ວັນທີ 17 ກັນຍາ 2024 ນີ້ ທີ່ຫ້ອງຮັບແຂກຂອງຫ້ອງວ່າ ການແຂວງຫຼວງພະບາງ ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງ ແຂວງຫຼວງພະບາງ ໄດ້ຕ້ອນຮັບ ທ່ານ ຄຳພັນ ພົມມະທັດ ກົມ ການເມືອງ ສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ພ້ອມ ດ້ວຍຄະນະ, ທີ່ໄດ້ເດີນທາງກັບມາແຕ່ແຂວງຫຼວງນໍ້າທາ ໃນການ ໄປຢ້ຽມຢາມ ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໜັກໃນອາທິດທີ່ຜ່ານມາ ແລະໄດ້ມາແວ່ຢ້ຽມຢາມແຂວງຫຼວງພະບາງ ເຊິ່ງເປັນແຂວງຫນຶ່ງທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມເຊັ່ນ ດຽວກັນ.
ໂອກາດນີ້ ທ່ານ ຄໍາຂັນ ຈັນທະວີສຸກ ກໍ່ໄດ້ລາຍງານສະພາບ ກ່ຽວກັບໄພພິບັດຢູ່ແຂວງຫຼວງພະບາງໃນ ລະຫວ່າງວັນທີ 23-25 ກໍລະກົດ 2024 ໃຫ້ຮັບຊາບ: ຜົນກະທົບາກນໍ້າຖ້ວມໃນເບື້ອງຕົ້ນມີ 3 ເມືອງຄື: ເມືອງໂພນທອງ, ເມືອງວຽງຄຳ, ເມືອງປາກແຊງ, ລວມມີ 19 ບ້ານ, 757 ຄອບຄົວ, ຈຳນວນພົນທີ່ໄດ້ຮັບຜົນກະທົບ 4.284 ຄົນ, ຍິງ 2.214 ຄົນ, ລວມມູນຄ່າເສຍຫາຍ ເບື້ອງຕົ້ນ 8ຕື້.200 ລ້ານກວ່າກີບ, ເນື້ອທີ່ທຳ ການຜະລິດຖືກຜົນກະທົບ ແລະເສຍຫາຍ ທັງໝົດມີ ເນື້ອທີ່ນາ 36 ກວ່າເຮັດຕາ, ເນື້ອທີ່ໄຮ່ 10 ກວ່າ ເຮັກຕາ, ສັດລ້ຽງເສຍ ຫາຍ ເປັນຕົ້ນ: ງົວ, ຄວາຍ 50 ໂຕ, ໝູ 100 ໂຕ, ສັດປີກ 2.000 ໂຕ, ໜອງປາ 32 ໜອງ, ຊົນລະປະທານເສຍຫາຍ 04 ແຫ່ງ, ລະບົບນໍ້າລິນ ເສຍຫາຍ 13 ບ້ານ, ເສັ້ນທາງຫລວງ ແລະ ເສັ້ນທາງຊົນນະບົດຖືກຕັດຂາດ ແລະເປ່ເພ ເສຍຫາຍ 05 ເສັ້ນ, ລະບົບຕາໜ່າງໄຟຟ້າຖືກຜົນກະທົບ 20 ບ້ານ, ເຮັດໃຫ້ເສົາໄຟຟ້າເບຕົງຫັກເສຍຫາຍ 29 ຕົ້ນ. ສໍາລັບນະຄອນ-ຫຼວງພະບາງໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນລະຫວ່າງວັນທີ 8-14 ກັນຍາ 2024 ມີທັງໝົດ 17 ບ້ານ, 237 ຄອບຄົວ, ຄອບຄົວທີ່ນໍ້າຖວມ ແລະຍົກຍ້າຍອອກ 90 ຄອບຄົວ, ໃນນັ້ນມີຄອບຄົວທຸກ 3 ຄອບຄົວ ປະເມີນຜົນເສຍຫາຍເບື້ອງຕົ້ນ 493 ລ້ານກວ່າກີບ. ຜົນເສຍຫາຍສ່ວນຫຼາຍແມ່ນ ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ຄົວ ເຮືອນ, ເຄື່ອງເຟີນີເຈີ ແລະອື່ນໆ.
ໂອກາດນີ້, ທ່ານ ຄໍາພັນ ພົມມະທັດ ໄດ້ມອບເງິນ ຈຳ ນວນ 1 ຕື້ກີບໃຫ້ແຂວງຫຼວງພະບາງເພື່ອນຳໃຊ້ເຂົ້າໃນການແກ້ໄຂໄພພິ ບັດນໍ້າຖ້ວມ ແລະມອບ ໃຫ້ຄະນະກວດກາພັກ-ລັດແຂວງຈຳນວນ 200 ລ້ານກີບ ເພື່ອນຳໃຊ້ເຂົ້າໃນວຽກງານບໍລິຫານ, ຈາກນັ້ນ ທ່ານເຈົ້າແຂວງພ້ອມດ້ວຍການນຳນະຄອນ ກໍ່ໄດ້ນຳພາ ທ່ານ ຄຳພັນ ພົມມະທັດ ໄປຢ້ຽມຢາມ ແລະລົງພື້ນທີ່ ບ້ານທີ່ໄດ້ຮັບຜົນກະທົບຈາກໄພນໍ້າຍຶ່ງຖ້ວມເຊັ່ນ: ບ້ານໂພນສະອາດ, ບ້ານ ພະບາດໃຕ້ ແລະບ້ານສັງຄະໂລກຕື່ມອີກ.
ພາບ-ຂ່າວ: ດາວອນ ມະນີວັນ






