ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທ່ານ ນາຍົກລັດຖະມົນຕີ ຢ້ຽມຢາມໃຫ້ກຳລັງໃຈ ແລະ ມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ຢູ່ເມືອງປະທຸມພອນ

Aug 24, 2026

ໃນຕອນເຊົ້າວັນທີ 23 ສິງຫາ 2026 ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະຈາກສູນກາງ ແລະ ແຂວງຈຳປາສັກ ໄດ້ລົງພື້ນທີ່ຕົວຈິງ ເພື່ອຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ ຢູ່ເມືອງປະທຸມພອນ, ແຂວງຈຳປາສັກ ໂດຍມີການນຳຂອງເມືອງ ແລະ ປະຊາຊົນ ຜູ້ຖືກຜົນກະທົບ ໃຫ້ການຕ້ອນຮັບ.

ທ່ານ ນາງ ປະທຸມມາ ແກ້ວມະນີ, ຮອງປະທານຄະນະກຳມະການປົກຄອງເມືອງປະທຸມພອນ ລາຍງານໃຫ້ຮູ້ວ່າ: ຈາກສະພາບຝົນຕົກໜັກ ໃນໄລຍະວັນທີ 10-20 ສິງຫາ 2026 ເຮັດໃຫ້ນ້ຳຂອງ ແລະ ນ້ຳຫ້ວຍສາຂາ ເພີ່ມລະດັບສູງຂຶ້ນຢ່າງວ່ອງໄວ ສົ່ງຜົນກະທົບຕໍ່ປະຊາຊົນ 28 ບ້ານ, 877 ຄອບຄົວ, 3,801 ຄົນ, ເຊິ່ງເຂດທີ່ໄດ້ຮັບຜົນກະທົບໜັກ ແມ່ນເຂດຕາແສງປະທຸມພອນ ຖືກນໍ້າຖ້ວມໜັກ 13 ບ້ານ, ຖ້ວມເນື້ອທີ່ນາ 800 ກວ່າເຮັກຕາ, ສວນມັນຕົ້ນ 70 ເຮັກຕາ, ສວນໝາກນາວ 34 ເຮັກຕາ, ສວນຢາງພາລາ 7 ເຮັກຕາ, ເສັ້ນທາງ 14 ເສັ້ນ ແລະ ອື່ນໆ. ຕໍ່ສະພາບການດັ່ງກ່າວ, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ໄດ້ສົມທົບກັບກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງຍົກຍ້າຍປະຊາຊົນ, ສັດລ້ຽງ ແລະ ຊັບສິນໄປຢູ່ບ່ອນທີ່ປອດໄພ, ພ້ອມທັງ ກະກຽມພ້ອມເຮືອຈັກ 1,000 ກວ່າລໍາ, ພາຫະນະ 16 ຄັນ ແລະ ກໍານົດຈຸດອົບພະຍົບ 18 ຈຸດ ເພື່ອຮັບມືກັບ 26 ບ້ານ ທີ່ມີຄວາມສ່ຽງໄພ.

ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມ ແລະ ໃຫ້ກຳລັງໃຈປະຊາຊົນ ໂດຍສະເພາະ ຍາມໃດ ພັກ ແລະ ລັດຖະບານ ກໍ່ໄດ້ຕິດຕາມສະພາບ ແລະ ຊີ້ນຳວຽກງານຂອງທ້ອງຖິ່ນ ຢ່າງໃກ້ຊິດ ແລະ ເປັນປົກກະຕິ, ເມື່ອຮັບຊາບບັນຫາທີ່ເກີດຂຶ້ນ ແມ່ນໄດ້ຊີ້ນໍາຂະແໜງການທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນ ຮີບຮ້ອນໃຫ້ການຊ່ວຍເຫຼືອ ແລະ ແກ້ໄຂຄວາມຫຍຸ້ງດ້ານຕ່າງໆ ຢ່າງທັນການ ເປັນຕົ້ນ ດ້ານກຳລັງ, ພາຫະນະ, ວັດຖຸອຸປະກອນ, ງົບປະມານ ແລະ ອື່ນໆ. ສະນັ້ນ ໃນຍາມພົບກັບຄວາມຫຍຸ້ງຍາກຄືແນວນີ້ ແມ່ນໃຫ້ເອົາໃຈໃສ່ເພີ່ມທະວີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ; ໃຫ້ມີສະຕິລະວັງຕົວ, ຕິດຕາມສະພາບດິນຟ້າອາກາດຢ່າງໃກ້ຊິດ, ກະກຽມຄວາມພ້ອມດ້ານຕ່າງໆ ເພື່ອຮັບມືກັບຄວາມສ່ຽງຕ່າງໆ ທີ່ອາດເກີດຂຶ້ນຕື່ມ ໃນຕໍ່ໜ້າ ຢ່າງທັນການ; ເອົາໃຈໃສ່ຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ໃນສັງຄົມ, ມີສະຕິ ຕໍ່ກຸ່ມຄົນຂີ້ລັກງັດແງະ ເຊິ່ງອາດສວຍໂອກາດ ໃນຍາມຫຍຸ້ງຍາກນີ້; ກະກຽມຄວາມພ້ອມດ້ານຕ່າງໆ ເພື່ອທຳການຜະລິດທົດແທນ ພາຍຫຼັງນໍ້າບົກແຫ້ງ ແລະ ໝົດເຂດໄລຍະຄວາມສ່ຽງ; ໃຫ້ປະຊາຊົນ ເອົາໃຈໃສ່ຮັກສາສຸຂະອານາໄມ, ໃຫ້ແພດ-ໝໍ ຕິດຕາມເບິ່ງແຍງສຸຂະພາບຂອງປະຊາຊົນ ຢ່າງໃກ້ຊິດ, ລວມທັງ ການປ້ອງກັນພະຍາດຕາມລະດູການ. ໃນຕໍ່ໜ້າ ໃຫ້ເອົາໃຈໃສ່ນຳໃຊ້ທ່າແຮງບົ່ມຊ້ອນ ຂອງທ້ອງຖິ່ນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ເກີດປະໂຫຍດສູງສຸດ ຕາມທິດ ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ໃຫ້ແຂງແຮງ ແລະ ປະກົດຜົນເປັນຈິງ.

ຫຼັງຈາກນັ້ນ, ທ່ານ ນາຍົກລັດຖະມົນຕີ ໄດ້ມອບເງິນ ແລະ ເຄື່ອງອຸປະໂພກ-ບໍລິໂພກຈຳນວນໜຶ່ງ ໃຫ້ແກ່ອົງການປົກຄອງເມືອງ ແລະ ຕາແສງປະທຸມພອນ ເພື່ອນຳໄປຊ່ວຍເຫຼືອປະຊາຊົນ ແລະ ແກ້ໄຂຄວາມຫຍຸ້ງຍາກຕ່າງໆ.

ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.