ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທ່ານ ນາຍົກລັດຖະມົນຕີ ຊຸກຍູ້ວຽກງານ ຢູ່ກຸ່ມບ້ານຈຸດສຸມພັດທະນາ ຂອງແຂວງຄຳມ່ວນ

Nov 15, 2024

ໃນຕອນເຊົ້າ ວັນທີ 14 ພະຈິກ 2024 ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ພ້ອມດ້ວຍທ່ານ ວັນໄຊ ພອງສະຫວັນ, ເຈົ້າແຂວງຄຳມ່ວນ ແລະ ຄະນະ ໄດ້ໄປເຄື່ອນໄຫວຢ້ຽມ ຢາມ ແລະ ພົບປະໂອ້ລົມ ຕໍ່ປະຊາຊົນ ຢູ່ຈຸດສຸມກຸ່ມບ້ານໜອງມ້າ, ເມືອງບົວລະພາ, ແຂວງຄຳມ່ວນ ໂດຍມີທ່ານ ບຸນກວ້າງ ແກ້ວບຸນຍົງ, ເຈົ້າເມືອງບົວລະພາ ໃຫ້ການຕ້ອນຮັບ ແລະ ນຳພາປະຊາຊົນ ຈຸດສຸມກຸ່ມບ້ານໜອງມ້າ ເຂົ້າຮ່ວມຮັບຟັງການພົບປະໂອ້ລົມ ຂອງທ່ານ ນາຍົກລັດຖະມົນຕີ.
ໃນໂອກາດນີ້, ຄະນະຂອງທ່ານນາຍົກລັດຖະມົນຕີ ໄດ້ໄປຢ້ຽມ ຢາມ ສຸກສາລາ ແລະ ໂຮງຮຽນປະຖົມ-ມັດທະ ຍົມຕົ້ນບ້ານໜອງມ້າ ແລະ ໄດ້ຮັບຟັງການລາຍງານ ກ່ຽວກັບສະພາບການພັດທະ ນາຈຸດສຸມກຸ່ມບ້ານໜອງມ້າ ຈາກທ່ານ ເຈົ້າເມືອງບົວລະພາ ເຫັນວ່າ ຈຸດສຸມກຸ່ມບ້ານດັ່ງກ່າວ ຕັ້ງຢູ່ລຽບຕາມເສັ້ນທາງໂຮຈິມິນ, ເປັນເຂດພື້ນຖານການປະຕິວັດ, ຫ່າງຈາກເທດສະບານເມືອງບົວລະພາ ໄປທາງທິດຕາເວັນອອກສຽງໃຕ້ ປະມານ 90 ກິໂລ ແມັດ, ມີຈໍານວນ 5 ບ້ານ, 237 ຄອບຄົວ, ພົນລະເມືອງ 1.215 ຄົນ, ຍັງມີຄອບຄົວທຸກຍາກ 200 ຄອບຄົວ, ປະຊາຊົນ ມີມູນເຊື້ອຕໍ່ສູ້ກູ້ຊາດ ແລະ ມູນເຊື້ອສາມັກຄີ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ; ເປັນກຸ່ມບ້ານທີ່ຍັງທຸກຍາກ, ເສັ້ນທາງໄປມາ ຍັງບໍ່ທັນສະດວກ ທຽວໄດ້ລະດູດຽວ, ເຄືອຂ່າຍດ້ານໂທລະຄົມມະນາຄົມ ຍັງບໍ່ທັນເຂົ້າເຖິງ; ອາຊີບຕົ້ນຕໍ ຂອງປະຊາຊົນ ແມ່ນປູກເຂົ້າເນີນສູງ ແລະ ມັນຕົ້ນ, ສະເລ່ຍຜົນຜະລິດເຂົ້າ ໄດ້ 2,8 ໂຕນ/ເຮັກຕາ; ທົ່ວກຸ່ມບ້ານ ມີຄວາຍ 41 ໂຕ, ງົວ 305 ໂຕ, ໝູ 167 ໂຕ, ແບ້ 512 ໂຕ, ສັດປີກ 1.400 ກວ່າໂຕ; ມີໂຮງຮຽນປະຖົມ 5 ແຫ່ງ, ມີນັກຮຽນທັງໝົດ 217 ຄົນ; ມີໂຮງຮຽນມັດທະຍົມຕົ້ນ 1 ແຫ່ງ, ມີນັກຮຽນທັງໝົດ 46 ຄົນ; ມີສຸກສາລາ 1 ແຫ່ງ, ມີແພດປະຈໍາ 4 ທ່ານ; ເນື້ອທີ່ການຜະລິດ ມີຈໍານວນຈຳກັດ ເນື່ອງຈາກພື້ນທີ່ສ່ວນໃຫຍ່ ແມ່ນມີຄວາມສ່ຽງຈາກລູກລະເບີດບໍ່ທັນແຕກ. ນອກນັ້ນ ຍັງມີຄວາມຫຍຸ້ງຍາກ ດ້ານນໍ້າໃຊ້ ໂດຍສະເພາະ ໃນລະ ດູແລ້ງ, ເນື່ອງຈາກ ທີ່ຕັ້ງຂອງບ້ານ ເປັນເຂດພູດອຍ ແລະ ມີຄວາມຄ້ອຍຊັນ ເປັນສ່ວນໃຫຍ່, ທັງຫ່າງໄກຈາກແມ່ນໍ້າສາຍໃຫຍ່.
