ໃນວັນທີ 16 ກັນຍາ 2024 ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍພາກສ່ວນທີ່ຂ້ອງ ໄດ້ລົງຕິດຕາມສະພາບນ້ຳຖ້ວມ ທີ່ເມືອງຈຳພອນ,ໂດຍໃຫ້ການຕ້ອນຮັບ ຂອງ ທ່ານ ວົງສະຫວັນ ວຽງມະນີ ເຈົ້າເມືອງໆຈຳພອນ ໂອກາດດັ່ງກ່າວ ທ່ານ ວົງສະຫວັນ ວຽງມະນີ ກໍໄດ້ລາຍງານກ່ຽວກັບສະພາບນ້ຳຖ້ວມພາຍໃນເມືອງ, ເມືອງຈຳພອນມີຄວາມສ່ຽງຕໍ່ໄພນ້ຳຖ້ວມລວມມີ 22 ບ້ານ,ໃນນັ້ນທາງເມືອງຍັງໄດ້ຕັ້ງສູນຈຸດພັກສຸກເສີນຢູ່ 14 ຈຸດພາຍໃນເມືອງເພື່ອກະກຽມຄວາມພ້ອມໃນເວລານ້ຳຖ້ວມໃຫ້ປະຊາຊົນໄດ້ພັກເຊົາ, ໃນນັ້ນມີ 6,057 ຄອບຄົວທີ່ຖຶກຜົນກະທົບ ມີ 1,510 ຫຼັງຄາເຮືອນ, ມີ 19,105 ຄົນ, ມີເສັ້ນທາງຕັດຂາດ 06 ບ້ານ, ບ້ານທີ່ມີເນື້ອທີ່ທຳການຜະລິດນາປີທີ່ຖືກຖ້ວມມີ 60 ບ້ານ, ມີ 10,049 ຄອບຄົວ, ມີເນື້ອທີ່ຖືກຖ້ວມ 6,919 ເຮັກຕາ, ມີ 5,667ຄອບຄົວ, ໂອກາດດຽວກັນ ທ່ານເຈົ້າແຂວງ ຍັງໃຫ້ຄວາມສຳຄັນ ຕໍ່ກັບປະຊາຊົນບ້ານ ຫົວເມືອງ, ທ່ານ ຍັງໄດ້ແນະນຳໃຫ້ປະຊາຊົນ ປູກພືດໄລຍະສັ້ນ ໃນເວລານ້ຳບົກລົງເປັນຕົ້ນ ແມ່ນ: ຜັກກາດ, ໝາກຖົ່ວ, ຜັກບົ່ວ, ໝາກແຕງ ຫຼື ພືດຜັກຕ່າງໆເພື່ອສ້າງລາຍໄດ້, ນອກນັ້ນທ່ານຍັງໄດ້ແນະນຳໃຫ້ກະສິກຳປ່າໄມ້ ຫາແນວພັນເຂົ້າຫຼືພືດຜັກຕ່າງໆ ແລະ ມາສາທິດໃຫ້ປະຊາຊົນຮັບຮູ້ເພື່ອເຂົ້າໃຈ ໃນການເຮັດກະສິກຳໃຫ້ໄດ້ຜົນປະໂຫຍດຫຼາຍຂຶ້ນກວ່າເກົ່າ, ຈາກນັ້ນການນຳແຂວງ ແລະ ເມືອງກໍໄດ້ໄປຕິດຕາມກວດບິ່ງການເຊາະເຈື່ອນຂອງເຊ ທີ່ບ້ານຊະຄຶນ ແລະ ກວດກາການກໍ່ສ້າງກັນເຈື່ອນຂອງ ຄັນຄູຝາຍສຸຍ ທີ່ຍັງບໍ່ທັນສຳເລັດຕື່ມອີກ.
ທີ່ມາ: Media Laos





