ໃນຕອນບ່າຍ ວັນທີ 19 ຕຸລາ 2024 ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະຂອງທ່ານ ອີກໍ ເຊີເກເຢນໂກ (Igor Sergeyenko), ປະທານສະພາຜູ້ແທນປະຊາຊົນ, ສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ເບລາຣຸດຊີ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ແຫ່ງ ສ. ເບລາ ຣຸດຊີ ທີ່ມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າ ຮ່ວມກອງປະຊຸມໃຫຍ່ສາມັດຊາໃຫຍ່ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ.
ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບທ່ານ ອີກໍ ເຊີເກເຢນໂກ (Igor Sergeyenko), ປະທານສະພາຜູ້ແທນປະຊາຊົນ, ສະພາ ແຫ່ງຊາດ ແຫ່ງ ສາທາລະນະລັດ ເບລາຣຸດຊີ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ແຫ່ງ ສ. ເບລາຣຸດຊີ ທີ່ມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມໃຫຍ່ສາມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ທີ່ ສປປ ລາວ ໃນຄັ້ງນີ້; ໄດ້ຕີລາຄາສູງຕໍ່ການຢ້ຽມຢາມ ແລະ ການເຂົ້າຮ່ວມກອງປະຊຸມ (AIPA) ຄັ້ງທີ 45 ນີ້ ເຊິ່ງເປັນການປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະ ພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ເບລາຣຸດຊີ ໃຫ້ນັບມື້ເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ, ທັງເປັນການສະໜັບສະໜູນ ແລະ ໃຫ້ກໍາລັງໃຈແກ່ ສປປ ລາວ ເຮັດສໍາເລັດໜ້າທີ່ພັນທະສາກົນຂອງຕົນ; ໄດ້ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດ ເຖິງທ່ານ ໂຣມັນ ໂກລ໋ອຟເຊັນໂກ້ (Roman Golovchenko), ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ເບລາຣຸດຊີ; ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສໍາເລັດການພົບປະ ລະຫວ່າງ ສອງປະທານສະພາແຫ່ງຊາດ ລາວ ແລະ ເບລາຣຸດຊີ ທີ່ໄດ້ພ້ອມກັນຕີລາຄາຄືນການພົວພັນຮ່ວມມື ລະຫວ່າງ ອົງການນິຕິບັນຍັດຂອງສອງປະເທດ ໃນໄລຍະຜ່ານມາ, ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບສະພາບການພາກພື້ນ, ສາກົນ ແລະ ພ້ອມກັນປຶກສາຫາລືທິດທາງແຜນການຮ່ວມມືໃນຕໍ່ໜ້າ ກໍ່ຄືຕີລາຄາຄືນຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ຂອງສອງສະພາແຫ່ງຊາດ ແລະ ຮ່ວມກັນເຊັນບົດບັນທຶກສະບັບໃໝ່ ໂດຍເນັ້ນໃສ່ການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆນໍາກັນ ທີ່ຕິດພັນກັບການແລກປ່ຽນບົດຮຽນ, ການຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດບັນດາສົນທິສັນຍາ, ສັນຍາ ແລະ ຂໍ້ຕົກລົງຕ່າງໆ ທີ່ສອງລັດຖະບານໄດ້ລົງນາມຮ່ວມກັນ ໃຫ້ເປັນຮູບປະທໍາຍິ່ງຂຶ້ນ; ໄດ້ສະແດງຄວາມຂອບໃຈ ຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອ ຂອງລັດຖະບານ ແລະ ປະຊາຊົນເບລາຣຸດຊີ ໃຫ້ແກ່ ສປປ ລາວ ໃນໄລຍະຜ່ານມາ. ນອກນັ້ນ ຍັງແຈ້ງໃຫ້ຊາບ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ທີ່ພົ້ນເດັ່ນຂອງ ສປປ ລາວ, ລວມທັງ ຜົນສຳເລັດ ໃນການເປັນປະທານກອງປະຊຸມສຸດຍອດ ຄັ້ງທີ 44-45 ແລະ ກອງປະຊຸມປິ່ນອ້ອມອື່ນໆ ທີ່ກ່ຽວຂ້ອງ.
ໃນໂອກາດດຽວກັນ, ທ່ານ ປະທານສະພາຜູ້ແທນປະຊາຊົນ, ສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ເບລາຣຸດຊີ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານ ນາຍົກລັດຖະມົນຕີ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງ ສປປ ລາວ; ໄດ້ຕີລາຄາສູງ ຕໍ່ໝາກຜົນແຫ່ງການພົວພັນຮ່ວມມື ຂອງສອງປະເທດ ເບລາຣຸດຊີ-ລາວ ໃນໄລຍະຜ່ານມາ ແລະ ສະເໜີສະໜັບສະໜູນ ຕໍ່ແຜນການຮ່ວມມືກັນໃນຕໍ່ໜ້າ ໂດຍສະເພາະ ທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ, ການແລກປ່ຽນຄະນະຜູ້ແທນ ຢ້ຽມຢາມ ເຊິ່ງກັນ ແລະ ກັນ ໃຫ້ເກີດເປັນຮູບປະທຳຕົວຈິງຫຼາຍຂຶ້ນ; ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດຂອງ ສປປ ລາວ ໃນການເປັນປະທານຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45 ແລະ ກອງປະຊຸມປິ່ນອ້ອມອື່ນໆ; ໄດ້ສະແດງຄວາມຂອບໃຈ ຕໍ່ການສະໜັບສະໜູນ ຂອງ ສປປ ລາວ ໃຫ້ແກ່ເບລາຣຸດຊີ ໃນໄລຍະຜ່ານມາ ໂດຍສະເພາະ ໃນເວທີສາກົນ ແລະ ອື່ນໆ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.





