ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫ່ຍ, ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ, ກໍາມະການກົມການເມືອງສູນກາງພັກປະຊາຊົນກຳປູເຈຍ, ປະທານສະພາແຫ່ງຊາດ ແຫ່ງ ລາຊະອານາຈັກກໍາປູເຈຍ

Aug 11, 2026

ໃນວັນທີ 10 ສິງຫາ 2026, ທີ່ ສໍານັກງານປະທານປະເທດ, ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງ ພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ການຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ, ກໍາມະການກົມການເມືອງສູນກາງພັກປະຊາຊົນກໍາປູເຈຍ, ປະທານສະພາແຫ່ງຊາດ ແຫ່ງ ລາຊະອານາຈັກກໍາປູເຈຍ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ, ລັດ ກໍາປູເຈຍ ໃນໂອກາດເດີນທາງມາວາງພວງມາລາ ແລະ ໄຫວ້ອາໄລ ເຖິງດວງວິນຍານຂອງ ທ່ານ ໄຊສົມພອນ ພົມວິຫານ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 8 ສິງຫາ 2026 ທີ່ຜ່ານມາ.

ທ່ານ ທອງລຸນ ສີສຸລິດ ໄດ້ຕາງໜ້າໃຫ້ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ຄອບຄົວ ພົມວິຫານ ສະແດງຄວາມຂອບໃຈ ແລະ ຊາບຊຶ້ງຕໍ່ ສົມເດັດ ຄູນ ສຸດາຣີ ທີ່ໄດ້ນໍາພາ ຄະນະຜູ້ແທນຂັ້ນສູງ ພັກ, ລັດ ແລະ ປະຊາຊົນກໍາປູເຈຍ ອ້າຍນ້ອງ ທີ່ເດີນທາງມາຮ່ວມ ພິທີໄຫ້ວອາໄລເຖິງດວງວິນຍານຂອງ ທ່ານ ໄຊສົມພອນ ພົມວິຫານ, ເຊິ່ງເປັນການບິແບ່ງຄວາມເສົ້າໂສກເສຍດາຍ ຂອງ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ແລະ ທັງເປັນການສະແດງໃຫ້ເຫັນເຖິງ ສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ດີງາມຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກໍາປູເຈຍ, ເປັນການໃຫ້ກຳລັງໃຈອັນໃຫຍ່ຫຼວງໃຫ້ແກ່ພັກ, ລັດ ແລະ ປະຊາຊົນລາວ, ທັງເປັນການປະກອບສ່ວນສໍາຄັນ ເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນທີ່ເປັນຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງ ແລະ ຍາວນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກໍາປູເຈຍ.
ສົມເດັດ ມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ ໄດ້ຕາງໜ້າຄະນະບໍລິຫານງານສູນກາງພັກປະຊາຊົນກໍາປູເຈຍ, ສະພາແຫ່ງຊາດ ແລະ ປະຊາຊົນກໍາປູເຈຍ ​ສະ​ແດງ​ຄວາມເສົ້າສະຫຼົດໃຈ ແລະ ​ອາໄລອາວອນ​ຢ່າງ​ສຸດຊຶ້ງ ​ຕໍ່ການຈາກໄປຂອງ ​ທ່ານ ໄຊສົມພອນ ພົມວິຫານ, ພ້ອມທັງໄດ້ຕີລາຄາສູງຕໍ່ຜົນງານຂອງ ທ່ານ ໄຊສົມພອນ ພົມວິຫານ ທີ່ເປັນການນຳຫຼັກແຫຼ່ງຂອງພັກປະຊາຊົນປະຕິວັດລາວ, ເປັນຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ, ເປັນນັກຮົບປະຕິວັດທີ່ຈົງຮັກພັກດີ, ທີ່ຕະຫຼອດຊີວິດໄດ້ເສຍສະຫຼະສູ້ຊົນ ເພື່ອຄວາມຜາສຸກຂອງປະຊາຊົນລາວ ແລະ ປະກອບສ່ວນຢ່າງໃຫຍ່ຫຼວງ ໃນພາລະກິດປົກປັກຮັກສາ ແລະ ການພັດທະນາ ປະເທດ ສປປ ລາວ.


ການຈາກໄປຂອງ ທ່ານ ໄຊສົມພອນ ພົມວິຫານ ບໍ່ພຽງແຕ່ເປັນການສູນເສຍອັນໃຫຍ່ຫຼວງສຳລັບ ພັກ, ລັດ, ປະຊາຊົນລາວ ແລະ ຄອບຄົວຂອງທ່ານ, ແຕ່ຫາກຍັງ ເປັນການສູນເສຍເພື່ອນມິດທີ່ດີຂອງ ພັກ, ລັດ ແລະ ປະຊາຊົນກໍາປູເຈຍ ອີກດ້ວຍ. ພັກ, ລັດ ແລະ ປະຊາຊົນກໍາປູເຈຍ ຂໍແບ່ງເບົາຄວາມເສົ້າສະຫຼົດໃຈອັນສຸດຊຶ້ງ ມາຍັງ ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ຄອບຄົວ ພົມວິຫານ ມານະໂອກາດນີ້ ແລະ ເຊື່ອໝັ້ນວ່າ ພັກ, ລັດ, ປະຊາຊົນລາວ ອ້າຍນ້ອງ ແລະ ຄອບຄົວພົມວິຫານ ຈະຜ່ານຜ່າຄວາມທຸກໂສກເສຍດາຍອັນໃຫຍ່ຫຼວງນີ້ ແລະ ສືບຕໍ່ພາລະກິດປັກປັກຮັກສາ ແລະ ສ້າງສາປະເທດລາວ ໃຫ້ນັບມື້ພັດ ທະນາຈະເລີນຮຸ່ງເຮືອງ.