ວັນທີ 15 ກຸມພາ 2024, ທ່ານ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໝ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ຫົວໝ້າຄະນະຮັບຜິດຊອບການສະເຫລີມສະຫອງວັນເກີດຂອງປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຈຳປາສັກ, ໃນນັ້ນໄດ້ເດີນທາງມາຢ້ຽມຢາມສະຖານທີ່ເກີດຂອງປະທານ ຄໍາໄຕ ສີພັນດອນ ທີ່ບ້ານຫົວໂຂງພະໃຫຍ່ ເມືອງໂຂງ ແຂວງຈຳປາສັກ, ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ, ທ່ານ ນາງ ຄຳພູ ລິດທິສັກ ເຈົ້າເມືອງໆໂຂງ, ມີພະແນກການອ້ອມຂ້າງແຂວງ, ພາກສ່ວນກ່ຽວຂ້ອງ ແລະ ອຳນາດການປົກຄອງເຖົ້າແກ່ແນວໂຮມບ້ານຫົວໂຂງພະໃຫຍ່.
ທ່ານ ສຸປານີ ສີລິປຸນໂຍ ຫົວໜ້າຄະນະໂຄສະນາອົບຮົມແຂວງຈໍາປາສັກ ລາຍງານໃຫ້ຮູ້ວ່າ: ພາຍຫຼັງທີ່ໄດ້ຮັບທິດຊີ້ນໍາຈາກສູນກາງພັກ ແລະ ລັດຖະບານກ່ຽວກັບການກະກຽມສະເຫຼີມສະຫຼອງວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ ຄະນະພັກ, ອໍານາດການປົກຄອງແຂວງ, ເມືອງ ແລະ ທຸກຮາກຖານທ້ອງຖິ່ນໄດ້ສຸມໃສ່ຈັດຕັ້ງປະຕິບັດຢ່າງເອົາໃຈໃສ່ ໂດຍໄດ້ອອກ ມະຕິຕົກລົງ ຂອງຄະນະປະຈໍາພັກແຂວງ ແຕ່ງຕັ້ງຄະນະຮັບຜິດຊອບການກະກຽມສະເຫຼີມສະຫຼອງວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ100 ປີ, ໄດ້ຮັບຕ້ອນການລົງມາເຜີຍແຜ່, ເຮັດວຽກ, ເກັບກໍາຂໍ້ມູນ ຂອງພາກສ່ວນຕ່າງໆຈາກສູນກາງຫຼາຍຄະນະຢ່າງເອົາໃຈໃສ່. ປະສານການໃຫ້ຂໍ້ມູນ ກ່ຽວກັບຊີວິດ ແລະ ການເຄື່ອນໄຫວທີ່ໂດດເດັ່ນຂອງປະທານ ຄໍາໄຕ ສີພັນດອນ ໃນໄລຍະທີ່ຜ່ານມາ. ສໍາເລັດການປັບປຸງ, ສ້ອມແປງສະຖານທີ່ ແລະ ເຮືອນເກີດຂອງປະທານ ຄໍາໄຕ ສີພັນດອນ ທີ່ບ້ານຫົວໂຂງພະໃຫຍ່, ສໍາເລັດການປະກວດຮູບແຕ້ມການເຄື່ອນໄຫວຂອງປະທານ ຄໍາໄຕ ສີພັນດອນ ໂດຍການເຂົ້າຮ່ວມຈາກນັກວິຈິດສິນທັງສູນກາງ ແລະ ໂຮງຮຽນວິຈິດສິນໃນທົ່ວປະເທດ.
ນອກນັ້ນຍັງມີກິດຈະກໍາ ປາຖະກະຖາ, ຂະບວນຍ່າງ ເພື່ອສຸຂະພາບ ໂດຍມີ ການນໍາຂອງແຂວງ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫລວດ, ນັກຮຽນຮູ້ປັນຍາຊົນ ເຂົ້າຮ່ວມ 500 ກວ່າຄົນ ແລະກິດຈະກໍາ ງານວາງສະແດງຮູບພາບຜົນງານການເຄື່ອນໄຫວຂອງປະທານ ຄໍາໄຕ ສີພັນດອນ , ສ່ວນກິດຈະກໍາທີ່ກໍາລັງຈັດຢູ່ເມືອງໂຂງ ປະກອບມີ ຂະບວນການຂີ່ລົດຖີບໃນດອນໂຂງ, ພິທີ ອວຍພອນວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີຢູ່ສໍານັກງານປົກຄອງເມືອງໂຂງ ແລະກິດຈະກໍາ ທ່ຽວຊົມຮູບພາບການເຄື່ອນໄຫວຂອງ ປະທານ ຄໍາໄຕ ສີພັນດອນ ທີ່ບ້ານຫົວໂຂງພະໃຫຍ່.
ໂດຍ: ພຸດທະສິນ ວົງວິໄລທອງ






