ໃນວັນທີ 29 ພຶດສະພາ 2025 ນະຄອນຫຼວງໂຕກຽວປະເທດຍີ່ປຸ່ນ ໄດ້ມີການພົບປະສອງຝ່າຍລະຫວ່າງ ທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງສປປລາວ ແລະ ທ່ານ ອິຊິບະ ຊິເງະຣຸ (Mr. ISHIBA Shigeru), ນາຍົກລັກຖະມົນຕີແຫ່ງ ປະເທດຍີ່ປຸ່ນ. ໃນໂອກາດດັ່ງກ່າວ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ໄດ້ສະແດງຄວາມຂອບໃຈທ່ານນາຍົກລັດຖະມົນຕີ ອິຊິບະ ຊິເງະຣຸ ຍີ່ປຸ່ນ ທີ່ໄດ້ໃຫ້ກຽດຕ້ອນຮັບຄະນະຜູ້ແທນລາວຢ່າງອົບອຸ່ນໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສາກົນວ່າດ້ວຍອະນາຄົດຂອງອາຊີຄັ້ງທີ 30 ທີ່ຈັດໂດຍສຳນັກໜັງສືພິມນິເກອິ ປະເທດຍີ່ປຸ່ນ.
ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມາແຕ່ດົນນານຂອງສອງປະເທດລາວ ແລະ ຍີ່ປຸ່ນ, ເຊິ່ງໃນປີ 2025 ນີ້ ແມ່ນປີແຫ່ງການສະເຫຼີມສະຫຼອງສາຍພົວພັນທາງການທູດ ລາວ-ຍີ່ປຸ່ນ ຄົບຮອບ 70 ປີ ແລະ ຄົບຮອບ 60 ປີ ທີ່ລັດຖະບານຍີ່ປຸ່ນ ໄດ້ສົ່ງອາສາສະໝັກຂອງຕົນມາປະຕິບັດໜ້າທີ່ ແລະ ຮ່ວມມືຊ່ວຍເຫຼືອ ສປປ ລາວ (ນັບແຕ່ປີ 1965 ເປັນຕົ້ນມາ), ເຊິ່ງມາຮອດປັດຈຸບັນ ໄດ້ມີອາສາສະໝັກຍີ່ປຸ່ນ ຫຼາຍກວ່າ 1.100 ເທື່ອຄົນ ແລະ ຊ່ຽວຊານ 4.500 ເທື່ອຄົນ ມາປະຕິບັດໜ້າທີ່ ຢູ່ ສປປ ລາວ.
ສອງຝ່າຍ ໄດ້ສະແດງຄວາມປິຕິຍິນດີທີ່ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ຈະສະເດັດຢ້ຽມຢາມ ສປປ ລາວ ໃນເດືອນພະຈິກ 2025 ທີ່ຈະມາເຖິງນີ້, ເຊິ່ງຈະເປັນຂີດໝາຍທີ່ສໍາຄັນສໍາລັບການພົວພັນ ແລະ ການຮ່ວມມືຂອງສອງປະເທດໃນຕໍ່ໜ້າ.
ພ້ອມດຽວກັນນັ້ນ, ສອງຝ່າຍ ຍັງໄດ້ຕີລາຄາສູງຕໍ່ຜົນສໍາເລັດການຢ້ຽມຢ້າມເຮັດວຽກແບບທາງການ ຢູ່ປະເທດຍີ່ປຸ່ນ ຂອງ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ໄດ້ມີການຍົກລະດັບສາຍພົວພັນທາງການທູດ ລະຫວ່າງ ສອງປະເທດ ລາວ ແລະ ຍີ່ປຸ່ນ ມາເປັນ ຄູ່ຮ່ວມຍຸດທະສາດຮອບດ້ານ ໃນທ້າຍເດືອນມັງກອນ 2025 ທີ່ຜ່ານມາ, ລວມທັງໄດ້ເຫັນດີເປັນເອກະພາບໃນການສືບຕໍ່ປະສານສົມທົບ ແລະ ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອຜັນຂະຫາຍຜົນການຢ້ຽມຢາມດັ່ງກ່າວໃຫ້ເປັນຮູບປະທໍາເທື່ອລະກ້າວ, ໂດຍສະເພາະ ການສືບຕໍ່ສົ່ງເສີມການຮ່ວມມືດ້ານເສດຖະກິດ ກໍຄືການສົ່ງເສີມພາກທຸລະກິດຂອງຍີ່ປຸ່ນ ມາລົງທຶນຢູ່ ສປປ ລາວ ຫຼາຍຂຶ້ນ ໃນຊຸມປີຕໍ່ໜ້າ ໃນຂະແໜງການທີ່ສອງຝ່າຍມີທ່າແຮງ.
ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈມາຍັງ ລັດຖະບານຍີ່ປຸ່ນ ແລະ ປະຊາຊົນຍີ່ປຸ່ນທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຮ່ວມມືຊ່ວຍເຫຼືອ ສປປ ລາວ ຕະຫຼອດໄລຍະຜ່ານມາ ອັນໄດ້ເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ມີຜົນສໍາເລັດເປັນແຕ່ລະໄລຍະ ເປັນຕົ້ນແມ່ນ ການຊ່ວຍພັດທະນາຊັບພະຍາກອນມະນຸດໃນຂະແໜງການຕ່າງໆ, ໂດຍສະເພາະ ໃນຂະແໜງຍຸຕິທໍາ ແລະ ການຊ່ວຍເຫຼືອດ້ານກົດໝາຍ, ການສະໜອງອຸປະກອນຕ່າງໆເພື່ອຊ່ວຍເຫຼືອດ້ານມະນຸດສະທໍາແລະບັນເທົາທຸກໄພພິບັດຈາກທໍາມະຊາດ, ການສ້າງຄວາມສະຖຽນລະພາບທາງດ້ານການເງິນ, ການປັບປຸງພື້ນຖານໂຄງລ່າງ, ການປັບປຸງສະພາບແວດລ້ອມການລົງທຶນ; ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດແລະການຫຼຸດຜ່ອນອາຍກາກບອນ; ການປັບປຸງເສັ້ນທາງຕາມແລວເສດຖະ ກິດຕາເວັນອອກ-ຕາເວັນຕົກ. ພິເສດ ແມ່ນການສະໜັບສະໜູນວຽກງານເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ (UXO) ຢູ່ ສປປ ລາວ, ການສະໜັບສະໜູນ ແລະ ຮ່ວມມືຊ່ວຍເຫຼືອທຸກດ້ານ ສໍາລັບການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ທີ່ຜ່ານມາ.
ທ່ານ ທອງລຸນ ສີສຸລິດ ຍັງໄດ້ແຈ້ງໃຫ້ ທ່ານນາຍົກລັດຖະມົນຕີ ອິຊິບະ ຊິເງະຣຸ ຊາບວ່າ ສປປລາວ ຈະເພີ່ມໄລຍະເວລາພັກເຊົາ (ໄລຍະການຍົກເວັ້ນວີຊາ)ໃຫ້ແກ່ພົນລະເມືອງຍີ່ປຸ່ນທີ່ຖືໜັງສືຜ່ານແດນທົ່ວໄປຈາກ 15 ວັນມາເປັນ 30 ວັນນັບແຕ່ວັນທີ 01 ມິຖຸນາ 2025 ເປັນຕົ້ນໄປ, ເຊິ່ງສອງຝ່າຍ ໄດ້ສະແດງຄວາມຫວັງວ່າ ນະໂຍບາຍດັ່ງກ່າວຈະເປັນການເພີ່ມທະວີຊຸກຍູ້ການໄປມາຫາສູ່ຂອງປະຊາຊົນສອງຊາດ ລາວແລະຍີ່ປຸ່ນ, ໂດຍສະເພາະການດຶງດູດນັກທ່ອງທ່ຽວຍີ່ປຸ່ນມາທ່ອງທ່ຽວຢູ່ ສປປ ລາວຫຼາຍຂຶ້ນ ໃນຊຸມປີຕໍ່ໜ້າ.
ທ່ານນາຍົກລັດຖະມົນຕີ ອິຊິບະ ຊິເງະຣຸ ໄດ້ຢືນຢັນຄວາມໝາຍໝັ້ນຂອງລັດຖະບານຍີ່ປຸ່ນ ໃນການສືບຕໍ່ສະໜັບສະໜູນ ແລະ ຮ່ວມມືຊ່ວຍເຫຼືອບັນດາດ້ານແກ່ ສປປ ລາວ ໃນຊຸມປີຕໍ່ໜ້າເປັນຕົ້ນແມ່ນ ການຊ່ວຍສ້າງຄວາມເຂັ້ມແຂງດ້ານເສດຖະກິດ, ການປັບປຸງສະພາບແວດລ້ອມການລົງທຶນ, ການສ້າງຄວາມເຂັ້ມແຂງໃນຂະແໜງຍຸຕິທໍາ, ການສະໜອງອຸປະກອນເພື່ອກຽມພ້ອມຮັບມືກັບໄພພິບັດທາງທໍາມະຊາດທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ, ການສ້າງປະຊາຄົມໃນການຫຼຸດຜ່ອນອາຍກາກບອນຢູ່ອາຊີ (AZEC) ແລະ ຂົງເຂດອື່ນໆ.




