ໃນວັນທີ 7 ພະຈິກ 2024, ທີ່ນະຄອນຄຸນໝິງ, ສປ ຈີນ, ພະນະ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະ ມົນຕີແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດຂອບການຮ່ວມມື ກຳປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV) ຄັ້ງທີ 11ໂດຍການເປັນປະທານຂອງ ພະນະ ທ່ານ ພົນເອກ ອາວຸໂສ ມິງ ອອງ ລາຍ, ນາຍົກລັດຖະມົນຕີແຫ່ງ ສສ.ມຽນມາ, ພາຍໃຕ້ຄຳຂວັນ: “ມິດຕະພາບ ແລະ ຄວາມສາມັກຄີ ເພື່ອປະຊາຄົມທີ່ເຂັ້ມແຂງ ແລະ ຮຸ່ງເຮືອງສີວິໄລ (Friendship and Solidarity for Resilient and Prosperous Community)”.
ກອງປະຊຸມ ໄດ້ຮັບຊາບຄວາມຄືບໜ້າການຈັດຕັ້ງປະຕິບັດໃນໄລຍະຜ່ານມາແລະຜັນຂະຫຍາຍທິດທາງການຮ່ວມມືໃນຕໍ່ໜ້າລວມທັງ ຊຸກຍູ້ ແລະ ຂົນຂວາຍການສະໜັບສະໜູນ ຈາກບັນດາຄູ່ຮ່ວມພັດທະນາ ຂອງຂອບການຮ່ວມມື CLMV.ກອງປະຊຸມຄັ້ງນີ້, ຍັງໄດ້ຮັບຮອງເອົາຖະແຫຼງການຮ່ວມຂອງກອງປະຊຸມສຸດ ຍອດ CLMVຄັ້ງທີ 11 ແລະ ໄດ້ມອບການເປັນປະທານກອງປະຊຸມສຸດຍອດ CLMV ຄັ້ງທີ 12 ໃຫ້ແກ່ ສສ. ຫວຽດນາມ.
ໃນໄລຍະເຄື່ອນໄຫວຢູ່ ນະຄອນຄຸນໝິງ,ພະນະ ທ່ານ ນາຍົກລັດ ຖະມົນຕີຍັງໄດ້ພົບປະສອງຝ່າຍກັບບັນດາຄູ່ຮ່ວມຕໍາແໜ່ງຄື: ນາຍົກລັດຖະມົນຕີມຽນມາ ແລະ ນາຍົກລັດຖະມົນຕີຫວຽດ ນາມ; ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ປະທານທະນາຄານພັດທະນາອາຊີ ແລະ ການນຳຂັ້ນສູງຂອງແຂວງຢຸນນານເພື່ອສືບຕໍ່ຮັດແໜ້ນ ແລະຊຸກຍູ້ການຮ່ວມມືໃນດ້ານຕ່າງໆ ກໍຄືການພັດທະນາເສດຖະກິດ-ສັງຄົມໃນຕໍ່ໜ້າ.






