ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບລັດຖະມົນຕີ ກະຊວງພະລັງງານ ແຫ່ງ ຣາຊະອານາຈັກໄທ

Jul 17, 2026

​ ໃນວັນທີ 17 ກໍລະກົດ 2026, ທີ່ຫໍປະຊຸມແຫ່ງຊາດ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ເອກະນັດ ພຣ້ອມພັນ, ລັດຖະມົນຕີກະຊວງພະລັງງານ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ.


​ ທ່ານ ນາຍົກລັດຖະມົນຕີ ກໍໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເດີນທາງມາເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ຂອງທ່ານ ລັດຖະມົນຕີ ກະຊວງພະລັງງານ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ, ເຊິ່ງເປັນການປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ລາວ-ໄທ ໃຫ້ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ພ້ອມທັງ ສະແດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ ລັດຖະບານ ແລະ ພາກສ່ວນກ່ຽວຂ້ອງຂອງຝ່າຍໄທ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ອຳນວຍຄວາມສະດວກ ໃຫ້ແກ່ ສປປ ລາວ ໃນການຄຸ້ມຄອງ ແລະ ແກ້ໄຂບັນຫາດ້ານພະລັງງານໃນໄລຍະຜ່ານມາ ແລະ ໄດ້ສະເໜີໃຫ້ ກະຊວງອຸດສາຫະກຳ ແລະ ການຄ້າລາວ ແລະ ກະຊວງພະລັງງານໄທ ສືບຕໍ່ປຶກສາຫາລື, ປະສານງານ ແລະ ຮ່ວມມືກັນຢ່າງໃກ້ຊິດ ເພື່ອຮ່ວມກັນວາງແຜນພັດທະນາ, ຄຸ້ມຄອງ ແລະ ຊຸກຍູ້ວຽກງານພະລັງງານ ໃຫ້ມີຄວາມສະຖຽນລະພາບ ແລະ ຍືນຍົງ; ພ້ອມດຽວກັນນັ້ນ ກໍ່ໄດ້ແຈ້ງໃຫ້ຊາບ ກ່ຽວກັບນະໂຍບາຍຂອງ ສປປ ລາວ ໃນການສົ່ງເສີມການນຳໃຊ້ລົດໄຟຟ້າ ເພື່ອຫຼຸດຜ່ອນການນຳເຂົ້ານ້ຳມັນເຊື້ອໄຟ ແລະ ກ້າວໄປສູ່ການພັດທະນາ ທີ່ເປັນມິດຕໍ່ສິ່ງແວດລ້ອມ. ນອກນັ້ນ ຍັງໄດ້ຝາກຄວາມຢ້ຽມຢາມຖາມຂ່າວໄປຍັງ ທ່ານ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ອີກດ້ວຍ.


ທ່ານ ລັດຖະມົນຕີ ກະຊວງພະລັງງານ ແຫ່ງ ຣາຊະອານາຈັກໄທ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານ ນາຍົກລັດຖະມົນຕີ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງ ສປປລາວ; ພ້ອມທັງ ສະແດງຄວາມໝັ້ນໝາຍ ຈະສືບຕໍ່ປະສານສົມທົບ ແລະ ຮ່ວມມືຢ່າງໃກ້ຊິດ ກັບ ກະຊວງອຸດສາຫະກຳ ແລະ ການຄ້າ ຂອງ ສປປ ລາວ ເພື່ອຮ່ວມກັນແກ້ໄຂບັນຫາ, ແລກປ່ຽນບົດຮຽນ ແລະ ນຳເອົາທິດຊີ້ນຳຂອງ ທ່ານ ນາຍົກລັດຖະມົນຕີ ໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຮູບປະທຳ ໂດຍສະເພາະແມ່ນການຮັກສາສະຖຽນລະພາບດ້ານພະລັງງານ, ການຊຸກຍູ້ການຄ້າ-ການລົງທຶນ ໃຫ້ມີຄວາມໝັ້ນຄົງ ແລະ ຍາວນານຮ່ວມກັນ. 
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.