ໃນລະຫວ່າງວັນທີ 27-28 ເມສາ 2026, ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ສະຫະພາບເອີຣົບ (ອີຢູ) ຄັ້ງທີ 25 ທີ່ ບັນດາ ເສຣີ ເບກາວັນ, ບຣູໄນ ດາຣູຊາລາມ, ພາຍໃຕ້ການເປັນປະທານຮ່ວມຂອງ ບຣູໄນ ດາຣູຊາລາມ ແລະ ອີຢູ ໂດຍມີບັນດາລັດຖະມົນຕີຕ່າງປະເທດອາຊຽນ ແລະ ຄະນະຜູ້ແທນຈາກ 27 ປະເທດສະມາຊິກອີຢູ ແລະ ກອງເລຂາອາຊຽນ ເຂົ້າຮ່ວມ.

ກອງປະຊຸມ ໄດ້ທົບທວນຄືນການພົວພັນຮ່ວມມື ອາຊຽນ-ອີຢູ ໃນໄລຍະຜ່ານມາ ໂດຍສະເພາະຕໍ່ກັບຄວາມ ຄືບໜ້າການຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນ-ອີຢູ (2023-2027). ສອງຝ່າຍ ມີຄວາມໝາຍໝັ້ນຮ່ວມກັນ ທີ່ຈະສະເຫຼີມສະຫຼອງການພົວພັນຮ່ວມມື ອາຊຽນ-ອີຢູ ຄົບຮອບ 50 ປີ ໃນປີ 2027. ໃນນີ້, ກອງປະຊຸມ ໄດ້ປຶກສາຫາລື ແລະ ກໍານົດທິດທາງ ການຮ່ວມມືໃນຕໍ່ໜ້າ ໂດຍໄດ້ສືບຕໍ່ເນັ້ນຢໍ້າ ຄວາມໝາຍໝັ້ນໃນການຮັດແໜ້ນການຮ່ວມມື ໃນບັນດາຂົງເຂດ ທີ່ສອງຝ່າຍມີທ່າແຮງ ແລະ ມີຄວາມສົນໃຈຮ່ວມກັນ ເປັນຕົ້ນແມ່ນ ການຮັດແໜ້ນການຮ່ວມມືດ້ານການຄ້າ ແລະ ເສດຖະກິດ ໂດຍຍືດຖື ຫຼັກການຮ່ວມມືຫຼາຍຝ່າຍ, ການຮັດແໜ້ນການຮ່ວມມືດ້ານການເຊື່ອມໂຍງ-ເຊື່ອມຈອດ, ການຮ່ວມມືດ້ານການຄໍ້າປະກັນດ້ານພະລັງງານ ແລະ ສະບຽງອາຫານ ແລະ ການຮ່ວມມື ເພື່ອຮັບມືກັບການປ່ຽນແປງສະພາບດິນຟ້າອາກາດ.

ກອງປະຊຸມ ໄດ້ແລກປ່ຽນທັດສະນະ ກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ເປັນຕົ້ນແມ່ນ ສະພາບການໃນຕາເວັນອອກກາງ ທີ່ສົ່ງຜົນກະທົບຕໍ່ຂະແໜງພະລັງງານ ແລະ ສະບຽງອາຫານຂອງພາກພື້ນ ແລະ ໃນໂລກ, ການຕ້ານການກໍ່ການຮ້າຍ ແລະ ອາຊະຍາກຳຂ້າມຊາດ, ຄວາມປອດໄພທາງໄຊເບີ ແລະ ການຕ້ານການສໍ້ໂກງທາງອອນລາຍ. ກອງປະຊຸມ ໄດ້ຮັບຮອງເອົາຖະແຫຼງການຮ່ວມຂອງກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ອີຢູ ຄັ້ງທີ 25.

ນອກຈາກນີ້, ທ່ານຮອງນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ຍັງໄດ້ພົບປະສອງຝ່າຍກັບ ຫວຽດນາມ, ຟີລິບປິນ, ລິດຕົວນີ, ປອກຕຸຍການ, ໂອຕຣິດ, ສະໂລວັກ, ໄຊປຣັດ ແລະ ສະຫະພາບເອີຣົບ ເພື່ອແນ່ໃສ່ຮັດແໜ້ນການຮ່ວມມື ແລະ ສະໜັບສະໜູນ ເຊິ່ງກັນແລະກັນ ໃນຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ທີ່ກ່ຽວຂ້ອງ.


