ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທ່ານ ນາຍົກລັດຖະມົນຕີ ຕິດຕາມຊຸກຍູ້ການແກ້ໄຂຜົນກະທົບຈາກໄພພິບັດນໍ້າຖ້ວມ ຢູ່ແຂວງຫຼວງນໍ້າທາ

Sep 19, 2024

ໃນວັນທີ 19 ກັນຍາ 2024 ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ພ້ອມດ້ວຍພັນລະຍາ ແລະ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ໄປເຄື່ອນໄຫວຕິດຕາມຊຸກຍູ້ ການແກ້ໄຂຜົນກະທົບ ພາຍຫຼັງທີ່ເກີດໄພພິບັດນໍ້າຖ້ວມ ຢູ່ແຂວງຫຼວງນໍ້າທາ, ໂດຍມີການນໍາ ແລະ ພາກສ່ວນກ່ຽວຂ້ອງຂອງແຂວງ ຮ່ວມເຄື່ອນໄຫວຕິດຕາມກວດກາພື້ນທີ່ຕົວຈິງຢູ່ເຂດບ້ານຕ່າງໆ ທີ່ໄດ້ຮັບຜົນກະທົບ.
ຈຸດປະສົງ ເພື່ອຕິດຕາມຊຸກຍູ້ ການຟື້ນຟູ ແລະ ແກ້ໄຂຜົນກະທົບ ຈາກໄພພິບັດນໍ້າຖ້ວມ ຢູ່ແຂວງຫຼວງນໍ້າທາ ໂດຍສະເພາະການຊ່ວຍເຫຼືອປະຊາຊົນດ້ານຕ່າງໆ ເປັນຕົ້ນ: ການຊ່ວຍເຫຼືອເຄື່ອງອຸປະໂພກ-ບໍລິໂພກ, ການຕິດຕາມເບິ່ງແຍງດູແລສຸຂະພາບ ແລະ ສຸຂະອານາໄມຂອງປະຊາຊົນ ກໍ່ຄືຜູ້ປະສົບໄພ; ການປັບປຸງ, ສ້ອມແປງໂຄງລ່າງພື້ນຖານ ເສັ້ນທາງ, ຂົວ, ລະບົບຊົນລະປະທານ, ລະບົບນໍ້າປະປາ, ສຳນັກງານຫ້ອງການ, ໂຮງຮຽນ, ໂຮງໝໍ ແລະ ອື່ນໆ ທີ່ເປ່ເພເສຍຫາຍ ໃຫ້ສາມາດກັບມານໍາໃຊ້ໄດ້ເປັນປົກກະຕິໂດຍໄວ. ໃນໂອກາດເຄື່ອນໄຫວຄັ້ງນີ້ ທ່ານ ນາຍົກລັດຖະມົນຕີ ຍັງໄດ້ມອບເຄື່ອງຊ່ວຍເຫຼືອ ແລະ ພົບປະໂອ້ລົມໃຫ້ກຳລັງໃຈ ຜູ້ປະສົບໄພນໍ້າຖ້ວມ ຢູ່ເທດສະບານແຂວງດັ່ງກ່າວຕື່ມອີກ.
ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.