ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບທ່ານ ຮອງນາຍົກລັດຖະມົນ ຕີ ແຫ່ງ ຣາຊະອານາຈັກໄທ

Nov 21, 2024

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບທ່ານ ຮອງນາຍົກລັດຖະມົນ ຕີ ແຫ່ງ ຣາຊະອານາຈັກໄທ
ໃນຕອນແລງວັນທີ 20 ພະຈິກ 2024, ທີ່ສຳນັກງານນາຍົກ ລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພູມທຳ ເວດຊະຍະໄຊ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ວ່າ ການກະຊວງກະລາໂຫມ ແຫ່ງ ຣາຊະອານາຈັກໄທ ພ້ອມຄະນະ ທີ່ເດີນທາງມາເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດ ອາຊຽນ ຄັ້ງທີ 18 ແລະ ອາຊຽນບວກ ຄັ້ງທີ 11 ທີ່ ສປປ ລາວ ເປັນເຈົ້າພາບ.
ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເດີນທາງມາຮ່ວມກອງປະຊຸມ ຢູ່ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບ ຖານບ້ານໃກ້ເຮືອນຄຽງ ກໍ່ຄື ການຮ່ວມມືຂອງສອງລັດຖະບານ ແລະ ປະຊາຊົນສອງຊາດ ເວົ້າລວມ, ເວົ້າສະເພາະ ການຮ່ວມມືຂອງສອງກອງທັບລາວ-ໄທ ໃຫ້ຈະເລີນງອກງາມຍິ່ງໆຂື້ນ;​ ໄດ້ສະ ເໜີໃຫ້ສືບຕໍ່ສົ່ງເສີມ ແລະ ຊຸກຍູ້ການພົວພັນ ລະຫວ່າງສອງກອງທັບ ເພື່ອປະກອບສ່ວນເສີມສ້າງສາຍພົວພັນມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ດີ ດ້ວຍການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ ໃຫ້ເປັນປົກກະຕິ ເພື່ອແລກປ່ຽນບົດຮຽນ ແລະ ປະ ສົບການວຽກງານຕົວຈິງ; ສະເໜີສອງກອງທັບ ສືບຕໍ່ສົມທົບກັນເອົາໃຈໃສ່ ໃນການສະກັດກັ້ນການກໍ່ຄວາມບໍ່ສະຫງົບຢູ່ຕາມບໍລິ ເວນຊາຍແດນຂອງສອງປະເທດ ໂດຍສະເພາະ ສະກັດກັ້ນການ ລັກລອບເຂົ້າເມືອງຜິດກົດໝາຍ, ອາດຊະຍາກຳຂ້າມຊາດ, ການ ຄ້າມະນຸດ, ການຄ້າຂາຍເຖື່ອນ, ການຂົນສົ່ງ ແລະ ຄ້າຂາຍສິ່ງເສບ ຕິດ ໂດຍປະສານກັນຜ່ານທາງການທູດ ແລະ ທຸກກົນໄກທີ່ມີຢູ່ໃນປະຈຸບັນ, ລວມທັງ ການຄຸ້ມຄອງແຮງງານລາວ ທີ່ໄປອອກແຮງງານ ຢູ່ ຣາຊະອານາຈັກໄທ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ ທີ່ກຳນົດໄວ້, ຕະຫຼອດຮອດ ການຮ່ວມມືທາງດ້ານການເຊື່ອມໂຍງ- ເຊື່ອມຈອດ ທາງດ້ານພະລັງງານ ໄປສູ່ບັນດາປະເທດໃກ້ຄຽງ; ໄດ້ສະແດງຄວາມຊົມເຊີຍຕໍ່ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີວ່າການກະຊວງກະລາໂຫມ ແຫ່ງ ຣາຊະອານາຈັກໄທ ທີ່ໄດ້ຮັບຄວາມໄວ້ວາງໃຈ ໃຫ້ດຳລົງຕຳແໜ່ງເປັນຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີວ່າການກະຊວງກະລາໂຫມ.
ໃນໂອກາດດຽວກັນ, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີວ່າການກະຊວງກະລາໂຫມ ແຫ່ງ ຣາຊະອານາຈັກໄທ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ, ພ້ອມທັງ ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດອັນພົ້ນເດັ່ນ ຂອງສປປ ລາວ ໂດຍສະ ເພາະ ການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມສຸດຍອດປິ່ນອ້ອມອື່ນໆ; ໄດ້ສະແດງການສະໜັບ ສະໜູນ ແລະ ການພົວພັນຮ່ວມມື ຂອງສອງປະເທດ ໂດຍສະ ເພາະ ການແກ້ໄຂບັນຫາໝອກຄວັນ, ບັນຫາຢາເສບຕິດ, ບັນຫາອາຊະຍາກຳ ແລະ ອື່ນໆ ເພື່ອສ້າງສະພາບແວດລ້ອມທີ່ດີ ໃຫ້ແກ່ການພົວພັນຮ່ວມມື ກໍ່ຄືການສ້າງສາພັດທະນາສອງປະເທດ ໃຫ້ມີຄວາມສະຫງົບ, ເສດຖະກິດ ໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ດີຂຶ້ນເປັນກ້າວໆ.
ຂ່າວ ແລະ ພາບ: ກົມປະຊາສຳພັນ, ຫສນຍ