ໃນຕອນບ່າຍວັນທີ 29 ພຶດສະພາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ຈອງ ຢອງ ຊູ (JUNG Yung Soo), ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສ ເກົາຫຼີ ປະຈໍາ ສປປ ລາວ.

ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງວ່າ ຕະຫຼອດໄລຍະທີ່ທ່ານທູດໄດ້ມາປະຕິບັດໜ້າທີ່ ຢູ່ ສປປ ລາວ ແມ່ນໄດ້ປະກອບ ສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມູນເຊື້ອອັນດີງາມ ຂອງສອງປະເທດ ກໍຄືປະຊາຊົນລາວ-ເກົາຫຼີ ນັບມື້ແໜ້ນແຟ້ນ ແລະ ເກີດດອກອອກຜົນຍິ່ງຂຶ້ນ ໂດຍເຊື່ອໝັ້ນວ່າ ທ່ານທູດ ຈະສືບຕໍ່ລະດົມນັກລົງທຶນຈາກ ສ ເກົາຫຼີ ເຂົ້າມາລົງທຶນ ຢູ່ ສປປ ລາວ ໃຫ້ນັບມື້ຫຼາຍຂຶ້ນ ໂດຍສະເພາະ ການພັດທະນາໃນຂົງເຂດວຽກງານພະລັງງານ, ກະສິກຳສະອາດ, ການທ່ອງທ່ຽວ, ແຮ່ທາດຕ່າງໆ ທີ່ຕິດພັນກັບການປຸງແຕ່ງ. ນອກນັ້ນ, ຍັງໄດ້ແຈ້ງໃຫ້ຊາບກ່ຽວກັບ ສະພາບການພັດທະນາເສດຖະກິດ-ສັງຄົມ ທີ່ພົ້ນເດັ່ນ ລວມທັງ ນະໂຍບາຍສົ່ງເສີມການລົງທຶນ, ການພັດທະນາໂຄງລ່າງພື້ນຖານ ເຮັດໃຫ້ ສປປ ລາວ ສາມາດເຊື່ອມໂຍງ-ເຊື່ອມຈອດພາກພື້ນ ແລະ ສາກົນ ໄດ້ຄ່ອງຕົວຫຼາຍຂຶ້ນໃນແຕ່ລະໄລຍະ. ອັນສຳຄັນ ໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມື ຂອງສອງປະເທດ ໂດຍສະເພາະ ນັບແຕ່ການຢ້ຽມຢາມ ສ ເກົາຫຼີ ຢ່າງເປັນທາງການ ຂອງທ່ານປະທານປະເທດ ແຫ່ງ ສປປ ລາວ ໃນທ້າຍເດືອນທັນວາ 2025 ຜ່ານມາ ສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ ເກົາຫຼີ ໄດ້ຮັບການຍົກລະດັບຂຶ້ນເປັນຄູ່ຮ່ວມມືຮອບດ້ານ, ເຮັດໃຫ້ການຮ່ວມມືໃນດ້ານຕ່າງໆ ຖືກຍົກສູງຂຶ້ນສູ່ລະດັບໃໝ່.

ໃນໂອກາດດຽວກັນ, ທ່ານ ຈອງ ຢອງ ຊູ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານ ນາຍົກລັດຖະມົນຕີ ໃນຄັ້ງນີ້ ເວົ້້າສະເພາະ, ເວົ້າລວມ ແມ່ນໄດ້ໃຫ້ການສະໜັບສະໜູນແລະ ອຳນວຍຄວາມສະດວກໃນດ້ານຕ່າງໆ ຕະຫຼອດໄລຍະການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ເຮັດໃຫ້ມີຜົນສຳເລັດຢ່າງຕໍ່ເນື່ອງ ເປັນກ້າວໆມາ, ພ້ອມກັນນັ້ນ ກໍ່ໄດ້ສະເໜີແຜນການຮ່ວມມືກັນໃນຕໍ່ໜ້າ ເປັນຕົ້ນ ຂົງເຂດວຽກງານແຮງງານ ເພື່ອເຮັດໃຫ້ແຮງງານລາວ ມີວຽກເຮັດງານທຳ, ມີລາຍຮັບ ແລະ ຍົກລະດັບສີມືໃຫ້ດີຂຶ້ນ, ລວມທັງ ຂະແໜງແຮ່ທາດ, ເຕັກໂນໂລຊີ, ການພັດທະນາໂຄງລ່າງພື້ນຖານ, ການຕອບໂຕ້ ແລະ ຮັບມືກັບສະພາບການປ່ຽນແປງດິນຟ້າອາກາດ. ນອກນັ້ນ, ຍັງໄດ້ແລກປ່ຽນຄຳຄິດເຫັນເຊິ່ງກັນ ແລະ ກັນ ໃນວຽກງານການລົງທຶນ, ການຄຸ້ມຄອງ-ບໍລິຫານວຽກງານທີ່ສຳຄັນ ແລະ ອື່ນໆ.
ຂ່າວ ແລະ ພາບ: ກົມປະຊາສໍາພັນ ຫສນຍ.


