ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທ່ານ ກົງສຸນໃຫຍ່ ສສ ຫວຽດນາມ ປະຈຳແຂວງສະຫວັນນະເຂດ ເຂົ້າພົບ ແລະສະແດງຄວາມຍິນດີຕໍ່ທ່ານຮອງເຈົ້າແຂວງຄົນໃໝ່

Jan 21, 2025

ທີ່ຫ້ອງຮັບແຂກຂອງຫ້ອງວ່າການແຂວງສະຫວັນນະເຂດ, ໃນວັນທີ 20 ມັງກອນ 2025 ທ່ານ ນາງ ດັ້ງ ຖີ້ ຫ້າຍ ເຕິມ ກົງສຸນໃຫຍ່ ສສ ຫວຽດນາມ ປະຈຳແຂວງສະຫວັນນະເຂດ ໄດ້ເຂົ້າພົບ ແລະສະແດງຄວາມຍິນດີຕໍ່ທ່ານ ໂພໄຊ ໄຂຄຳພິທູນ ໃນໂອກາດທີ່ທ່ານໄດ້ຮັບການແຕ່ງຕັ້ງໃຫ້ເປັນຄະນະປະຈຳພັກແຂວງ ຮອງເຈົ້າແຂວງສະຫວັນນະເຂດ ຄົນໃໝ່. ໃນໂອກາດນີ້, ທ່ານຮອງເຈົ້າແຂວງຄົນໃໝ່ ກໍ່ໄດ້ສະແດງຄວາມຂອບໃຈ ທີ່ຄະນະນຳຂອງກົງສຸນໃຫຍ່ ສສ ຫວຽດນາມປະຈຳແຂວງສະຫວັນນະເຂດ ໄດ້ມາສະແດງຄວາມຍິນດີ ແລະໃຫ້ກຳລັງໃຈ ຕໍ່ການມາປະຈຳການຢູ່ແຂວງສະຫວັນນະເຂດ ແລະຫວັງຢ່າງຍິ່່ງວ່າ ທຸກພາກສ່ວນຈະໃຫ້ການສະໜັບສະໜູນໃຫ້ທ່ານໄດ້ເຮັດໜ້າທີ່ທີ່ພັກ-ລັດ ຂັ້ນເທິງໄດ້ມອບໝາຍໃຫ້ ໄດ້ຮັບຜົນສຳເລັດຕາມຈຸດປະສົງລະດັບຄາດໝາຍ ແລະຫວັງວ່າຈະໄດ້ຮ່ວມງານກັບທ່ານກົງສຸນໃຫຍ່ຫວຽດນາມ ປະຈຳແຂວງສະຫວັນນະເຂດ ໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນດີງາມລະຫວ່າງ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະກໍ່ແມ່ນແຂວງສະຫວັນນະເຂດ ກັບບັນດາແຂວງຕ່າງໆຂອງ ສສ ຫວຽດນາມ ໃຫ້ມີການພັດທະນາຮ່ວມກັນ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ໃນໂອກາດນີ້ ທ່ານ ນາງ ດັ້ງ ຖີ້ ຫ້າຍ ເຕິມ ກໍ່ໄດ້ມອບກະຕ່າດອກໄມ້ ເພື່ອສະແດງຄວາມຍິນດີຕໍ່ທ່ານຮອງເຈົ້າແຂວງຄົນໃໝ່.