ໃນຕອນແລງວັນທີ 20 ກັນຍາ 2024, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະ ມົນຕີ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ຫຼິວ ໂຢງ, ຮອງເຈົ້າແຂວງໆຢູນນານ ສປ ຈີນ ພ້ອມດ້ວຍຄະ ນະ, ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະ ຫວ່າງວັນທີ 19-21 ກັນຍາ 2024.
ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ກໍໄດ້ສະແດງຄວາມ ຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ທ່ານ ຮອງເຈົ້າແຂວງໆຢູນນານ ທີ່ໄດ້ນຳພາຄະນະເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດ ວຽກ ຢູ່ ສປປ ລາວ ໃນຄັ້ງນີ້, ພ້ອມທັງຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການພົວພັນເປັນຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານ ລະຫວ່າງ ລາວ-ຈີນ ຕາມທິດ 4 ດີ, ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ນັບມື້ນັບໄດ້ຮັບການເສີມຂະ ຫຍາຍຢ່າງຕໍ່ເນື່ອງ.
ສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫຼືອອັນລໍ້າຄ່າຂອງ ສປ ຈີນ ຕະຫຼອດໄລຍະທີ່ຜ່ານມາ, ເຊິ່ງເປັນການປະກອບສ່ວນ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງ ສປປ ລາວ; ສໍາລັບ ການຮ່ວມມື ລະຫວ່າງ ສປປ ລາວ ກັບ ແຂວງຢູນນານ ໄດ້ມີການຮ່ວມມືກັນໃນຫຼາຍຂົງເຂດວຽກງານ ເປັນຕົ້ນ ການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ, ການລົງທຶນພັດທະນາເຂດເສດຖະກິດບໍ່ເຕ່ນ-ບໍ່ຫານ, ເຂດອຸດສາຫະກຳກວມ ລວມໄຊເສດຖາ ແລະ ການພັດທະນາທາງດ່ວນ ລາວ-ຈີນ, ການທ່ອງທ່ຽວ, ການຄ້າ, ກະສິ ກໍາ, ອຸດສາຫະກໍາ, ການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງການນຳຂັ້ນຕ່າງໆ; ຖືໂອກາດນີ້; ທ່ານນາຍົກລັດຖະມົນຕີ ຍັງໄດ້ກ່າວສະແດງຄວາມເຫັນອົກ ເຫັນໃຈເປັນຢ່າງຍິ່ງ ຕໍ່ປະຊາຊົນຈີນ ຜູ້ທີ່ໄດ້ຮັບຜົນກະທົບໄພພິບັດທາງທໍາມະຊາດ ໃນໄລຍະຜ່ານມາ.
ພ້ອມກັນນັ້ນ ທ່ານ ນາຍົກລັດຖະມົນຕີ ກໍໄດ້ສະເໜີໃຫ້ພາກ ສ່ວນກ່ຽວຂ້ອງ ຂອງ ສປປ ລາວ ແລະ ແຂວງຢູນນານ ສືບຕໍ່ຮ່ວມມືກັນທາງດ້ານຕ່າງໆ ເປັນຕົ້ນ ຖືເອົາທິດຊີ້ນຳຂອງການຕົກລົງເປັນເອກະພາບ ຂອງສອງເລຂາທິການໃຫຍ່ ເພື່ອຜັນຂະຫຍາຍໃຫ້ເກີດດອກອອກຜົນເປັນຈິງ ໃນແຕ່ລະອັນ; ຮ່ວມກັນຄົ້ນຄວ້າ ວາງແຜນພັດທະນາ ແລະ ນໍາໃຊ້ໃຫ້ດິນ ໂຄງ ການທາງລົດໄຟລາວ-ຈີນ ທີ່ເປັນໂຄງການຮ່ວມມືລະດັບຊາດ ແລະ ປະຫວັດສາດຂອງສອງປະເທດ ໃຫ້ເກີດຜົນປະໂຫຍດສູງ; ເອົາໃຈໃສ່ຊຸກຍູ້ການຄ້າຂອງສອງຝ່າຍ ທັງການຄ້າສາກົນ, ການຄ້າຜ່ານລະບົບເອເລັກໂຕນິກ ແລະ ການຄ້າຊາຍແດນ; ສົ່ງເສີມນັກລົງທຶນຂອງແຂວງຢຸນນານ ທີ່ມີທ່າແຮງດ້ານທຶນຮອນ ແລະ ປະສົບການ ມາລົງທຶນຢູ່ລາວ ໃຫ້ເພີ່ມຂຶ້ນ ເປັນຕົ້ນ ດ້ານພະລັງ ງານທີ່ເປັນມິດກັບສິ່ງແວດລ້ອມ, ດ້ານການບໍລິການ, ການທ່ອງທ່ຽວ, ການປຸງແຕ່ງຜະລິດຕະພັນກະສິກໍາ ທີ່ຕະຫຼາດຕ້ອງການ; ສ້າງເງື່ອນໄຂອໍານວຍຄວາມສະດວກໃນການສົ່ງສິນຄ້າກະສິກຳຂອງລາວ ໄປຍັງຈີນ, ລວມທັງ ສິນຄ້າກະສິກຳອື່ນໆ ທີ່ລາວມີທ່າແຮງ; ສືບຕໍ່ລົງທຶນກໍ່ສ້າງໂຄງລ່າງພື້ນຖານ ດ້ວຍຮູບແບບບີໂອທີ ເຊັ່ນ: ໂຄງ ການທາງດ່ວນ ເຊື່ອມຕໍ່ລະຫວ່າງ ລາວ ກັບ ຈີນ (ຫຼື ທາງດ່ວນ ວຽງຈັນ-ບໍ່ເຕ່ນ), ທາງດ່ວນ ບໍ່ເຕ່ນ-ຫ້ວຍຊາຍ ແລະ ໂຄງການອື່ນໆ; ປີ 2024 ເປັນປີທ່ອງທ່ຽວລາວ ໃຫ້ຮ່ວມກັນຊຸກຍູ້ໃຫ້ການທ່ອງທ່ຽວ ລະຫວ່າງ ແຂວງ ຢຸນນານ ກັບ ສປປ ລາວ ມີບັນຍາກາດໃໝ່; ໃຫ້ແຂວງຢຸນນານ ມີກົນໄກຮ່ວມມືກັບບັນດາແຂວງພາກເໜືອຂອງ ສປປ ລາວ ໃນການຮ່ວມມືກັນຮອບດ້ານ.
ໃນໂອກາດດຽວກັນ, ທ່ານ ຮອງເຈົ້າແຂວງໆຢູນນານ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານນາຍົກລັດຖະມົນຕີ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງ ສປປ ລາວ, ພ້ອມທັງ ໄດ້ລາຍງານຕໍ່ທ່ານນາຍົກລັດຖະ ມົນຕີ ໄດ້ຮັບຊາບກ່ຽວກັບສະພາບການຮ່ວມມື ລະຫວ່າງ ແຂວງຢູນນານ ແລະ ສປປ ລາວ ໃນໄລຍະຜ່ານມາ, ລວມທັງ ແຜນການຮ່ວມມືໃນຕໍ່ໜ້າ; ໄດ້ແຈ້ງໃຫ້ຊາບ ກ່ຽວກັບຈຸດປະສົງ ຂອງການມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນຮ່ວມມື ລະຫວ່າງ ແຂວງ ຢູນນານ ສປ ຈີນ ກັບ ສປປ ລາວ ທັງເປັນການສືບຕໍ່ຊຸກຍູ້ຜັນ ຂະຫຍາຍແນວຄວາມຄິດລິເລີ່ມ ການສ້າງໜຶ່ງແລວໜຶ່ງເສັ້ນທາງ ໃຫ້ໄດ້ຮັບໝາກຜົນຕົວຈິງນັບມື້ນັບຫຼາຍຂຶ້ນ ແລະ ຊ່ວຍຊຸກຍູ້ໂຄງການຮ່ວມມື, ລວມທັງ ຜົນການເຮັດວຽກ ຮ່ວມກັບຂະແໜງການ ແລະ ພາກສ່ວນກ່ຽວ ຂ້ອງ ຂອງ ສປປ ລາວ; ໄດ້ແຈ້ງເຈດຈໍານົງການນໍາແຂວງຢູນນານ ແລະ ປະຊາຊົນຊາວແຂວງຢູນນານ ຈະໃຫ້ການຊ່ວຍເຫຼືອປະຊາຊົນລາວ ຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທໍາມະຊາດນໍ້າຖ້ວມ ໃນໄລຍະຜ່ານມາ ເປັນເງິນຈໍານວນ 300,000 ຢວນ (ສະກຸນເງິນຈີນ).
ຂ່າວ ແລະ ພາບ: ກົມປະຊາສຳພັນ, ຫສນຍ




