ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ຕ້ອນຮັບ ທ່ານ ໂຄອິຊຶ ມິຊຶໂຕະມຸ ເອກອັກຄະຣາຊະທູດຍີ່ປຸ່ນ ຄົນໃໝ່ປະຈຳ ລາວ ເຂົ້າຢ້ຽມຂໍ່ານັບ ໃນຕອນເຊົ້າ ວັນທີ 24 ກັນຍານີ້ ທີ່ຫ້ອງວ່າການສູນກາງພັກ.
ໂອກາດດັ່ງກ່າວ, ທ່ານ ຄຳພັນ ພົມມະທັດ ໄດ້ກ່າວສະແດງຄວາມຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານທູດທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງ ເປັນເອກອັກຄະຣາຊະທູດຄົນໃໝ່ ປະຈຳ ລາວ ເພື່ອສືບຕໍ່ເຂົ້າໃນການເສີມຂະຫຍາຍສາຍພົວພັນຮ່ວມມືທີ່ດີ ລະຫວ່າງ ຍີ່ປຸ່ນ-ລາວ ໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ.
ທ່ານທູດ ກໍໄດ້ສະແດງຄວາມຂອບໃຈ ຕໍ່ທ່ານ ຄຳພັນ ພົມມະທັດ ທີ່ໄດ້ຕ້ອນຮັບຢ່າງອົບອຸ່ນ ພ້ອມນີ້ກໍໄດ້ແຈ້ງຈຸດປະສົງຂອງການເຂົ້າຢ້ຽມຂໍ່ານັບຄັ້ງນີ້ ແມ່ນເພື່ອສະໜີໂຕພາຍຫຼັງທີ່ໄດ້ຍື່ນສານຕາຕັ້ງຕໍ່ປະທານປະເທດ ສປປ ລາວ ໃນເດືອນເມສາ 2024 ຜ່ານມາ ພ້ອມກ່າວຢືນຢັນຈະຕັ້ງໜ້າປະກອບສ່ວນເຂົ້າໃນການພົວພັນຮ່ວມມືທີ່ດີ ລະຫວ່າງ ຍີ່ປຸ່ນ-ລາວ ໃຫ້ໝັ້ນຄົງຕະຫຼອດໄປ.
ທີ່ມາ: ໜັງສືພິມປະຊາຊົນ



