ທ່ານ ນາຍົກລັດຖະມົນຕີ ເຂົ້າຮ່ວມເປັນສັກຂີພິຍານ ມອບ-ຮັບເງິນສ້າງກອງທຶນຜະລິດສິນຄ້າ

ໃນຕອນບ່າຍວັນທີ 24 ທັນວາ 2024 ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດ ຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານ ພິທີມອບ-ຮັບເງິນຊ່ວຍເຫຼືອລ້າ ຈາກບໍລິສັດ ຫຸ້ນສ່ວນການລົງທຶນ ແລະ ພັດທະນາ ພະລັງງານ ຫວຽດ-ລາວ ຈໍານວນ 300,000 ໂດລາສະຫະລັດ (ສາມແສນໂດລາສະຫະ ລັດ) ເພື່ອປະກອບສ່ວນເຂົ້າໃນການສ້າງກອງທຶນຜະລິດສິນຄ້າ ຢູ່ ສປປ ລາວ; ມີທ່ານ ບົວຄົງ ນາມມະວົງ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ; ທ່ານ ວິໄລວົງ ບຸດດາຄຳ, ລັດຖະມົນຕີ ກະຊວງພາຍໃນ; ທ່ານ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ປະທານ ບໍລິສັດ ຫຸ້ນສ່ວນການລົງທຶນ ແລະ ພັດທະນາພະລັງງານ ຫວຽດ-ລາວ ພ້ອມດ້ວຍ ຜູ້ຕາງໜ້າຈາກກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງການເງິນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າ ຮ່ວມ.
ໃນໂອກາດນີ້, ທ່ານ ເລ ແທັງ, ປະທານສະພາຜູ້ບໍລິຫານ ບໍລິສັດຫຸ້ນສ່ວນການລົງທຶນ ແລະ ພັດທະນາ ພະລັງງານ ຫວຽດ-ລາວ ໄດ້ລາຍງານໃຫ້ຊາບ ກ່ຽວກັບສະ ພາບການລົງທຶນ ແລະ ດຳເນີນກິດຈະການຕ່າງໆ ຢູ່ ສປປ ລາວ ໃນໄລຍະຜ່ານມາ ເຖິງແມ່ນວ່າ ຫາກໍ່ເລີ່ມດໍາເນີນກິດຈະການມາ ບໍ່ເທົ່າໃດປີ ແຕ່ການຈັດຕັ້ງປະຕິບັດໂຄງການແມ່ນມີຄວາມຄືບໜ້າໄປດ້ວຍດີ ແລະ ມີຜົນສໍາເລັດຕາມແຜນການທີ່ວາງໄວ້ ຍ້ອນລັດຖະບານ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງ ສປປ ລາວ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ໄດ້ໃຫ້ຄວາມເຊື່ອໝັ້ນ, ໃຫ້ການສະໜັບສະໜູນຊ່ວຍເຫຼືອ ແລະ ອຳ ນວຍຄວາມສະດວກໃນດ້ານຕ່າງໆ; ໄດ້ສະແດງຄວາມດີໃຈ ທີ່ໄດ້ເປັນສ່ວນໜຶ່ງໃນການປະກອບສ່ວນພັດທະ ນາດ້ານເສດຖະກິດ-ສັງຄົມ ຢູ່ ສປປ ລາວ, ພ້ອມທັງ ໃຫ້ຄຳໝັ້ນສັນຍາຕື່ມວ່າ ໃນຕໍ່ໜ້າ ຈະສືບຕໍ່ປະກອບສ່ວນພັດທະ ນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ກໍ່ຄື ການປະສອບສ່ວນເຂົ້າໃນການພັດທະນາທ້ອງຖິ່ນ ຢ່າງສຸດຄວາມສາມາດ ແລະ ຫວັງຢ່າງຍິ່ງວ່າ ຈະສືບຕໍ່ໄດ້ຮັບການສະໜັບສະໜູນຊ່ວຍ ເຫຼືອ ຈາກລັດຖະບານ ແລະ ພາກສ່ວນກ່ຽວຂ້ອງ ຂອງ ສປປ ລາວ ຕໍ່ໄປ.
ໂອກາດດຽວກັນ, ທ່ານ ນາຍົກລັດຖະມົນຕີ ກໍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ບໍລິສັດຫຸ້ນສ່ວນການລົງທຶນ ແລະ ພັດທະນາ ພະລັງງານ ຫວຽດ-ລາວ ທີ່ໄດ້ມາລົງທຶນ ແລະ ເອົາໃຈໃສ່ພັດທະນາກິດຈະການຂອງຕົນ ຢ່າງຕັ້ງໜ້າ ແລະ ໄດ້ມີຜົນສຳເລັດເປັນຢ່າງດີ, ລວມທັງ ການປະກອບສ່ວນທຶນ ເຂົ້າໃນກອງທຶນຜະລິດສິນຄ້າ ໃນຄັ້ງນີ້; ໄດ້ແຈ້ງໃຫ້ຊາບ ກ່ຽວກັບບົດບາດ ແລະ ຄວາມສຳຄັນ ຂອງວິສາຫະ ກິດຂະໜາດນ້ອຍ-ຂະໜາດກາງ ຕໍ່ການພັດທະນາເສດຖະກິດ-ສັງຄົມ ສປປ ລາວ, ລວມທັງ ຄວາມສາມາດ ແລະ ຂໍ້ຈຳກັດ ທາງດ້ານແຫຼ່ງທຶນ ໃນການຊຸກຍູ້ສົ່ງເສີມບັນດາວິສາຫະກິດ ໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ ໂດຍສະເພາະ ການຊຸກຍູ້ການດໍາເນີນທຸລະກິດ, ການບໍລິການ, ການຜະລິດສິນຄ້າພາຍໃນ ໃຫ້ໄດ້ທັງປະລິມານ, ຄຸນນະພາບ ແລະ ເພື່ອໃຫ້ສາມາດສົ່ງອອກຕ່າງປະເທດ ທັງນີ້ ກໍ່ເພື່ອເປັນການຈັດ ຕັ້ງຜັນຂະຫຍາຍ ຕາມມະຕິການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ເທື່ອລະກ້າວ; ໄດ້ສະເໜີບໍລິສັດ ສືບຕໍ່ປະກອບສ່ວນໃນການສ້ອມແປງພື້ນຖານໂຄງລ່າງ ຢູ່ບັນດາທ້ອງຖິ່ນ ທີ່ຕິດພັນກັບການດຳເນີນກິດຈະການບໍລິສັດ ຕາມທີ່ໄດ້ຕົກລົງເຫັນດີຮ່ວມກັບອໍານາດການປົກຄອງທ້ອງຖິ່ນແລ້ວນັ້ນ, ຊຶ່ງໃນຕໍ່ໜ້າ ຫວັງວ່າທາງບໍລິສັດ ຈະສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອ ແລະ ປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ຕາມທ່າແຮງຂອງຕົນ ຕື່ມອີກ.
ໃນຕອນທ້າຍ, ກໍ່ໄດ້ມີພິທີມອບ-ຮັບເງິນຊ່ວຍເຫຼືອດັ່ງກ່າວ ຊຶ່ງຕາງໜ້າຝ່າຍບໍລິ ສັດ ກ່າວມອບໂດຍທ່ານ ຫງວຽນ ບາ ຊ່ານ, ຮອງຜູ້ອຳນວຍການ ບໍລິສັດ ລົງທຶນ ແລະ ພັດທະນາພະລັງງານ ຫວຽດ-ລາວ ແລະ ຕາງໜ້າລັດຖະ ບານ ກ່າວຮັບໂດຍທ່ານ ບົວຄົງ ນາມມະວົງ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດ ຖະມົນ ຕີ ໂດຍການຮ່ວມເປັນສັກຂີພິຍານ ຂອງທ່ານ ນາຍົກລັດຖະມົນຕີ, ທ່ານລັດຖະມົນຕີກະຊວງພາຍໃນ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງສອງຝ່າຍ.
ຂ່າວ ແລະ ພາບ: ກົມປະຊາສຳພັນ, ຫສນຍ




