, ຮັກສາຄວາມສາມັກຄີຊົນເຜົ່າ ແລະ ຄວາມໝັ້ນຄົງຂອງຊາຍແດນຢ່າງແທ້ຈິງ.
ທີ່ມາ: CMG



