ພິທີປະກາດແຕ່ງຕັ້ງຄະນະບໍລິຫານງານສະຫະພັນກິລາບານ ເຕະ ນະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 4 ພະຈິກ 2024 ທີ່ຫໍປະຊຸມແຫ່ງຊາດ ໂດຍການເຂົ້າຮ່ວມຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ.
ໃນໂອກາດດັ່ງກ່າວ ທ່ານ ຫັດສະດີ ຈັນທະວົງ ຫົວໜ້າຂະແໜງການຈັດຕັ້ງ-ພະນັກງານ ໄດ້ຂຶ້ນອ່ານຂໍ້ຕົກລົງວ່າ: ອີງຕາມ ການປຶກສາຫາລື ເປັນເອກະພາບກັນຂອງທ່ານເຈົ້າຄອງ- ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ວ່າດ້ວຍການແຕ່ງຕັ້ງຄະນະບໍລິຫານງານສະຫະພັນກິລາບານເຕະ ນະຄອນຫຼວງວຽງຈັນ, ເຊິ່ງປະກອບມີບັນດາທ່ານ ດັ່ງນີ້:
1) ແຕ່ງຕັ້ງຄະນະທີ່ປຶກສາ ສະຫະພັນກິລາບານເຕະ ນະຄອນ ຫຼວງວຽງຈັນ:
– ທ່ານ ພັນທະຈິດ ອິນທິລາດ ປະທານສະໂມສອນລ້ານຊ້າງ ຢູໄນເຕັດ ເປັນປະທານທີ່ປຶກສາ
– ທ່ານ ວຽງສາລີ ອິນທະພົມ ຫົວໜ້າພະແນກການເງິນ ນວ ເປັນຮອງປະທານທີ່ປຶກສາ
– ທ່ານ ປະສິດ ສຸພາບ ນັກທຸລະກິດ ເປັນຮອງປະທານທີ່ປຶກສາ
2) ແຕ່ງຕັ້ງຄະນະບໍລິຫານງານສະຫະພັນກິລາບານເຕະ ນະຄອນ ຫຼວງວຽງຈັນ:
1. ທ່ານ ຄໍາຫວັນ ນັນທະວົງ ພະນັກງານບໍານານ, ກະຊວງການເງິນ ເປັນປະທານ
2. ທ່ານ ສຸລິວັນ ເຊີນວິໄລ ຜູ້ອໍານວຍການສະຖາບັນກິລາ-ກາຍ ຍະກຳ ເປັນຮອງປະທານ ທັງເປັນເລຂາທິການ
3. ທ່ານ ຄໍາສະຫວັນ ໂຄດໄຊ ຮອງເຈົ້າເມືອງໄຊເສດຖາ ເປັນຮອງປະທານ ທັງເປັນຮອງເລຂາທິການ
4. ທ່ານ ຄໍາໃສ ທອງປະເສີດ ປະທານ ບໍລິສັດ ຮຸ່ງຈະເລີນ ກໍ່ສ້າງຂົວທາງ ເປັນຮອງປະທານ;
5. ທ່ານ ບຸນມີ ຫລ່ຽມໄຊຍະຈັກ ປະທານ ບໍລິສັດ ເບສະຫວັນ ອິນເຕີກຣຸບ ເປັນຮອງປະທານ (ຊີ້ນໍາກິລາບານເຕະ 11 ຄົນ ແລະ ກິລາບານເຕະ ຄົນພິການ)
6. ທ່ານ ທະນຸສັກ ພົມມະຈັກ ນັກທຸລະກິດ ເປັນຮອງປະທານ;
7. ທ່ານ ເສກສັນ ໄຊສະນັ່ນ ຜູ້ອ່ານວຍການບໍລິສັດ ເສກສັນ ອໍກາໄນ ເປັນຄະນະ (ຊີ້ນຳກິລາບານເຕະ ຟຸດຊໍ)
ນອກນັ້ນ, ກໍຍັງມີຄະນະອີກ 6 ທ່ານ





