ລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ເບັນຈາມິນ ວິນລຽມ(Benjamin William), ເລຂາທິການ ອົງການກາແດງສິງກະໂປ (SRC) ພ້ອມດ້ວຍຄະນະ.

ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນຕໍ່ ທ່ານ ເບັນຈາມິນ ວິນລຽມ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບອົງການກາແດງແຫ່ງຊາດລາວ ໃນຄັ້ງນີ້; ພ້ອມທັງ ຕີລາຄາສູງການຮ່ວມມື ລະຫວ່າງ ອົງການກາແດງແຫ່ງຊາດລາວ ແລະ ອົງການກາແດງສິງກະໂປ ໃນໄລຍະຜ່ານ ໂດຍສະເພາະ ການຮ່ວມມືໃນຂົງເຂດວຽກງານການຊ່ວຍເຫຼືອບັນເທົາທຸກ ແລະ ສົ່ງເສີມສຸຂະພາບຊຸມຊົນ ກໍຄື ການສະໜອງເຄື່ອງອຸປະໂພກ-ບໍລິໂພກ, ເຄື່ອງສຸຂະອະນາໄມ ແລະ ເຄື່ອງກັ່ນຕອງນໍ້າໃຫ້ແກ່ໂຮງຮຽນ ແລະ ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດ ກໍ່ຄື ການສ້າງຄວາມເຂັ້ມແຂງດ້ານເຕັກນິກວິຊາການຕ່າງໆ ໃນໄລຍະຜ່ານມາ. ພ້ອມດຽວກັນນັ້ນ, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ສະເໜີໃຫ້ອົງການກາແດງສິງກະໂປ ສືບຕໍ່ໃຫ້ການຮ່ວມມື ແລະສະໜັບສະໜູນອົງການກາແດງແຫ່ງຊາດລາວ ເປັນຕົ້ນ ການສ້າງຂີດຄວາມຮູ້ຄວາມສາມາດ ທາງດ້ານວຽກງານວິຊາສະເພາະ ຕາມພາລະບົດບາດ 9 ວຽກຫຼັກຂອງອົງການກາແດງແຫ່ງຊາດລາວ, ວຽກງານຊ່ວຍເຫຼືອບັນເທົາທຸກເບື້ອງຕົ້ນ, ການກະກຽມຄວາມພ້ອມຮັບມືກັບໄພພິບັດ, ການສົ່ງເສີມສຸຂະພາບຊຸມຊົນ, ວຽກງານມະນຸດສະທຳ ແລະ ອື່ນໆ.

ໃນໂອກາດດັ່ງກ່າວ, ທ່ານ ເບັນຈາມິນ ວິນລຽມ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານນາຍົກລັດຖະມົນຕີ, ພ້ອມທັງ ຈະສືບຕໍ່ເພີ່ມທະວີການຮ່ວມມື ແລະ ສະໜັບສະໜູນ ອົງການກາແດງແຫ່ງຊາດລາວ ໃຫ້ນັບມື້ມີຄວາມເຂັ້ມແຂງ, ສາມາດຊ່ວຍເຫຼືອສັງຄົມ ແລະ ປະເທດຊາດ ຫຼາຍຂຶ້ນເປັນກ້າວໆ.


