ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທ່ານ ນາຍົກລັດຖະມົນຕີ ເຂົ້າຮ່ວມພິທີເປີດງານວາງສະແດງຜະລິດຕະພັນລາວ 2024

Oct 2, 2024

ໃນຕອນບ່າຍວັນທີ 1 ຕຸລາ 2024 ທີ່ສູນການຄ້າລາວ-ໄອເຕັກ, ນະຄອນຫຼວງວຽງຈັນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດ ຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມພິທີເປີດງານວາງສະແດງຜະລິດ ຕະພັນລາວ 2024 ທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 28 ກັນຍາ ຫາວັນທີ 07 ຕຸລາ 2024 ພາຍໃຕ້ຫົວຂໍ້ “ຊຸກຍູ້ພັກດັນເສດ ຖະກິດ ຜະລິດຕະພັນລາວ ກ້າວສູ່ສາກົນ” ໂດຍມີທ່ານລັດຖະມົນ ຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານເຈົ້າແຂວງສະຫວັນ ນະເຂດ, ທ່ານເຈົ້າແຂວງວຽງຈັນ, ບັນດາທ່ານຮອງລັດຖະມົນຕີ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ປະທານສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ, ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ, ພາກທຸລະກິດ ແລະ ພາກ ສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໃນພິທີ, ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ລາຍງານໃຫ້ຮູ້ວ່າ: ຈຸດປະສົງຂອງການຈັດງານໃນຄັ້ງນີ້ ແມ່ນເພື່ອສ້າງກິດຈະ ກຳໃຫ້ແກ່ພາກທຸລະກິດ ໄດ້ນຳເອົາຜະລິດຕະພັນລາວມາວາງສະແດງ, ຈຳໜ່າຍ ແລະ ໂຄສະນາສົ່ງເສີມການຊົມໃຊ້ຜະລິດຕະ ພັນດັ່ງກ່າວ ເພື່ອປະກອບສ່ວນຫຼຸດຜ່ອນການນໍາເຂົ້າສິນຄ້າຈາກຕ່າງປະເທດ, ທັງເປັນການສົ່ງເສີມການສ້າງຍີ່ຫໍ້ສິນຄ້າທີ່ຜະລິດໃນລາວ ໃຫ້ມີມາດຕະຖານ ແລະ ຄຸນນະພາບ, ສາມາດແຂ່ງຂັນການຈຳໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດ ໃຫ້ນັບມື້ນັບຫຼາຍຂຶ້ນ. ອັນສຳຄັນ, ຍັງເປັນການເປີດໂອກາດ ໃຫ້ບັນດາຫົວ ໜ່ວຍທຸລະກິດ ທີ່ກຳລັງຊອກຫາຄູ່ຄ້າໃໝ່ ໄດ້ນໍາສະເໜີສິນຄ້າ ແລະ ບໍລິການໃໝ່ໆຂອງບໍລິສັດ ໃຫ້ແກ່ບັນດາແຂກທີ່ມາຢ້ຽມຊົມພາຍໃນງານ, ໄດ້ແລກປ່ຽນຄວາມຮູ້, ເຕັກນິກດ້ານວິຊາການ, ວິທີການຜະລິດ ເພື່ອນຳມາພັດທະນາ ການຜະລິດສິນຄ້າຂອງຕົນ, ຄຽງຄູ່ກັນນັ້ນ ກໍ່ເປັນການໂຄສະນາຄວາມອຸດົມສົມບູນ ທາງດ້ານຮີດ ຄອງປະເພນີ-ວັດທະນະທຳ, ການຄ້າ-ການລົງທຶນ, ສະຖານທີ່ທ່ອງທ່ຽວ ແລະ ອື່ນໆ ທີ່ເປັນເອກະລັກຂອງແຕ່ລະທ້ອງຖິ່ນ ຕື່ມອີກ. ງານວາງສະແດງຜະລິດຕະພັນລາວ ໄດ້ເລີ່ມຈັດຂຶ້ນນັບແຕ່ປີ 2011 ເປັນຕົ້ນມາ ເຊິ່ງແຕ່ລະປີ ໄດ້ມີສະພາການຄ້າ ແລະ ອຸດສາຫະກໍາແຂວງ ເປັນເຈົ້າພາບຮ່ວມ; ສະເພາະໃນປີນີ້ແມ່ນ ສະພາການຄ້າ ແລະ ອຸດສາຫະກຳ ແຂວງສະຫວັນນະ ເຂດ ໄດ້ເປັນເຈົ້າພາບຮ່ວມ. ສະນັ້ນ, ການຕົບແຕ່ງພາຍໃນງານຄັ້ງນີ້ ຈຶ່ງໄດ້ສະແດງໃຫ້ຮູ້ເຖິງຄວາມໝາຍ ຂອງວິຖີຊີວິດ, ຮີດຄອງປະເພນີ, ວັດທະນະທຳອັນດີງາມ, ແຫຼ່ງທ່ອງທ່ຽວ ທາງດ້ານວັດ ທະນະທຳ ແລະ ທຳມະຊາດ,​ ຄວາມອຸດົມສົມບູນທາງດ້ານຕ່າງໆ ທີ່ເປັນເອກະລັກຂອງແຂວງສະຫວັນນະເຂດ. ນອກນັ້ນ, ຍັງບົ່ງບອກໃຫ້ຮູ້ເຫັນເຖິງສະພາບການຂະຫຍາຍ ຕົວທາງດ້ານ ເຂດເສດຖະກິດ, ພື້ນຖານການຜະລິດ, ຜະລິດຕະພັນສິນຄ້າ ແລະ ອື່ນໆ ທີ່ເປັນທ່າແຮງບົ່ມຊ້ອນ ໃນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງສະຫວັນນະເຂດ.
ຜະລິດຕະພັນ ທີ່ນໍາມາວາງສະແດງພາຍໃນງານຄັ້ງນີ້ ແມ່ນຜະລິດຕະພັນທີ່ໄດ້ຜະລິດ ແລະ ປະກອບຢູ່ພາຍໃນ ສປປ ລາວ ເປັນຫຼັກ, ມີທັງໝົດຈໍານວນ 201 ຫ້ອງວາງສະແດງ ຈາກຜູ້ປະ ກອບການ 150 ກວ່າພາກສ່ວນ ໂດຍປະກອບມີສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ (ODOP), ຜະລິດຕະພັນເມດອິນລາວ, ຜະ ລິດຕະພັນຫັດຖະກຳ, ອາຫານ, ເຄື່ອງດື່ມ, ຜະລິດຕະພັນອຸດ ສາຫະກໍາ, ຜະລິດຕະພັນໄອທີ, ຂົນສົ່ງ, ທະນາຄານ, ການບໍລິການ, ເຟີນີເຈີ, ຜະລິດຕະພັນກະສິກໍາ, ຄຣີນີກ-ການແພດ ແລະ ອື່ນໆ. ນອກນັ້ນ ຍັງມີຜະລິດຕະພັນ ຈາກ 4 ປະເທດ ໄດ້ນໍາມາວາງສະ ແດງຮ່ວມ ຄື: ສປ ຈີນ, ຣາຊະອານາຈັກໄທ, ສສ ຫວຽດນາມ ແລະ ອິນໂດເນເຊຍ ເຊິ່ງຕະຫຼອດໄລຍະການຈັດງານຄັ້ງນີ້ ຍັງຈະມີການຈັດສຳມະນາໃຫ້ຄວາມຮູ້, ງານພົບປະພາກທຸລະກິດ, ກິດຈະກຳແຈກຂອງລາງວັນ, ກິດຈະກຳບັນເທີງ ແລະ ກິດຈະກໍາປິ່ນອ້ອມອື່ນໆ ຕື່ມອີກ.
ຂ່າວ ແລະ ພາບ: ກົມປະຊາສຳພັນ, ຫສນຍ.