ໃນວັນທີ 23 ກໍລະກົດ 2026, ທີ່ແຂວງຈຳປາສັກ ໄດ້ຈັດກອງປະຊຸມຊຸກຍູ້ ແລະ ຕິດຕາມການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026 ແລະ ການສ້າງແຜນພັດທະນາເຂດແຄວ້ນ 4 ແຂວງພາກໃຕ້ ເພື່ອເຊື່ອມຈອດເສດຖະກິດ ກັບປະເທດໃກ້ຄຽງ ແລະ ພາກພື້ນ, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາທ່ານ ລັດຖະມົນຕີ-ຮອງລັດຖະມົນຕີ ກະຊວງ-ອົງການທີ່ກ່ຽວຂ້ອງ, ເລຂາພັກແຂວງ-ຮອງເລຂາພັກແຂວງ, ປະທານ-ຮອງປະທານຄະນະກຳມະການປົກຄອງ 4 ແຂວງພາກໃຕ້ (ຈໍາປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື) ພ້ອມດ້ວຍຜູ້ຕາງໜ້າພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ດຳເນີນເປັນເວລາ 1 ວັນເຕັມ, ໂດຍໄດ້ຮັບຟັງລາຍງານ ການສະຫຼຸບຕີລາຄາ ການຈັດຕັ້ງປະຕິ ບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 6 ເດືອນຕົ້ນປີ, ທິດທາງແຜນການ 6 ເດືອນທ້າຍປີ 2026 ແລະ ຄວາມຄືບໜ້າ ໃນການສ້າງແຜນພັດທະນາເຂດແຄວ້ນ 4 ແຂວງພາກໃຕ້ ເພື່ອເຊື່ອມຈອດເສດຖະກິດ ກັບປະເທດໃກ້ຄຽງ ແລະ ພາກພື້ນ. ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມ ໄດ້ພ້ອມກັນປະກອບຄຳຄິດເຫັນ ຢ່າງຫຼາກຫຼາຍ, ກົງໄປກົງມາ ເພື່ອເປັນຂໍ້ມູນ ນຳໄປປັບປຸງແກ້ໄຂບັນດາຂໍ້ຄົງຄ້າງໃນໄລຍະຜ່ານມາ ໃຫ້ມີການຫັນປ່ຽນດີຂຶ້ນ ແລະ ກຳນົດທິດທາງແຜນການພັດທະນາໃນຕໍ່ໜ້າ ຂອງແຕ່ລະວຽກງານ ໂດຍສະເພາະ ການພັດທະນາເຂດແຄວ້ນ ໃຫ້ສອດຄ່ອງສະພາບ-ເງື່ອນໄຂ-ທ່າແຮງ ແລະ ສາມາດຈັດຕັ້ງປະຕິບັດ ເກີດເປັນຮູບປະທຳຕົວຈິງ.

ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ໄດ້ມີຄຳເຫັນຊີ້ນຳບາງດ້ານ ຕໍ່ຂະແໜງການສູນກາງ ແລະ 4 ແຂວງພາກໃຕ້ ເປັນຕົ້ນ ເພີ່ມທະວີວຽກງານປກຊ-ປກສ ໃຫ້ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ມີສະຖຽນລະພາບທາງດ້ານການເມືອງ ຢ່າງໜັກແໜ້ນ ຕິດພັນກັບການພັດທະນາຊົນນະບົດຮອບດ້ານ ຕາມທິດສາມສ້າງ ໃຫ້ເປັນຂະບວນການຟົດຟື້ນ ເພື່ອສ້າງຕາແສງ, ສ້າງບ້ານ ກາຍເປັນປ້ອມທີ່ໝັ້ນແນວໜ້າ; ເພີ່ມທະວີການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ໃນສັງຄົມ ແລະ ຕາມບໍລິເວນເຂດຊາຍແດນ; ນໍາໃຊ້ທ່າແຮງໄດ້ປຽບຂອງເຂດພູພຽງບໍລິເວນ ສູ່ການຜະລິດ ໃຫ້ເກີດປະໂຫຍດສູງສຸດ, ທັງຍົກລະດັບຄວາມສາມາດການຜະລິດ ໃຫ້ສູງຂຶ້ນກວ່າເກົ່າ ໂດຍຫັນຈາກການຜະລິດແບບດັ້ງເດີມ ສູ່ການຜະລິດທີ່ທັນສະໄໝ ເພື່ອສາມາດຜະລິດໄດ້ຫຼາຍ ແລະ ເປັນສິນຄ້າສົ່ງອອກ, ມີການປຸງແຕ່ງ-ມີຍີ່ຫໍ້ຜະລິດຕະພັນ ທີ່ມີຄຸນນະພາບ, ປອດສານພິດ ແລະ ເປັນທີ່ຍອມຮັບ ໃນລະດັບສາກົນ; ສ້າງສູນຄົ້ນຄວ້າ ແລະ ຜະລິດພັນພືດ-ພັນສັດ ແລະ ປຸ໋ຍຊີວະພາບພາຍໃນເຂດພາກໃຕ້, ນຳໃຊ້ເຕັກໂນໂລຊີ ເຂົ້າໃນການສະໜອງ-ຈັດການນ້ຳ ເພື່ອການຜະລິດ ໂດຍສະເພາະ ພະລັງງານແສງຕາເວັນ ໃຫ້ສາມາດທຳການຜະລິດໄດ້ຕະຫຼອດປີ; ຫັນຈາກການສົ່ງອອກແຮ່ດິບ ມາເປັນການສ້າງໂຮງງານປຸງແຕ່ງ-ໂຮງງານແປຮູບ ເພື່ອສ້າງມູນຄ່າເພີ່ມ; ສືບຕໍ່ພັດທະນາພະລັງງານສະອາດຂະໜາດໃຫຍ່ ເປັນຕົ້ນ ພະລັງງານນໍ້າ, ພະລັງງານແສງຕາເວັນ ແລະ ພະລັງງານລົມ ເພື່ອສົ່ງອອກປະເທດໃກ້ຄຽງ ແລະ ຊົມໃຊ້ໃນບັນດາແຂວງພາກໃຕ້ ໃຫ້ມີສະຖຽນລະພາບ; ຊຸກຍູ້ສົ່ງເສີມການນໍາໃຊ້ລົດໄຟຟ້າ ເຂົ້າໃນການຂົນສົ່ງໂດຍສານ, ໂລຈິດສຕິກ ແລະ ການທ່ອງທ່ຽວ ໃຫ້ຫຼາຍຂຶ້ນ ເພື່ອຫຼຸດຜ່ອນການຊົມໃຊ້ນໍ້າມັນເຊື້ອໄຟ; ຍົກລະດັບການທ່ອງທ່ຽວ ໂດຍສະເພາະ ບໍລິການທີ່ມີຄວາມປອດໄພ, ໜ້າດຶງດູດ, ການທ່ອງທ່ຽວທີ່ເປັນມິດກັບສິ່ງແວດລ້ອມ ແລະ ເຊື່ອມໂຍງກັບອຸດສາຫະກຳທ້ອງຖິ່ນ; ສົ່ງເສີມການນຳໃຊ້ອາຫານ, ພືດຜັກອິນຊີ ແລະ ຫັດຖະກຳ ພາຍໃນ 4 ແຂວງ ເຂົ້າໃນໂຮງແຮມ ແລະ ຮ້ານອາຫານ ເພື່ອບໍ່ໃຫ້ເງິນຕາຮົ່ວໄຫຼອອກ; ພັດທະນາທ່າບົກ ແລະ ຈຸດຄ່ຽນຖ່າຍສິນຄ້າ ເພື່ອເກັບຄ່າບໍລິການທາງຜ່ານ; ສ້າງລະບົບສາງ ແລະ ຫ້ອງເຢັນ ເພື່ອຮັກສາຄຸນນະພາບສິນຄ້າ; ຄຸ້ມຄອງລາຄາສິນຄ້າກະສິກຳ ບໍ່ໃຫ້ຖືກກົດລາຄາໃນຍາມຜົນຜະລິດອອກຫຼາຍ, ຫຼຸດຜ່ອນຂັ້ນຕອນທາງດ້ານເອກະສານຢູ່ດ່ານຊາຍແດນ ເພື່ອດຶງດູດໃຫ້ພາກໃຕ້ ເປັນເສັ້ນທາງຜ່ານຫຼັກ ຂອງການຄ້າເຂດພາກພື້ນ; ມະຫາວິທະຍາໄລຈຳປາສັກ ແລະ ໂຮງຮຽນເຕັກນິກວິຊາຊີບ ຕ້ອງສຸມໃສ່ການສ້າງວິຊາການ-ເຕັກນິກ ແລະ ຜູ້ປະກອບການ ທີ່ສາມາດອອກມາສ້າງທຸລະກິດ ແລະ ພັດທະນາ ບັນດາຂະແໜງການປາຍແຫຼມ, ຍົກລະດັບໂຮງໝໍ ແລະ ສູນການແພດ ໃຫ້ມີຄວາມຊ່ຽວຊານສະເພາະດ້ານ ເພື່ອເປັນສູນກາງປິ່ນປົວຂອງພາກໃຕ້ ແລະ ຫຼຸດຜ່ອນການເດີນທາງໄປປິ່ນປົວຂ້າມແດນ. ທັງໝົດນັ້ນ ເພື່ອຜັນຂະຫຍາຍທິດການພັດທະນາເຂດແຄວ້ນ ຕາມທ່າແຮງບົ່ມຊ້ອນຂອງແຕ່ລະທ້ອງຖິ່ນ ທີ່ມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ກຳນົດໄວ້ ໃຫ້ປະກົດຜົນເປັນຈິງ.
ຂ່າວ ແລະ ພາບ: ກົມປະຊາສໍາພັນ ຫສນຍ.


