ໃນວັນທີ 12 ສິງຫາ 2025 ທີ່ສຳນັກພະລາດຊະວັງ ວາດູສ ປະເທດເລັກເຕິນສະເຕນ (Principality of Liechtenstein) ທ່ານ ດາວວີ ວົງໄຊ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ເຈົ້າຊາຍ ອາລົວ ແຫ່ງ ເລັກເຕີນສະເຕນ ເພື່ອດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມຄົນໃໝ່ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ປະເທດ ເລັກເຕິນສະເຕນ ເຊິ່ງມີສຳນັກງານສະຖານທູດ ຕັ້ງຢູ່ ເຊີແນວ ປະເທດສະວິດ.
ພາຍຫລັງສຳເລັດການຍື່ນສານ ທ່ານ ເອກອັກຄະລັດຖະທູດ ໄດ້ຮັບກຽດພົບປະກັບ ເຈົ້າຊາຍ ອາລົວ ດ້ວຍບັນຍາ ກາດທີ່ດີ ແລະ ໄດ້ນໍາເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດ ຈາກພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄປຍັງພຣະລາຊາ ຮັນຊ ອາດາມ ທີ II ກໍຄືເຈົ້າຊາຍ ອາລົວ ແລະ ສະມາຊິກຄອບຄົວລາດຊະວົງ ພ້ອມທັງລັດຖະບານ ແລະ ປະຊາຊົນເລັກເຕິນສະເຕນ ທຸກຖ້ວນໜ້າ ພ້ອມກັນນັ້ນ ທ່ານ ທູດ ດາວວີ ວົງໄຊ ຍັງໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ກໍຄື ຄວາມພະຍາຍາມ ຂອງລັດຖະບານ ເພື່ອນໍາພາປະເທດໃຫ້ຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026 ລວມທັງການຟື້ນຟູເສດຖະກິດ-ສັງຄົມ ທີ່ໄດ້ຮັບຜົນກະທົບຈາກການລະບາດ ຂອງພະຍາດໂຄວິດ-19 ຜົນກະທົບຈາກໄພພິບັດທຳມະຊາດ ແລະ ສະພາບ ການຂອງໂລກທີ່ພວມຜັນແປຢ່າງໄວວາ.
ໃນໂອກາດດັ່ງກ່າວ ເຈົ້າຊາຍ ອາລົວ ແຫ່ງ ເລັກເຕິນສະເຕນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ ດາວວີ ວົງໄຊ ທີ່ໄດ້ມາດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຄົນໃໝ່ ປະຈໍາ ເລັກເຕິນສະເຕນ ພ້ອມທັງສະແດງຄວາມສົນໃຈຕໍ່ການພັດທະນາ ແລະ ສະພາບໄພພິບັດທາງທຳມະຊາດທີ່ເກີດຂຶ້ນຢູ່ ສປປ ລາວ ພ້ອມກັນນີ້ ເຈົ້າຊາຍ ອາລົວ ກໍໄດ້ຝາກຄວາມຢື້ຢາມຖາມຂ່າວ ເຖິງປະທານປະເທດ ແລະ ການນຳຂອງ ສປປ ລາວ.
ທັງສອງຝ່າຍ ຍັງໄດ້ປຶກສາຫາລືກ່ຽວກັບການສົ່ງເສີມການຮ່ວມມືໃນຂະແຫນງທີ່ເປັນທ່າແຮງຂອງສອງປະເທດ ກໍຄືການຮ່ວມມືໃນຂອບອົງການສະຫະປະຊາຊາດ ໂດຍສະເພາະການສະຫນັບສະຫນູນເຊິ່ງກັນ ແລະ ກັນ ຂອງບັນດາປະເທດນ້ອຍ ໃນເວທີສາກົນ.
ໃນໄລຍະກ່ອນການຍື່ນສານຕາຕັ້ງ, ທ່ານ ດາວວີ ວົງໄຊ ກໍໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ນາງ Sabine Monauni, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ສິ່ງແວດລ້ອມ ແລະ ວັດທະນະທຳ ແຫ່ງ ເລັກເຕິນສະເຕນ ແລະ ໄດ້ຍື່ນສຳເນົາສານຕາຕັ້ງ ພ້ອມທັງໄດ້ປຶກສາຫາລື ກ່ຽວກັບຄົ້ນຄວ້າຊອກຫາຊ່ອງທາງເພື່ອສົ່ງເສີມການຮ່ວມມືທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍໃຫ້ດີຍິ່ງຂຶ້ນ ພາຍຫລັງທີ່ມີການສ້າງຕັ້ງສາຍພົວພັນການທູດນຳກັນມາແຕ່ວັນທີ 08 ມັງກອນ 2014 ເປັນຕົ້ນມາ.


