ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທ່ານ ນາຍົກລັດຖະມົນຕີ ຊີ້ນຳວຽກງານ ຢູ່ຕາແສງຫຼວງຂອນ, ເມືອງຫຼວງນໍ້າທາ

Aug 18, 2026

ໃນຕອນບ່າຍວັນທີ 17 ສິງຫາ 2026 ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນໍາວຽກງານ ຢູ່ຕາແສງຫຼວງຂອນ, ເມືອງ ແລະ ແຂວງຫຼວງນໍ້າທາ; ມີທ່ານ ເລຂາພັກແຂວງ; ປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍຄະນະນຳຂອງແຂວງ, ເມືອງຫຼວງນໍ້າທາ ແລະ ປະຊາຊົນທ້ອງຖິ່ນດັ່ງກ່າວ ໃຫ້ການຕ້ອນຮັບ.

ຕາແສງຫຼວງຂອນ ເປັນໜຶ່ງໃນ 4 ຕາແສງ ທີ່ຂຶ້ນກັບອົງການປົກຄອງເມືອງຫຼວງນໍ້າທາ, ປະກາດສ້າງຕັ້ງໃນວັນທີ 25 ທັນວາ 2025, ຕັ້ງຢູ່ຫ່າງຈາກຫ້ອງວ່າການເມືອງ 4.5 ກິໂລແມັດ, ມີເນື້ອທີ່ທັງໝົດ 54 ພັນກວ່າເຮັກຕາ, ເນື້ອທີ່ພູດອຍກວມ 44.4% ທິດເໜືອຕິດກັບຕາແສງທົ່ງອົ້ມ, ທິດໃຕ້ຕິດກັບເມືອງວຽງພູຄາ, ທິດຕາເວັນອອກ ຕິດກັບ ຕາແສງທົ່ງປຸ່ງ, ທິດຕາເວັນຕົກຕິດກັບເມືອງສິງ, ປະກອບມີ 18 ບ້ານ, ມີ 4,396 ຄອບຄົວ, 3,639 ຫຼັງຄາເຮືອນ, ພົນລະເມືອງ 19,024 ຄົນ, ຍິງ 9,505 ຄົນ.


ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ ແລະ ຊີ້ນຳ ຕໍ່ວຽກງານຈຸດສຸມຂອງຕາແສງ ບາງດ້ານ ເປັນຕົ້ນ ເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດ ຂອງພະນັກງານ-ລັດຖະກອນ ແລະ ປະຊາຊົນບັນດາເຜົ່າ; ມີສະຕິລະວັງຕົວຕໍ່ກົນອຸບາຍທຳລາຍຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ພາຍໃນຕາແສງ ແລະ ເຂດຊາຍແດນ; ກະກຽມດ້ານຕ່າງໆ ເພື່ອຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຕິດພັນກັບການພັດທະນາທີ່ຍືີນຍົງ ແລະ ສີຂຽວ; ສົ່ງເສີມການປູກຝັງ-ລ້ຽງສັດ ເປັນສິນຄ້າ ຕາມທິດ ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ໃຫ້ປະກົດຜົນເປັນຈິງ; ສູ້ຊົນປະຕິບັດແຜນການຜະລິດປະຈຳປີ, ພ້ອມທັງ ກະກຽມຄວາມຮັບມື ກັບໄພພິບັດທຳມະຊາດ ທີ່ອາດເກີດຂຶ້ນ ຢ່າງໃກ້ຊິດ ແລະ ທັນການ; ປະຕິບັດ 11 ຕົວຊີ້ວັດດ້ານການພັດທະນາ; ສືບຕໍ່ຕິດຕາມການລັກລອບຂຸດຄົ້ນແຮ່ທາດຕ່າງໆ, ລວມທັງ ການດູດແຮ່ຊາຍ-ຫີນ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ; ປັບປຸງກົນໄກການບໍລິຫານລັດ ໃຫ້ຜ່ານລະບົບປະຕູດຽວ ແລະ ຫັນເປັນດີຈີຕອນ; ຝຶກອົບຮົມຍົກລະດັບຄວາມຮູ້-ຄວາມສາມາດດ້ານຕ່າງໆ ໃຫ້ບຸກຄະລາກອນຂັ້ນຕາແສງ ແລະ ບ້ານ; ພ້ອມກັນພັດທະນາຕາແສງຫຼວງຂອນ ໃຫ້ກາຍເປັນທ້ອງຖິ່ນທີ່ໝັ້ນຄົງ, ປະຊາຊົນ ມີຊີວິດການເປັນຢູ່ ນັບມື້ດີຂຶ້ນ.


ຫຼັງຈາກນັ້ນ, ທ່ານ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມສະພາບຜົນກະທົບຈາກໄພພິບັດນໍ້າຖ້ວມໄຫຼຊຸ ຢູ່ເຂດບ້ານທົ່ງດີ ແລະ ບ້ານນໍ້າດີ, ພ້ອມທັງ ມອບທຶນ ແລະ ເຄື່ອງອຸປະໂພກ-ບໍລິໂພກ ຈຳນວນໜຶ່ງ ໃຫ້ແກ່ອົງການປົກຄອງເມືອງຫຼວງນໍ້າທາ ເພື່ອນຳໄປຊ່ວຍເຫຼືອປະຊາຊົນ ແລະ ແກ້ໄຂຜົນກະທົບ ຈາກໄພພິບັດດັ່ງກ່າວ.
ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.