ຕອນເຊົ້າ ວັນທີ16 ກຸມພາ 2024, ທ່ານ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳຂົງເຂດປົກຄອງ ແລະ ວັດທະນະທຳ-ສັງຄົມ ໄດ້ໃຫ້ກຽດໂອ້ລົມ ແລະ ມີຄໍາເຫັນຊີ້ນຳ ຕໍ່ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານສາທາລະນະສຸກ ປະຈຳປີ 2023 ແລະ ທິດທາງແຜນການ ປີ 2024 ທີ່ຈັດຂຶ້ນຢູ່ຖ້ຳຊ້າງລອດ, ເມືອງວຽງໄຊ, ແຂວງຫົວພັນ ລະຫວ່າງວັນທີ 15-16 ກຸມພາ 2024ໂດຍມີທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ,ທ່ານ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ; ບັນດາທ່ານຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ກະຊວງສຶກສາທິການ ແລະ ກິລາ; ບັນດາທ່ານ ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ; ຫົວໜ້າພະແນກສາທາລະນະສຸກ ປະຈໍາແຂວງ-ນະຄອນຫຼວງວຽງຈັນ, ພ້ອມດ້ວຍຜູ້ຕາງໜ້າ ອົງການຈັດຕັ້ງສັງຄົມ ແລະ ອົງການຈັດຕັ້ງສາກົນ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີມ ແລະ ຕີລາຄາສູງຕໍ່ຜົນສຳເລັດ ແລະ ຄວາມເສຍສະຫຼະໃນຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ຂອງພະນັກງານ-ລັດຖະກອນ ທົ່ວຂະແໜງສາທາລະນະສຸກ ທີ່ສາມາດປະຕິບັດໄດ້ໃນໄລຍະຊຸມປີທີ່ຜ່ານມາ. ຢ່າງໃດກໍ່ດີ ໃນການສະຫຼຸບຕີລາຄາຂອງກອງປະຊຸມ ຍັງຍົກໃຫ້ເຫັນຂໍ້ຄົງຄ້າງຈໍານວນໜຶ່ງ ທີ່ຕິດພັນກັບສະພາບແນວຄິດຂອງພະນັກງານ-ສະມາຊິກພັກຈໍານວນໜຶ່ງ ໃນຂະແໜງສາທາລະນະສຸກທີ່ຍັງບໍ່ທັນໂລ່ງລ່ຽນອັນໄດ້ສົ່ງຜົນສະທ້ອນດ້ານລົບຕໍ່ພາບພົດຂອງແພດໝໍ ແລະ ຜົນສໍາເລັດຂອງວຽກງານ. ທ່ານຮອງນາຍົກລັດຖະມົນຕີ ໄດ້ຊີ້ນໍາ ໃຫ້ຄະນະພັກ, ຄະນະນໍາແຕ່ລະຂັ້ນ ໃນຂະແໜງສາທາລະນະສຸກ ເພີ່ມທະວີເອົາໃຈໃສ່ຕໍ່ວຽກງານນໍາພາໃຫ້ສູງຂຶ້ນ ແລະ ເຂົ້າສູ່ລວງເລິກ, ກໍາໄດ້ສະພາບພະນັກງານຂອງຕົນ, ໃກ້ສິດຕິດແທດ ແລະ ທົ່ວເຖິງ ທັງເຮັດຢ່າງເປັນປະຈໍາ, ຕໍ່ເນື່ອງ ຍົກສູງຄວາມສາມາດນຳພາ ແລະ ລັກສະນະນຳໜ້າ ຂອງພັກ ເຊິ່ງທ່ານໄດ້ເນັ້ນໜັກ 