ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທ່ານ ນາຍົກລັດຖະມົນຕີ ສະເໜີສອງກອງທັບລາວ-ມຽນມາ ຮ່ວມກັນສະກັ້ນປະກົດການຫຍໍ້ທໍ້ຕ່າງໆ ຕາມບໍລິເວນຊາຍແດນ ໃຫ້ໄດ້ຮັບຜົນດີ

Nov 4, 2026

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ພົນເອກ ແຢ ວິນ ອູ, ຜູ້ບັນຊາການທະຫານສູງສຸດ ແຫ່ງ ສສ ມຽນມາ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 03-06 ພະຈິກ 2026.
May be an image of dais and text
ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງທ່ານ ພົນເອກ ແຢ ວິນ ອູ ພ້ອມດ້ວຍຄະນະ, ເຊິ່ງເປັນການຮັດແໜ້ນສາຍພົວພັນມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ດີ ແລະ ເສີມຂະຫຍາຍການພົວພັນຮ່ວມມື ຂອງສອງຊາດ, ສອງກອງທັບ ລາວ-ມຽນ ໃຫ້ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວຍິ່ງໆຂຶ້ນ, ທັງສະແດງຄວາມຍີນດີ ແລະ ຊົມເຊີຍ ຕໍ່ທ່ານ ພົນເອກ ແຢ ວິນ ອູ ທີ່ໄດ້ຮັບຕໍາແໜ່ງເປັນຜູ້ບັນຊາການທະຫານສູງສຸດຄົນໃໝ່ ແຫ່ງ ສສ ມຽນມາ ແລະ ສະເໜີໃຫ້ສອງກອງທັບ ລາວ-ມຽນມາ ສືບຕໍ່ປະສານສົມທົບກັນ ເພື່ອສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ເປັນຕົ້ນການລັກລອບເຂົ້າເມືອງຜິດກົດໝາຍ, ອາຊະຍາກໍາຂ້າມຊາດ, ອາຊະຍາກໍາທາງໂທລະຄົມມະນາຄົມ, ການຄ້າຂາຍເຖື່ອນ, ການຂົນສົ່ງຢາເສບຕິດ, ລວມທັງ ການນຳໃຊ້ແຮງງານ ທີ່ບໍ່ຖືກຕ້ອງ ຕາມບໍລິເວນຊາຍແດນ ລາວ-ມຽນມາ ໂດຍຜ່ານກົນໄກທີ່ສອງຝ່າຍມີຮ່ວມກັນ ໃຫ້ໄດ້ຮັບຜົນດີ.
May be an image of dais
ທ່ານ ພົນເອກ ແຢ ວິນ ອູ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ທ່ານ ນາຍົກລັດຖະມົນຕີ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສະໜັບສະໜູນຊ່ວຍເຫຼືອ ສສ ມຽນມາ ຕະຫຼອດໄລຍະຜ່ານມາ, ພ້ອມທັງ ສະເໜີຝ່າຍ ສປປ ລາວ ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອ ສສ ມຽນມາ ໃນເວທີພາກພື້ນ ແລະ ສາກົນ ກໍ່ຄືຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.