ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທ່ານ ຄຳພັນ ພົມມະທັດ ຢ້ຽມຢາມປະຊາຊົນທີ່ຖືກຜົນກະທົບຈາກໄພນໍ້າຖ້ວມຢູ່ແຂວງຫຼວງນໍ້າທາ

Sep 16, 2024

ວັນທີ 15 ກັນຍາ 2024 ທ່ານ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ທັງເປັນຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ພ້ອມດ້ວຍຄະນະ ເຄື່ອນໄຫວຢ້ຽມຢາມປະຊາຊົນທີ່ຖືກຜົນກະທົບຈາກໄພນໍ້າຖ້ວມທີ່ແຂວງຫຼວງນໍ້າທາ ໃຫ້ການຕ້ອນຮັບໂດຍທ່ານ ວຽງສະຫວັດ ສີພັນດອນ ເລຂາພັກແຂວງ, ເຈົ້າແຂວງ ຫຼວງນໍ້າທາ ພ້ອມດ້ວຍຄະນະ.
ການເຄື່ອນໄຫວຢ້ຽມຢາມຄັ້ງນີ້ ທ່ານໄດ້ມອບເຄື່ອງອຸປະໂພກ, ບໍລິໂພກ ແລະ ເງິນສົດ ຈຳນວນ 600.000.000 ກີບ ລວມມູນຄ່າທັງໝົດ 820,000,000 ກີບ, ນອກນີ້ຍັງມີຢາປິ່ນປົວພະຍາດຈຳນວນໜຶ່ງ ມອບໃຫ້ແກ່ຄອບຄົວທີ່ຖືກນໍ້າຖ້ວມ ຕາງໜ້າຮັບໂດຍ ທ່ານ ວຽງສະຫວັດ ສີພັນດອນ ເພື່ອນຳໄປມອບຕໍ່ໃຫ້ຜູ້ປະສົບໄພໃນຄັ້ງນີ້.
ພ້ອມນີ້ ທ່ານໄດ້ຢ້ຽມຢາມປະຊາຊົນຢູ່ເຂດທີ່ໄດ້ຮັບຜົນກະທົບໜັກຄື:​ ບ້ານດອນໃໝ່,​ ບ້ານປ່າສັກ,​ ບ້ານປຸ່ງ, ບ້ານດອນຄູນ, ບ້ານນາເຕີຍ ແລະ ບ້ານນໍ້າແດງ ເມືອງ ຫຼວງນໍ້າທາ ພ້ອມສະແດງຄວາມເປັນຫ່ວງເປັນໃຍ ຕໍ່ປະຊາຊົນບັນດາເຜົ່າທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ ໃນລະຫວ່າງວັນທີ 9-11 ກັນຍາ 2024 ເຊິ່ງໄດ້ສ້າງຜົນເສຍຫາຍເປັນວົງກວ້າງເບື້ອງຕົ້ນກວມເອົາ 3 ເມືອງ, ປະຊາຊົນໄດ້ຮັບຜົນກະທົບຫຼາຍ ກວ່າ 40.255 ຄົນ, ເຮືອນພັດໄຫຼນໍ້າຫຼາຍກວ່າ 115 ຫຼັງຄາເຮືອນ, ປະຊາຊົນຂາດທີ່ຢູ່ອາໃສ, ສູນເສຍຊັບສິນ (ບໍ່ເຫຼືອຫຍັງ) ຫຼາຍກວ່າ 2,765 ຄົນ ແລະ ມີຄົນເສຍຊິວິດ 02 ຄົນ, ໃນນີ້: ເມືອງຫຼວງນໍ້າທາ (ເທດສະບານແຂວງ) ໜັກໜ່ວງກວ່າໝູ່: ມີ 46 ບ້ານ, 4,231 ຄອບຄົວ, 3,519 ຫຼັງຄາເຮືອນ, 18,859 ຄົນ; ເມືອງສິງ: ມີ 7 ບ້ານ, 261 ຄອບຄົວ; ເມືອງນາແລ: ມີ 14 ບ້ານ, 1,751 ຄອບ ຄົວ, 7,188 ຄົນ.
May be an image of 10 people and text
May be an image of 14 people