ໃນວາລະດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 23 ມິຖຸນາ 2025, ໂດຍພາຍໃຕ້ການເປັນປະທານຂອງທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ, ພາຍຫຼັງ ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ສະເໜີເຫດຜົນ ແລະ ຄວາມຈຳເປັນໃນການສ້າງຮ່າງກົດໝາຍວ່າດ້ວຍຄວາມປອດໄພໄຊເບີ(ສະບັບສ້າງໃໝ່).
ທ່ານ ນາງ ບົວໄຂ ເພັງພະຈັນ ສະມາຊິກສະພາແຫ່ງຊາດ(ສສຊ) ປະຈໍາເຂດເລືອກທີ 13 ແຂວງສະຫວັນນະເຂດ ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍຄວາມປອດໄພໄຊເບີ, ທ່ານໄດ້ສະແດງຄວາມຊົມເຊີຍຄະນະຮັບຜິດຊອບສ້າງຮ່າງກົດໝາຍດັ່ງກ່າວ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ແລະມີຄໍາເຫັນສະເໜີໃນບາງຈຸດຂອງກົດໝາຍຄືດັ່ງນີ້ ໜຶ່ງຊື່ຂອງກົດໝາຍສະເໜີປັບປຸງຈາກຄວາມປອດໄພໄຊເບີ ມາເປັນຄວາມປອດໄພທາງໄຊເບີ ຕາມການໄດ້ອ່ານເນື້ອໃນຂອງຫຼາຍມາດຕາເຊັ່ນ ມາດຕາ 2, 3, 29, 33, 35, 37 ແລະ ມາດຕາອື່ນໆຂອງຮ່າງກົດໝາຍສະບັບດັ່ງກ່າວແມ່ນໄດ້ໃຊ້ຄໍາວ່າ: ທາງ ກ່ອນໜ້າຄໍາວ່າໄຊເບີ ນັ້ນມີຫຼາຍຄໍາເປັນຕົ້ນ ການໂຈມຕີທາງໄຊເບີ, ໄພຄຸຸກຄາມທາງໄຊເບີ, ພາວະສຸກເສີນທາງໄຊເບີ,ເຫດການສຸກເສີນທາງໄຊເບີແລະອື່ນໆ; ໃນມາດຕາທີ 3 ສະເໜີໃຫ້ອະທິບາຍຄໍາສັບໂລກໄຊເບີການເຈາະລະບົບ ການໂຈລະກໍາຂໍ້ມູນ ລະດັບຊັ້ນຄວາມລັບ ຜູ້ສະໜອງແລະຜູ້ໃຫ້ບໍລິການພາຍນອກ, ໜ່ວຍງານໂຄງລ່າງພື້ນຖານຂໍ້ມູນຂ່າວສານທີ່ສໍາຄັນຂອງຊາດເພີ່ມຕື່ມ ແລະ ໃນຂໍ້ທີ 14 ຂອງມາດ 3 ສະເໜີຕັດຄໍາວ່າຂ່າວສານອອກຈາກຂໍ້ມູນ ເພາະຄໍາວ່າ ດາຕ້າເບສ ໃນພາສາອັງກິດແປເປັນພາສາລາວວ່າ: ຖານຂໍ້ມູນ ເຫັນວ່າຄົບຖ້ວນແລະສົມບູນແລ້ວ; ໃນມາດຕາ 4 ນະໂຍບາຍຂອງລັດກ່ຽວກັບວຽກງານຄວາມປອດໄພໄຊເບີ ໃນວັກທີສອງ, ສາມ ແລະ ສີ່ ສະເໜີໃຫ້ຮວມເຂົ້າກັນ ແລະປັບປຸງເປັນສອງວັກດັ່ງນີ້: ລັດຊຸກຍູ້ສົ່ງເສີມການຄົ້ນຄວ້າວິໄຈພັດທະນາບຸກຄະລາກອນສະໜອງງົບປະມານ ນໍາໃຊ້ວິທະຍາສາດເຕັກໂນໂລຊີທີ່ທັນສະໄໝເຂົ້າໃນວຽກງານຄວາມປອດໄພທາງໄຊເບີ, ລັດຊຸກຍູ້ສົ່ງເສີມບຸກຄົນ, ນິຕິບຸກຄົນ ແລະການຈັດຕັ້ງທັງພາຍໃນ ແລະຕ່າງປະເທດໃຫ້ມີສ່ວນຮ່ວມໃນການຮັກສາຄວາມປອດໄພທາງໄຊເບີ ເພື່ອບໍ່ໃຫ້ລະບົບເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານທີ່ສໍາຄັນຂອງຊາດຖືທໍາລາຍ ຫຼື ສູນຫາຍ; ມາດຕາ 14 ໂຄງລ່າງພື້ນຖານຂໍ້ມູນຂ່າວສານທີ່ສໍາຄັນຂອງຊາດ ສະເໜີປັບປຸງວັກທີໜຶ່ງ ໂຄງລ່າງພື້ນຖານຂໍ້ມູນຂ່າວສານທີ່ສໍາຄັນຂອງຊາດແມ່ນລະບົບຈຸດເຄືອຂ່າຍຊຶ່ງເປັນຊັບສິນທີ່ມີຄວາມສໍາຄັນຕໍ່ຄວາມໜັ້ນຄົງຂອງຊາດທາງດ້ານປ້ອງກັນຄວາມສະຫງົບ, ເສດຖະກິດ, ວັດທະນະທໍາ-ສັງຄົມ, ວິທະຍາສາດ ແລະ ການຕ່າງປະເທດ ຖ້າໂຄງລ່າງພື້ນຖານດັ່ງກ່າວຖືກທໍາລາຍຫຼືຢຸດສະງັກ ຈະສົ່ງຜົນຮ້າຍແຮງຕໍ່ປະເທດຊາດ.
ຂ່າວ-ພາບ: ຍຸພິນທອງ-ບຸນອູ້ມ



