ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 76 ປີ (20 ມັງກອນ 1949-20 ມັງກອນ 2025), ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຄະນະການນຳຂອງແຂວງໄດ້ລົງຢ້ຽມຢາມ ແລະມອບເຄື່ອງຊ່ວຍເຫຼືອໃຫ້ແກ່ກອງພັນທະຫານຮາບທີ 3 ແລະກອງຮ້ອຍປືນໃຫຍ່ 35. ການເຄື່ອນໄຫວຂອງການນຳແຂວງຄັ້ງນີ້ໄດ້ມີຂຶ້ນໃນວັນທີ 19 ມັງກອນ 2025.
ເບື້ອງຕົ້ນ, ທ່ານ ເຈົ້າແຂວງ ພ້ອມຄະນະນຳຂອງແຂວງແມ່ນໄດ້ລົງມອບເຄື່ອງອຸປະໂພກ – ບໍລິໂພກໃຫ້ແກ່ຄະນະພັກ – ຄະນະບັນຊາ, ນາຍ ແລະພົນທະຫານ ກອງພົນທະຫານຮາບທີ 3 ໂດຍໃນໂອກາດນີ້ ກໍ່ໄດ້ຮັບຟັງການລາຍງານຈາກສະຫາຍ ພັທ ແກ້ວແກ່ນໃຈ ໄຊຍະເສນ ຫົວໜ້າການເມືອງ ກອງພັນທະຫານຮາບທີ 3 ເຊິ່ງສະຫາຍໃຫ້ຮູ້ວ່າ: ກອງພັນທະຫານຮາບທີ 3 ຕັ້ງຢູ່ບ້ານນາເຕີຍ ລະຫວ່າງເມືອງຈຳພອນ ແລະ ເມືອງໄຊພູທອງ, ກອງພັນທີ 3 ປະກອບມີ 3 ກອງຮ້ອຍທະຫານຮາບ, 1 ກອງຮ້ອຍກຳລັງໄຟ, 1 ໝວດສຳນັກງານ ແລະມີຈຳນວນພົນປະກອບຕາມຫຼັກການຄົບຊຸດ, ມີໜ້າທີ່ເປັນກຳລັງເຄື່ອນໄຫວສູ້ຮົບໃຫ້ກອງບັນຊາການທະຫານແຂວງ, ຮັບຜິດຊອບຊ່ວຍໜູນໃຫ້ 3 ຕົວເມືອງຄື: ເມືອງຈຳພອນ, ຊົນນະບູລີ ແລະເມືອງໄຊພູທອງ ເພື່ອຮັບປະກັນໃຫ້ບໍລິເວນດັ່ງກ່າວມີຄວາມປອດໄພ. ຈາກນັ້ນ, ທ່ານເຈົ້າແຂວງກໍ່ໄດ້ໃຫ້ທິດຊີ້ນຳ ແລະໂອ້ລົມບັນຫາຕ່າງໆຕໍ່ຄະນະພັກ-ຄະນະບັນຊາໃນກົມກອງດັ່ງກ່າວ ແລະຕໍ່ມາທ່ານກໍ່ໄດ້ໃຫ້ກຽດມອບເຄື່ອງອຸປະໂພກ – ບໍລິໂພກໃຫ້ແກ່ກອງພັນລະຫານຮາບທີ 3 ເຊິ່ງປະກອບມີ: ປາກະປ໋ອງ, ນໍ້າປາ, ນໍ້າຕານ, ໄຂ່ໄກ່, ມີ່, ເກືອ, ແປ້ງນົວ,ໝາກເຜັດ ແລະອຸປະກອນກິລາຈຳນວນໜຶ່ງໃຫ້ກອງພັນທີ 3. ຕໍ່ມາ, ທ່ານເຈົ້າແຂວງ ພ້ອມຄະນະກໍ່ໄດ້ລົງກວດເບິ່ງໂຄງການກໍ່ສ້າງເຮືອນນອນ ແລະການກໍ່ສ້າງພື້ນຖານໂຄງລ່າງອື່ນໆໃນກົມກອງດັ່ງກ່າວ ເຊິ່ງໃນຜ່ານມາ, ທ່ານເຈົ້າແຂວງກໍ່ໄດ້ອະນຸມັດເງິນ ເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງໃນຄ້າຍແຫ່ງນີ້.
ຕໍ່ມາ, ທ່ານເຈົ້າແຂວງ ພ້ອມຄະນະນຳຂອງແຂວງກໍ່ໄດ້ລົງຢ້ຽມຢາມ ແລະໃຫ້ກຳລັງໃຈອ້າຍ-ນ້ອງ ນາຍ ແລະພົນທະຫານ ພາຍໃນກອງຮ້ອຍປືນໃຫຍ່ 35 ພ້ອມທັງໄດ້ມອບເຄື່ອງອຸປະໂພກ-ບໍລິໂພກ ໃຫ້ກົມກອງດັ່ງກ່າວ, ພ້ອມນັ້ນ ທ່ານເຈົ້າແຂວງກໍ່ໄດ້ລົງເບິ່ງສະຖານທີ່ສຳລັບເກັບມ້ຽນປືນໃຫຍ່, ລົງເບິ່ງການກໍ່ສ້າງເຮືອນນອນ, ຫ້ອງການ, ໄຮ່ນາ ແລະບໍ່ນໍ້າສ້າງຂອງຄ້າຍແຫ່ງນີ້ ພ້ອມນັ້ນ ທ່ານເຈົ້າແຂວງຍັງຈະຊ່ວຍແກ້ໄຂດ້ານງົບປະມານບາງສ່ວນໃນການກໍ່ສ້າງພື້ນຖານໂຄງລ່າງພາຍໃນກອງຮ້ອຍປືນໃຫຍ່ 35 ອີກດ້ວຍ.