ໃນໂອກາດດຽວກັນ, ທ່ານ ນາຍົກລັດຖະມົນຕີ ກໍ່ໄດ້ໃຫ້ກຽດພົບປະໂອ້ລົມ ໂດຍໄດ້ສະແດງຄວາມຊົມເຊີຍ ຕໍ່ອົງການປົກຄອງທ້ອງຖິ່ນ ແລະ ປະຊາຊົນ ທີ່ໄດ້ມີຄວາມພະຍາຍາມໃນການພັດ ທະນາກຸ່ມບ້ານ ກໍ່ຄືບ້ານຊ່ອງຂອງຕົນ ເຮັດໃຫ້ຊີວິດການເປັນຢູ່ ນັບມື້ດີຂຶ້ນຫຼາຍກວ່າເມື່ອກ່ອນ, ພ້ອມທັງ ແຈ້ງໃຫ້ຊາບ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ທີ່ພົ້ນເດັ່ນ ໂດຍສະເພາະ ຜົນສຳເລັດ, ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຕ່າງໆ ຕໍ່ການພັດທະນາ, ລວມທັງ ຜົນສຳເລັດ ຂອງການເປັນເຈົ້າພາບ ຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ແລະ ກອງປະ ຊຸມສຸດຍອດທີ່ກ່ຽວຂ້ອງ. ອັນສຳຄັນ, ທ່ານ ນາຍົກລັດຖະມົນຕີ ໄດ້ມີຄຳເຫັນເນັ້ນໜັກ ໃຫ້ພາກສ່ວນກ່ຽວຂ້ອງເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ສືບຕໍ່ປຸກລະດົມປະຊາຊົນ ສົ່ງເສີມລູກຫຼານຂອງຕົນ ໃຫ້ໄດ້ເຂົ້າຮຽນ ຕາມເກນອາຍຸ; ສືບຕໍ່ປັບປຸງອົງການປົກຄອງກຸ່ມບ້ານ ແລະ ບ້ານ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ; ສືບຕໍ່ຄົ້ນ ຄວ້າສ້າງແຜນການພັດທະນາກຸ່ມບ້ານ ໃຫ້ສອດຄ່ອງກັບທ່າແຮງ ແລະ ຄວາມສາມາດຕົວຈິງ ຂອງທ້ອງຖິ່ນ; ບັນດາຂະແໜງການຂອງເມືອງ ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ຈັດສັນການນຳໃຊ້ທີ່ດິນ ຂອງກຸ່ມບ້ານ, ລວມທັງ ການຈັດສັນໂຄງລ່າງພື້ນ ຖານ ໃຫ້ເປັນລະບົບ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ສອດຄ່ອງກັບທິດທາງການພັດທະນາແບບຍືນຍົງ; ໃຫ້ແຂວງຄຳມ່ວນ ສະເໜີຫາກະຊວງເຕັກໂນໂລຊີ ແລະ ການສື່ສານ ເພື່ອພິຈາລະນາ ຕິດຕັ້ງເຄືອຂ່າຍໂທລະຄົມມະນາຄົມ ຢູ່ເຂດກຸ່ມບ້ານ ໃຫ້ປະຊາຊົນ ສາມາດຕິດຕໍ່ສື່ສານໄດ້ຢ່າງສະດວກສະບາຍ; ສືບຕໍ່ແກ້ໄຂບັນດາຂໍ້ຄົງຄ້າງຕ່າງໆ ໂດຍສະເພາະ ບັນດາປັດໃຈ ທີ່ຍັງກົດໜ່ວງຖ່ວງດຶງການພັດທະນາຊີວິດການເປັນຢູ່, ພ້ອມທັງ ຊຸກຍູ້ສົ່ງເສີມການຜະລິດ ທີ່ປະຊາຊົນ ແລະ ທ້ອງຖິ່ນມີທ່າແຮງ ເພື່ອຮັບໃຊ້ພາຍໃນ ແລະ ເປັນສິນຄ້າ ໃຫ້ຫຼາຍຂຶ້ນ ເປັນກ້າວໆ.
ໃນຕອນທ້າຍ, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ມອບອຸປະ ກອນການຮຽນ ແລະ ອຸປະກອນກິລາ ໃຫ້ບັນດາໂຮງຮຽນ ແລະ ນັກຮຽນ ຢູ່ເຂດຈຸດສຸມດັ່ງກ່າວ, ພ້ອມທັງ ມອບເຄື່ອງນຸ່ງຫົ່ມໃຫ້ປະຊາຊົນ ແລະ ເງິນຈຳນວນໜຶ່ງ ເພື່ອເປັນທຶນພັດທະນາເຂດຈຸດສຸມ ຕື່ມອີກ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.