3ຈຸດ ຄື: ວຽກພັກ-ພະນັກງານ ໃຫ້ຖືສໍາຄັນ ແລະ ເອົາໃຈໃສ່ ກໍ່ສ້າງພັກທາງດ້ານການເມືອງໃຫ້ໜັກແໜ້ນ ໂດຍນຳໃຊ້ຫຼາຍຮູບການ, ວິທີການທີ່ອຸດົມສົມບູນ ສອດຄ່ອງເໝາະສົມ ເພື່ອສຶກສາອົບຮົມໃຫ້ພະນັກງານ, ສະມາຊິກພັກໄດ້ຮັບຮູ້, ເຂົ້າໃຈ, ກຳແໜ້ນເຊື່ອມຊືມແນວທາງ, ແຜນນະໂຍບາຍ, ມະຕິຄຳສັ່ງຂອງພັກ, ລະບຽບກົດໝາຍຂອງລັດໃນແຕ່ລະໄລຍະ;(2) ເອົາໃຈໃສ່ກໍ່ສ້າງພັກທາງດ້ານແນວຄິດ ໂດຍສະເພາະໃຫ້ເຂົາເຈົ້າຮັບຮູ້ ແລະ ກໍາໄດ້ ທີ່ຕັ້ງ, ພາລະບົດບາດ ຂອງຕົນ, ປັບປຸງຍົກລະດັບຄວາມຮູ້ຄວາມສາມາດທາງດ້ານທິດສະດີ ແລະ ວິຊາສະເພາະ ຍູ້ແຮງຄວາມຕື່ນຕົວເປັນເຈົ້າການເຝຶກຝົນຫຼໍ່ຫຼອມຕົນເອງ ຂອງສະມາຊິກພັກ ດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຄວາມຮູ້ຄວາມສາມາດ, ແບບແຜນວິທີນຳພາ ແລະ ແບບແຜນວິທີເຮັດວຽກ; ທາງດ້ານການຈັດຕັ້ງ, ພະນັກງານ ແລະ ກົນໄກບໍລິຫານ ກໍຕ້ອງໄດ້ຮັບການປັບປຸງໃຫ້ມີຄວາມກະທັດຮັດ, ຖືກຕ້ອງ, ສອດຄ່ອງ ແລະ ສາມາດປະຕິບັດຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ໃນນີ້, ໃຫ້ເອົາໃຈໃສ່ບາງດ້ານ ຄື: (1) ຢຶດໝັ້ນ 5 ຫຼັກການ 3 ທິດນໍາຂອງພັກຢ່າງເຂັ້ມງວດ ແລະ ເປັນກົກ; (2) ອົງຄະນະພັກ ຕ້ອງເອົາໃຈໃສ່ປັບປຸງຢ່າງຈິງຈັງ ຕໍ່ວຽກງານພະນັກງານ ຊຶ່ງເປັນປັດໄຈສ້າງການຫັນປ່ຽນຢ່າງແຂງແຮງ ເລິກເຊິ່ງ ໃນທຸກຂອດຂອງວຽກງານພະນັກງານ ນັບແຕ່ຂອດສ້າງ ແລະ ປະຕິບັດແຜນກຳນົດຕໍາແໜ່ງງານ,ການເລືອກເຟັ້ນ ແລະ ສັບຊ້ອນພະນັກງານ,ການປະຕິບັດນະໂຍບາຍ ແລະ ສະຫວັດດີການຕໍ່ພະນັກງານ,ການຄຸ້ມຄອງຕິດຕາມກວດກາ ແລະ ປະຕິບັດວິໄນຕໍ່ພະນັກງານ ຢ່າງຖືກຕ້ອງ ແລະ ມີຄວາມຍຸຕິທໍາ; (3)ເອົາໃຈໃສ່ສຶກສາຄົ້ນຄວ້າ ແລະ ເຮັດທົດລອງຈັດຕັ້ງປະຕິບັດການຫັນເປັນຫົວໜ່ວຍກຸ້ມຕົນເອງດ້ານງົບປະມານຢູ່ໃນບ່ອນທີ່ມີເງື່ອນໄຂຄົບຖ້ວນ ເພື່ອຫຼຸດຜ່ອນດ້ານງົບປະມານລັດ ທັງຮັບປະກັນຄຸນນະພາບດ້ານວຽກງານສາທາລະນະສຸກເທື່ອລະກ້າວ; (4) ການປັບປຸງວຽກງານພະນັກງານຕ້ອງໄປຕາມທິດລວມ ທີ່ກໍານົດໃນມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິ, ຄຳສັ່ງ ໃນແຕ່ລະໄລຍະໃຫ້ປະກົດຜົນເປັນຈິງ; (5) ຕ້ອງຮັບກັນ ການບັນຊາການ ຄືກັບບັນຊາບັ້ນຮົບ ເພື່ອຮັບປະກັນຄວາມຮັບຜິດຊອບ ຂອງພະນັກງານ-ສະມາຊິກພັກ, ແພດໝໍ ໄປຕາມທິດຂອງພັກ ແລະ ລັດຖະບານ ວາງອອກ ເພື່ອໃຫ້ມີການຫັນປ່ຽນຢ່າງແຂງແຮງຮອບດ້ານ; (6) ເອົາໃຈໃສ່ປະຕິບັດວຽກງານແຂ່ງຂັນຍ້ອງຍໍ ຢ່າງຖືກຕ້ອງເໝາະສົມ, ທັນການ, ຖືກທິດ ແລະ ທົ່ວເຖິງ ເພື່ອເປັນຂວັນ ແລະ ກຳລັງໃຈ ໃຫ້ຜູ້ທີ່ເຮັດວຽກງານຢ່າງເອົາຈິງເອົາຈັງ ມີລັງໃຈເຮັດວຽກງານ ຢ່າງສຸດກົກສຸດປາຍ; ດ້ານວຽກງານວິຊາສະເພາະຂະແໜງສາທາລະນະສຸກ ຕ້ອງປະກອບສ່ວນຢ່າງຕັ້ງໜ້າກວ່າເກົ່າ ເຂົ້າໃນພາລະກິດລວມແຫ່ງການລົງກໍ່ສ້າງຮາກຖານ ແລະ ພັດທະນາຊົນນະບົດຮອບດ້ານ; ສືບຕໍ່ຈັດຕັ້ງປະຕິບັດບັນດາຄາດໝາຍຕາມມະຕິສະພາແຫ່ງຊາດວາງອອກ;ແຜນພັດທະນາສາທາລະນະສຸກ 5 ປີ ຄັ້ງທີ IX ໄດ້ກຳນົດລະອຽດແລ້ວ ແລະ ໃຫ້ສືບຕໍ່ຜັນຂະຫຍາຍເປັນແຜນງານ, ໂຄງການ ລະອຽດ ແລະ ຮັບປະກັນໃຫ້ສາມາດຈັດຕັ້ງປະຕິບັດໄດ້ຕົວຈິງ ແລະ ມີໝາກຜົນຕາມຄາດໝາຍທີ່ວາງໄວ້.
ໃນຕອນບ່າຍຂອງວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະຕິດຕາມຈາກຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ການນໍາ ແລະ ພະນັກງານຫຼັກແຫຼ່ງຂອງແຂວງ, ເມືອງ ໄດ້ໄປຢ້ຽມຢາມ ແລະ ພົບປະປະຊາຊົນ ຢູ່ບ້ານຊຽງຊື້, ເມືອງວຽງໄຊ, ແຂວງຫົວພັນ ເຊິ່ງເປັນໜຶ່ງໃນບ້ານເຂດທີ່ໝັ້ນ ຂອງການປະຕິວັດລາວ. ບ້ານຊຽງຊື້ ປະຈຸບັນ ມີທັງໝົດ 74 ຫຼັງຄາເຮືອນ, ມີພົນລະເມືອງທັງໝົດ 280 ຄົນ, ຍິງ 140 ຄົນ, ອາຊີບຂອງປະຊາຊົນ ສ່ວນໃຫຍ່ແມ່ນປູກຝັງ-ລ້ຽງສັດ ແລະ ຄ້າຂາຍຈໍານວນໜຶ່ງ.ພ້ອມກັນນັ້ນ, ພ້ອມກັນນີ້ ຄະນະຍັງໄດ້ໄປຢ້ຽມຊົມຖ້ຳ ທ່ານ ທອງສະຫວັດ ໄຂຄຳພິທູນ ທີ່ຕັ້ງຢູ່ລຽບຕາມເສັ້ນທາງ ລະຫວ່າງ ຕົວເມືອງວຽງໄຊ ຫາບ້ານຊຽງຊື້ ຕື່ມອີກ.
ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.





