ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ພົບປະເຮັດວຽກກັບ ທ່ານ Nurlan Yermekbayev, ເລຂາທິການໃຫຍ່ອົງການຮ່ວມມືຊຽງໄຮ້ (SCO).

Sep 2, 2025

ໃນວັນທີ 1 ກັນຍາ 2025, ໃນໄລຍະຕິດຕາມ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດອົງການຮ່ວມມືຊຽງໄຮ້ 2025 (Shanghai Cooperation Organization Summit 2025), ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ພົບປະເຮັດວຽກກັບ ທ່ານ Nurlan Yermekbayev, ເລຂາທິການໃຫຍ່ອົງການຮ່ວມມືຊຽງໄຮ້ (SCO).
May be an image of 2 people and dais
ໃນການພົບປະຄັ້ງນີ້, ຝ່າຍລາວ ໄດ້ສະແດງຄວາມຂອບໃຈຢ່າງສູງມາຍັງອົງການ SCO ລວມທັງ ປະເທດສະມາຊິກຂອງອົງການດັ່ງກ່າວ ທີ່ໄດ້ໃຫ້ການສະໜັບສະໜູນ ສປປ ລາວ ໄດ້ເຂົ້າເປັນຄູ່ຮ່ວມເຈລະຈາຂອງອົງການ,ໄດ້ຕີລາຄາສູງຕໍ່ບົດບາດ ແລະ ຄວາມສຳຄັນຂອງອົງການດັ່ງກ່າວ ແລະ ມີຄວາມຍິນດີເປັນຢ່າງສູງ ທີ່ຈະສືບຕໍ່ໃຫ້ການຮ່ວມມື ແລະ ປະກອບສ່ວນຢ່າງເຂັ້ມແຂງໃນຂອບການຮ່ວມມືດັ່ງກ່າວ. ຝ່າຍອົງການ SCO ກໍໄດ້ສະແດງຄວາມປິຕິຍິນດີຕໍ່ ສປປ ລາວ ທີ່ມີການເຄື່ອນໄຫວຢ່າງຫ້າວຫັນ ແລະ ຮັບກຽດເປັນຄູ່ຮ່ວມເຈລະຈາຂອງອົງການ ພ້ອມທັງ ໄດ້ແຈ້ງໃຫ້ຊາບກ່ຽວກັບຂອບການຮ່ວມມືກັບອົງການດັ່ງກ່າວໂດຍສັງເຂບ. ນອກນັ້ນ, ທັງສອງຝ່າຍໄດ້ປຶກສາຫາລື ແລະ ເປັນເອກະພາບກັນວ່າ ຈະເລີ່ມຕົ້ນຂະບວນການປຶກສາຫາລືບັນດາຂົງເຂດທີ່ມີທ່າແຮງ ແລະ ເປັນບູລິມະສິດໃນການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການຮ່ວມມືຊຽງໄຮ້ ໃນຕໍ່ໜ້າ ໂດຍຈະສ້າງເປັນບົດບັນທຶກຄວາມເຂົ້າໃຈສະເພາະໃນແຕ່ລະຂົງເຂດ ເປັນຕົ້ນແມ່ນ ຂົງເຂດການເມືອງ ແລະ ຄວາມໝັ້ນຄົງ, ເສດຖະກິດ-ສັງຄົມ, ການພັດທະນາແບບຍືນຍົງ ຈົນໄປເຖິງການເຊື່ອມໂຍງເຊື່ອມຈອດ ດ້ານພື້ນຖານໂຄງລ່າງ ຜ່ານໂຄງການທາງລົດໄຟລາວ-ຈີນ ທີ່ເປັນທ່າແຮງໃນການຫັນ ສປປ ລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ກາຍເປັນປະເທດເຊື່ອມໂຍງເຊື່ອມຈອດ ໂດຍສະເພາະປະເທດໃນຂົງເຂດ ເອີຣົບ-ອາຊີ ກໍຄື ເພື່ອພາລະກິດແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.
May be an image of 9 people, table and dais
ພາບ-ຂ່າວ : ກົມການຂ່າວ, ກະຊວງການຕ່າງປະເທດ