ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທ່ານ​ ນາງ​ ເຜີງ​ລີ້ຢວນ​ ຢ້ຽມ​ຊົມ​ຫໍ​ພິ​ພິ​ທະ​ພັນ​ມາ​ເກົາ

Dec 20, 2024

ຕອນ​ເຊົ້າ​ວັນ​ທີ 19ທັນ​ວາ​ນີ້, ທ່ານ​ ນາງ​ ເຜີງ​ລີ້ຢວນ ພັນ​ລະ​ຍາ​ຂອງ​ທ່ານ​ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ ໄດ້​ໄປ​ຢ້ຽມ​ຊົມ​ຫໍ​ພິ​ພິ​ທະ​ພັນ​ມາ​ເກົາ ໂດຍ​ມີ​ ທ່​ານ​ ນາງ​ ເຈີ້ງ​ຊູ້​ເຈີ່ນ ພັນ​ລະ​ຍາ​ຂອງ​ທ່ານ​ ເຮີ້​ຢີ​ເສີງ ຜູ້​ວ່າ​ການ​ເຂດ​ບໍ​ລິ​ຫານ​ພິ​ເສດ​ມາ​ເກົາ​ເປັນ​ເພື່ອນ​ພາ​ທາງ. ທ່ານ​ ນາງ​ເຜີງ​ລີ້ຢວນ​ ໄດ້​ຊົມ​ເບິ່ງ​ວັດ​ຖຸ​ບູ​ຮານ​ໃນ​ຫໍ​ພິ​ພິ​ທະ​ພັນຢ່າງ​ລະ​ອຽດ, ລົງ​ເລິກ​ຮັບ​ຮູ້​ຂະ​ບວນ​ວິ​ວັດ​ປະ​ຫວັດ​ສາດ​ ແລະ ສະ​ພາບ​ການ​ເຊື່ອມ​ໂຍງວັດ​ທະ​ນະ​ທຳ​ຕາ​ເວັນ​ອອກ-ຕາ​ເວັນ​ຕົກ​ດ້ານ​ສິ່ງ​ກໍ່​ສ້າງ ຂະ​ແໜງ​ການ ວິ​ຖີຊີ​ວິດ​ວັດ​ທະ​ນະ​ທຳ ແລະ​ອື່ນໆ​ຂອງ​ມາ​ເກົາ, ທັງ​ໄດ້​​ໂອ້​ລົມກັບ​ຜູ້​ສືບ​ທອດ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ນາມ​ມະ​ທຳ​ດ້ານ​ການ​ຜະ​ລິດ​ຮູບ​ແຕ້ມ​ເທິງ​ກະ​​ໂລ, ​ໄມ້ສະຫຼັກ​ ແລະ​ອື່ນໆຢ່າງ​ສະ​ໜິດ​ສະ​ໜົມ.
ຢູ່​ຫ້ອງ​ຊັ້ນ 3 ຂອງ​ຫໍ​ພິ​ພິ​ທະ​ພັນ, ທ່ານ​ ນາງ​ເຜີງ​ລີ້ຢວນ​ ໄດ້​ແລກ​ປ່ຽນ​ຄວາມ​ຮູ້​ສຶກ​ການ​ຢ້ຽມ​ຊົມ​ກັບ​ພວກ​ເດັກ​ນ້ອຍ​ທີ່​ຫາ​ກໍ​ສິ້ນ​ສຸດ​ການ​ເບິ່ງ​ຊົມ​ການ​ວາງ​ສະ​ແດງ, ທັງ​ໄດ້​ເບິ່ງ​ຊົມ​ການ​ວາງ​ສະ​ແດງ​ຜະ​ລິດ​ຕ​ະ​ພັນ​ປະ​ດິດ​ສ້າງ​ໃໝ່​ດ້ານ​ວັດ​ທ​ນະ​ທຳ​ຢູ່​ຕະຫຼາດ​ປະ​ດິດ​ສ້າງ​ໃໝ່​ດ້ານ​ວັດ​ທະ​ນະ​ທຳ, ແລະ​ເຂົ້າ​ຮ່ວມ​ການ​ຜະ​ລິດ​ເຂົ້າ​ໜົມ​ແກ່ນ​ໝາກ​ເຫັງ. ທ່ານ​ ນາງ​ເຜີງ​ລີ້ຢວນ​ ສົ່ງ​ເສີມ​ໃຫ້​ທຸກ​ຄົນ​ສືບ​ທອດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີ​ເດັ່ນ, ຝັງ​ເລິກ​ຈິດ​ໃຈ​ຮັກ​ຊາດ​ຮັກ​ມາ​ເກົາ, ພະ​ຍາ​ຍາມ​ຮ່ຳ​ຮຽນ​ຄວາມ​ຮູ້ ແລະ ເຕັກ​ນິກ, ຕັ້ງ​ໜ້າ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງ​ສາ​ມາ​ເກົາ ແລະ ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ.
ທີ່ມາ: CMG