ໃນຕອນບ່າຍ ວັນທີ 19 ສິງຫາ 2026 ທີ່ສະໂມສອນໃຫຍ່ຂອງແຂວງ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມ ຕໍ່ການນຳ ແລະ ພະນັກງານຫຼັກແຫຼ່ງແຂວງບໍ່ແກ້ວ ໂດຍນຳພາເຂົ້າຮ່ວມຮັບຟັງການພົບປະໂອ້ລົມດັ່ງກ່າວ ຂອງທ່ານ ພົນຈັດຕະວາ ສຸກພະຈັນ ສີລາເພັດ, ປະທານຄະນະກໍາມະການປົກຄອງແຂວງ.

ທ່ານ ປະທານຄະນະກໍາມະການປົກຄອງແຂວງ ໄດ້ລາຍງານໃຫ້ຊາບ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໄລຍະ 6 ເດືອນຕົ້ນປີ 2026 ເຫັນວ່າ: ທົ່ວແຂວງ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກ ແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດຂະຫຼາຍຕົວ ໃນລະດັບ 5.1%, ການເກັບລາຍຮັບເຂົ້າງົບປະມານ ໄດ້ 63% ຂອງແຜນການປີ, ການປະຕິບັດແຜນລາຍຈ່າຍ ໄດ້ 36% ຂອງແຜນການປີ, ການຜະລິດພືດ-ຜັກ ແລະ ສະບຽງອາຫານ ສາມາດກຸ້ມພາຍໃນແຂວງ; ການກໍ່ສ້າງ-ປັບປຸງເສັ້ນທາງສາຍຕ່າງໆ ແລະ ກັນຕະຝັ່ງເຈື່ອນແຕ່ລະຈຸດ ລ້ວນແຕ່ມີຄວາມຄືບໜ້າເປັນກ້າວໆ; ໄດ້ເອົາໃຈໃສ່ ພັດທະນາ-ປັບປຸງຄຸນນະພາບການສຶກສາ ແລະ ການບໍລິການສາທາລະນະສຸກ ໃຫ້ດີຂຶ້ນ, ທັງໄດ້ພັດທະນາບັນດາແຫຼ່ງທ່ອງທ່ຽວໃນທົ່ວແຂວງ ເພື່ອດຶງດູດນັກທ່ອງທ່ຽວ; ສໍາເລັດການປະກາດສ້າງຕັ້ງຕາແສງພາຍໃນແຂວງ ທັງໝົດ 23 ຕາແສງ, ພ້ອມທັງ ລົງຊຸກຍູ້ສ້າງຄວາມເຂັ້ມແຂງ ທາງດ້ານການຈັດຕັ້ງ, ເພີ່ມບົດບາດການນໍາພາຂອງຄະນະກໍາມະການປົກຄອງຕາແສງ ແລະ ສໍາເລັດການມອບ-ຮັບອຸປະກອນ-ງົບປະມານ ທີ່ສູນກາງປະກອບໃຫ້ຕາແສງຕ່າງໆ.

ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມ ຕໍ່ຜູ້ເຂົ້າຮ່ວມ ໂດຍໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະນຳ ແລະ ພະນັກງານຫຼັກແຫຼ່ງແຕ່ລະຂັ້ນ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ສືບຕໍ່ຈັດຕັ້ງປະຕິບັດວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ຮັບປະກັນສະຖຽນລະພາບທາງການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ພ້ອມທັງ ແກ້ໄຂບັນດາປະກົດການຫຍໍ້ທໍ້ທາງສັງຄົມ ໃຫ້ຫຼຸດໜ້ອຍຖອຍລົງ; ສືບຕໍ່ເຕົ້າໂຮມຄວາມສາມັກຄີພາຍໃນຄະນະພັກ-ຄະນະນຳແຕ່ລະຂັ້ນ ແລະ ຄວາມສາມັກຄີຂອງປະຊາຊົນບັນດາເຜົ່າ ໃຫ້ເປັນປຶກແຜ່ນແໜ້ນໜາ; ສືບຕໍ່ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ໂດຍສະເພາະ 6 ທິດທາງລວມ, 4 ມາດຕະການ ແລະ 14 ມາດຕະການເພີ່ມເຕີມ ທີ່ສະພາແຫ່ງຊາດໄດ້ຮັບຮອງ ໃຫ້ມີຄືບໜ້າ ແລະ ໄດ້ຮັບຜົນສໍາເລັດ; ຈັດຕັ້ງຜັນຂະຫຍາຍມະຕິ ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ໃຫ້ເປັນຂະບວນການ ແລະ ຫັນປ່ຽນຢ່າງແຂງແຮງ; ສຸມໃສ່ຫັນການຈັດເກັບລາຍຮັບເປັນທັນສະໄໝ, ຈັດເກັບລາຍຮັບເຂົ້າງົບປະມານ ຈາກຖານທີ່ມີແລ້ວ ໃຫ້ຄົບຖ້ວນ ແລະ ຂະຫຍາຍຖານລາຍຮັບໃໝ່ ໃຫ້ມີຄວາມໝັ້ນຄົງ; ເອົາໃຈໃສ່ຄຸ້ມຄອງເຂດເສດຖະ ກິດພິເສດ-ເຂດອຸດສາຫະກຳຕ່າງໆ ໃຫ້ເຄື່ອນໄຫວຢ່າງມີປະສິດທິຜົນ, ຄຸ້ມຄອງລາຍຈ່າຍໃຫ້ຮັດກຸມ ບົນຈິດໃຈປະຢັດ; ຍົກສູງປະສິດທິພາບ-ປະສິດທິຜົນຂອງການລົງທຶນພັດທະນາພື້ນຖານໂຄງລ່າງ ໂດຍກວດກາຄືນ ບັນດາໂຄງການທີ່ເຊັນສັນຍາໄປແລ້ວ ຫາກບໍ່ມີຄວາມຄືບໜ້າ ຕ້ອງໄດ້ເລັ່ງກ່າວເຕືອນ ແລະ ກ້າວໄປເຖິງການແຈ້ງຖອນໂຄງການ; ເຂັ້ມງວດຄຸ້ມຄອງການຂຸດຄົ້ນແຮ່ທາດ ຕາມຄຳສັ່ງ ຂອງນາຍົກລັດຖະມົນຕີ, ຫາກບ່ອນໃດມີການລະເລີຍ-ເມີນເສີຍ ຕໍ່ໜ້າທີ່ ແມ່ນໃຫ້ອົງການກວດກາແຫ່ງລັດ ກວດກາ ແລະ ມີມາດຕະການຢ່າງເດັດຂາດ; ເອົາໃຈໃສ່ປັບປຸງຄຸນນະພາບການຮຽນ-ການສອນ ທຸກຊັ້ນ-ທຸກສາຍ ໃຫ້ໄດ້ຮັບຜົນດີ, ແກ້ໄຂການປະລະການຮຽນ ແລະ ກຽມຄວາມພ້ອມ ໃຫ້ແກ່ການນໍາໃຊ້ຫຼັກສູດສາມັນສຶກສາໃໝ່ 6+3+3; ເຝົ້າລະວັງພະຍາດຕາມລະດູການ; ສົ່ງເສີມການຝຶກອົບຮົມວິຊາຊີບ, ພັດທະນາສີມືແຮງງານ, ຄຸ້ມຄອງແຮງງານຕ່າງດ້າວ ໃຫ້ເຂົ້າສູ່ລະບົບ; ສືບຕໍ່ພົວພັນຮ່ວມມືກັບປະເທດເພື່ອນມິດຍຸດທະສາດ ເພື່ອຍາດແຍ່ງການລົງທຶນ ແລະ ການຊ່ວຍເຫຼືອ, ພ້ອມທັງ ຕິດຕາມແກ້ໄຂບັນຫາຫຼໍ່ແຫຼມຕ່າງໆ ຕາມເຂດຊາຍແດນ ໃຫ້ສືບຕໍ່ມີຄວາມສະຫງົບ-ປອດໄພ.
ຫຼັງຈາກນັ້ນ, ທ່ານ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ໄປຕິດຕາມຊຸກຍູ້ ການບໍລິການ, ການກວດກາຄົນ-ສິນຄ້າ ເຂົ້າ-ອອກເມືອງ ແລະ ການປັບປຸງໂຄງລ່າງພື້ນຖານດ່ານສາກົນຂົວມິດຕະພາບ ລາວ-ໄທ ແຫ່ງທີ 4 ຫ້ວຍຊາຍ-ຊຽງຂອງ ຕື່ມອີກ.

ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.


