ວັນທີ 18 ມັງກອນ 2025, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມເຈົ້າ ໜ້າທີ່ອາວຸໂສອາຊຽນ ຄັ້ງທໍາອິດພາຍໃຕ້ການເປັນປະທານອາ ຊຽນຂອງ ມາເລເຊຍ. ກອງປະຊຸມຄັ້ງນີ້ ແມ່ນເພື່ອກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນແບບວົງແຄບ ທີ່ຈະຈັດຂຶ້ນໃນວັນທີ 19 ມັງກອນ 2025 ພາຍໃຕ້ການເປັນປະ ທານອາຊຽນຂອງ ມາເລເຊຍ ສໍາລັບ ປີ 2025 ໂດຍມີຄໍາຂວັນ “ການມີສ່ວນຮ່ວມຢ່າງທົ່ວເຖິງ ແລະ ຍືນຍົງ”.
ບັນດາເຈົ້າໜ້າທີ່ອາວຸໂສອາຊຽນ ໄດ້ຮັບຊາບກ່ຽວກັບບັນດາບູລິມະສິດການເປັນປະທານອາຊຽນຂອງ ມາເລເຊຍ ແລະ ໄດ້ ຮັບຊາບຄວາມຄືບໜ້າຂອງການຈັດຕັ້ງປັດຕິບັດ ບັນດາຜົນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມສຸດຍອດອື່ນໆ ໃນປີ 2024 ພາຍໃຕ້ການເປັນປະທານອາຊຽນ ຂອງ ສປປ ລາວ, ໂດຍສະເພາະການເສີມສ້າງປະຊາຄົມອາຊຽນ ໃຫ້ເຂັ້ມແຂງ ໂດຍຜ່ານການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ແລະ ບັນດາແຜນແມ່ບົດຂອງສາມເສົາຄໍ້າປະຊາ ຄົມອາຊຽນ, ແຜນແມ່ບົດວ່າດ້ວຍການເຊື່ອມຈອດອາຊຽນ ແລະ ແຜນງານການເຊື່ອມໂຍງພາກພື້ນອາຊຽນ. ພ້ອມນັ້ນ, ກອງປະຊຸມ ໄດ້ຮັບຊາບຄວາມຄືບໜ້າຂອງການ ສ້າງບັນດາແຜນຍຸດທະສາດ ເພື່ອຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045.
ກອງປະຊຸມ ຍັງໄດ້ປຶກສາກ່ຽວກັບການສະໝັກເຂົ້າເປັນພາຄີຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສຽງໃຕ້ ຂອງບັນດາປະເທດນອກພາກພື້ນທີ່ມີຄວາມສົນໃຈຮ່ວມມືກັບອາຊຽນ. ໃນໂອກາດນີ້, ກອງປະຊຸມ ໄດ້ເຫັນດີສະເໜີໃຫ້ ລັດຖະມົນຕີຕ່າງປະເທດອາຊຽນ ພິຈາລະນາຮັບຮອງເອົາການສະໝັກເຂົ້າເປັນພາຄີ ສົນທິສັນຍາດັ່ງກ່າວຂອງຫຼາຍປະ ເທດທີ່ສອດຄ່ອງກັບເງື່ອນໄຂ ແລະ ຫຼັກການຂອງອາຊຽນ ໃນໂອກາດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແບບວົງແຄບ.
ກອງປະຊຸມ ຍັງໄດ້ທົບທວນຄືນຄວາມຄືບໜ້າຂອງການຮ່ວມມືລະຫວ່າງ ອາຊຽນ ກັບ ປະເທດຄູ່ເຈລະຈາ, ຄູ່ຮ່ວມພັດທະນາ ແລະ ຄູ່ຮ່ວມຂະແໜງການຂອງອາຊຽນ, ພ້ອມທັງຮັບຊາບການສະເໜີເປັນຄູ່ຮ່ວມມືຂອງອາຊຽນ.




